3 ອາທິດ ຄົນອາເມຣິກາ ວ່າງວຽກ 17 ລ້ານຄົນ ຈາກວິກິດການໂຄວິດ-19

90

ການແຜ່ລະບາດຂອງພະຍາດໂຄວິດ-19 ໃນສະຫະລັດ ສົ່ງຜົນກະທົບຕໍ່ເສດຖະກິດຂອງປະເທດ ແລະ ອັດຕາການວ່າງວຽກຫຼ້າສຸດເພິ່ມຂຶ້ນສູງຢ່າງໜ້າຕົກໃຈ ເຊິ່ງຂໍ້ມູນທີ່ເຜີຍແຜ່ ເມື່ອວັນພະຫັດ ທີ 9 ເມສາ ຜ່ານມາ ສະແດງໃຫ້ເຫັນວ່າ ປະຊາຊົນປະມານ 17 ລ້ານຄົນ ກາຍເປັນຄົນວ່າງວຽກ ຕັ້ງແຕ່ກາງເດືອນມີນາ ຜ່ານມາ.

ສຳນັກຂ່າວເອເອັຟພີ ລາຍງານຈາກນະຄອນຫຼວງວໍຊິງຕັນ ສະຫະລັດ ອາເມຣິກາ ເມື່ອວັນພະຫັດ ທີ 9 ເມສາ ວ່າ ລັດຖະບານກາງອາເມຣິກາ ຫຼື ເຟດ (Fed) ປະກາດໂຄງການສິນເຊື່ອໃໝ່ຫຼາຍປະເພດ ເມື່ອວັນພະຫັດ ຜ່ານມາ ເພື່ອອັດສີດເງິນ 2,3 ພັນຕື້ໂດລາ ເຂົ້າລະບົບເສດຖະກິດທີ່ໄດ້ຮັບຜົນກະທົບຂອງປະເທດ. ແຕ່ ທ່ານເຈໂຣມ ພາວເວລ ປະທານຄະນະກຳມະການຝ່າຍບໍລິຫານງານຂອງເຟດ ພະຍາຍາມປອບໃຈ ໂດຍກ່າວວ່າ ເສດຖະກິດຂອງສະຫະລັດຈະຟື້ນຕົວຢ່າງແຂງແຮງ.

ແຈ້ງການຂອງເຟດມີຂື້ນໃນມື້ດຽວກັນກັບກະຊວງແຮງງານສະຫະລັດ ເຜີຍແຜ່ລາຍງານປະຈຳອາທິດຫຼ້າສຸດ ສະແດງໃຫ້ເຫັນປະຊາຊົນຍື່ນຄຳຮ້ອງຂໍຄວາມຊ່ວຍເຫຼືອຈາກລັດຖະບານ ຍ້ອນການວ່າງວຽກເພິ່ມຂື້ນ 6.6 ລ້ານຄົນ ໃນອາທິດ ຜ່ານມາ ເຊິ່ງເປັນຈຳນວນຍື່ນຄຳຮ້ອງເພິ່ມຈາກ 6.9 ລ້ານຄົນ ໃນອາທິດກ່ອນໜ້າ ແລະ ອີກ 3,3 ລ້ານຄົນ ໃນທ້າຍອາທິດຂອງວັນທີ 21 ມີນາ 2020

ຕົວເລກຄົນວ່າງວຽກຫຼ້າສຸດຂອງສະຫະລັດ ຊີ້ໃຫ້ເຫັນເຖິງຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ເຊິ່ງກຳລັງຈະເຮັດໃຫ້ຄົນອາເມຣິກາວ່າງວຽກ ຫຼາຍກວ່າໄລຍະວິກິດທາງການເງິນໂລກ ເມື່ອປີ 1998. ຂະນະທີ່ ທ່ານນາງຄຣິສຕາລິນາ ຈໍຈິເອວາ ກຳມະການຜູ້ບໍລິຫານກອງທຶນການເງິນສາກົນ (IMF) ໄດ້ກ່າວເຕືອນ ເມື່ອວັນພະຫັດ 9 ເມສາ ຜ່ານມາ ວ່າ ທົ່ວໂລກກຳລັງຜະເຊີນກັບວິກິດທີ່ຮ້າຍແຮງທີ່ສຸດ ນັບຕັ້ງແຕ່ເກີດວິກິດເສດຖະກິດໂລກຕົກຕ່ຳຄັ້ງໃຫຍ່ ຫຼື (Great Depression) ໃນໄລຍະປີ 1929-1939.