ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ຊີ້ແຈງເພີ່ມຕື່ມ ກໍລະນີທີ16 ແມ່ນສຳຜັດໃກ້ຊິດກັບກໍລະນີທີ10

223

ໃນການຖະແຫລງຂ່າວເມື່ອວັນທີ 9 ເມສາ 2020 ທີ່ກະຊວງສາທາລະນະສຸກ ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ – 19 ເຊິ່ງພົບກໍລະນີຕິດເຊື້ອອີກ1 ຄົນ ໂດຍແມ່ນກໍລະນີທີ16.  ຢ່າງໃດກໍຕາມ ໄດ້ເກີດມີຄວາມສັບສົນ ຂອງຂໍ້ມູນທີ່ບອກວ່າ ສຳຜັດໃກ້ຊິດກັບພະນັກງານ ກໍລະນີທີ10(ພະນັກງານDHL).

ດັ່ງນັ້ນ, ໃນການຖະແຫຼງຂ່າວໃນມື້ນີ້ ວັນທີ 10 ເມສາ 2020 ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ໄດ້ຊີ້ແຈງເພີ່ມຕື່ມວ່າ: ຜູ້ຕິດເຊື້ອຄົນທີ16 ເພດຍິງ ອາຍຸ 23 ປີ, ນັກສຶກສາຢູ່ວິທະຍາໄລລັດຕະນະ, ຢູ່ບ້ານໜອງດ້ວງ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ  ຜູ້ກ່ຽວແມ່ນມີປະຫວັດສຳຜັດໃກ້ຊິດກັບຜູ້ຕິດເຊື້ອກໍລະນີທີ 10, ບໍ່ແມ່ນສຳຜັດໃກ້ຊິດກັບພະນັກງານ DHL

ຜູ້ຕິດເຊື້ອກໍລະນີທີ10 ແມ່ນເພດຍິງ ອາຍຸ21 ປີ, ຢູ່ບ້ານໜອງສະໂນຄຳ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ເປັນພະນັກງານ DHL.

ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດ ກ່າວເນັ້ນຕື່ມວ່າ: ຄະນະສະເພາະກິດ ແມ່ນມີຄວາມເປັນຫ່ວງເປັນໄຍ ຕໍ່ສຸຂະພາບຂອງປະຊາຊົນ ເປັນທີ່ສຸດ, ການວາງມາດຕະການຫຼາຍໆຢ່າງ ແມ່ນເພື່ອຫຼຸດຜ່ອນ ແລະ ຢັບຢັ້ງ ການລະບາດແຜ່ລາມຂອງພະຍາດ, ແຕ່ວ່າໃນບາງເຂດ, ບາງພາກສ່ວນ ແລະ ບາງຄົນ ຍັງຖືເບົາ ບໍ່ເຫັນຄວາມສຳຄັນ ໃນການຈັດຕັ້ງປະຕິບັດ ໂດຍສະເພາະ ການຈຳກັດບໍລິເວນ ເມື່ອສຳຜັດຫຼື ເດີນທາງມາແຕ່ເຂດລະບາດ. ສະນັ້ນ ມັນເຮັດໃຫ້ສະພາບການລະບາດ ແມ່ນມີການຂະຫຍາຍອອກ. ບົດຮຽນຖອດຖອນໄດ້ ຈາກການຕິດເຊື້ອ ຂອງກໍລະນີທຳອິດ ມາເຖິງປະຈຸບັນແມ່ນ:


– ບໍ່ມີການປະຕິບັດ ຕາມແຈ້ງການຂອງຄະນະສະເພາະກິດ ຂອງການຈັດຕັ້ງທີ່ກ່ຽວຂ້ອງ, ຂອງບຸກຄົນເຊັ່ນວ່າ ຫ້າມບໍ່ໃຫ້ໄປຕ່າງປະເທດ ແຕ່ກໍຍັງມີ ການເດີນທາງໄປຕ່າງປະເທດ ເຂດທີ່ມີການລະບາດ, ເມືອ່ກັບມາແລ້ວບໍ່ໄດ້ຈຳກັດບໍລິເວນຕົນເອງ ຫຼື ຈຳກັດແຕ່ບໍ່ເຂັ້ມງວດ
– ຫ້າມບໍ່ໃຫ້ ຮັບນັກທ່ອງທ່ຽວ ທີ່ມາຈາກຕ່າງປະເທດ ແຕ່ກໍ່ຍັງມີ ທົວເຂົ້າມານຳທ່ຽວ.
-ຜູ້ທີ່ຖືກສົງໄສ ໃຫ້ຈຳກັດບໍລິເວນຕົນເອງຢູ່ເຮືອນ ແຕ່ກໍ່ຍັງອອກໄປພົບປະກັບໝູ່ເພື່ອນ ຈຶ່ງມີການແຜ່ເຊື້ອໃສ່ຄົນອື່ນ

ຂໍ້ມູນປະຫວັດການພົວພັນໃກ້ຊິດຂອງຜູ້ຕິດເຊື້ອທັງ16ຄົນ ຈາກສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health ມີດັ່ງນີ້