ທະນາຄານ ເອັສທີ ມອບພາຫະນະ ຊ່ວຍແກ້ໄຂການແຜ່ລະບາດ ໂຄວິດ -19

134

ໃນຕອນບ່າຍ ຂອງວັນທີ 10 ເມສາ 2020 ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທະນາຄານ ເອັສທີ ຈຳກັດ ໄດ້ນຳເອົາລົດຈັກຍີ່ຫໍ້ HAOJUE NK150 ຈຳນວນ 10 ຄັນ ລວມມູນຄ່າທັງໝົດ 175.000.000 ກີບ ມອບໃຫ້ລັດຖະບານ ເພື່ອປະກອບສ່ວນນຳໃຊ້ເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງເຊື້ອພະຍາດ ໂຄວິດ 19.

ຕາງໜ້າໃຫ້ລັດຖະບານ ກ່າວຮັບໂດຍທ່ານ ປອ. ເພັດ ພົມພິພັກ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ກ່າວມອບໂດຍ ທ່ານ ຈິຣັດຊະຍຸດ ອຳຍົງ, ຜູ້ອຳນວຍການໃຫຍ່ ທະນາຄານ ເອັສທີ ຈຳກັດ, ຊຶ່ງມີພະນັກງານທີ່ກ່ຽວຂ້ອງຂອງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ທະນາຄານ ເອັສທີ ຈຳກັດ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ປອ. ເພັດ ພົມພິພັກ ໄດ້ສະແດງຄວາມຂອບໃຈ ຕໍ່ຜູ້ອຳນວຍການໃຫຍ່ ກໍ່ຄືທະນາຄານ ເອັສທີ ຈຳກັດ ທີ່ໄດ້ນຳເອົາພາຫະນະ ມາມອບຊ່ວຍເຫຼືອລັດຖະບານ ເພື່ອປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານ ປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ 19 ຢູ່ ສປປ ລາວ, ພ້ອມທັງ ແຈ້ງສະພາບການລະບາດຂອງໂຄວິດ 19 ກໍ່ຄືການຈັດຕັ້ງປະຕິບັດມາດຕະການຕ່າງໆຂອງລັດຖະບານ, ລວມທັງ ຂໍ້ສະດວກ, ຫຍຸ້ງຍາກ, ຂໍ້ຈຳກັດ ແລະ ທິດທາງແຜນການບາງດ້ານ ໃນການປະຕິບັດວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ 19 ຢູ່ ສປປ ລາວ ໃຫ້ຜູ້ອຳນວຍການໃຫຍ່ ທະນາຄານ ເອັສທີ ຈຳກັດ ແລະ ຄະນະ ໄດ້ຮັບຊາບ;

ນອກນັ້ນ, ທ່ານ ປອ. ເພັດ ພົມພິພັກ ຍັງໄດ້ໃຫ້ຮູ້ຕື່ມວ່າ ຈະນຳເອົາລົດດັ່ງກ່າວ ໄປມອບໃຫ້ພາກສ່ວນກ່ຽວຂ້ອງ ນຳໃຊ້ໃຫ້ແທດເໝາະ, ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງວຽກງານຕົວຈິງ, ເກີດປະໂຫຍດສູງສຸດ ແລະ ສາມາດນຳໃຊ້ໄດ້ຍາວນານ.

ພາບ ແລະ ຂ່າວ: ກົປະຊາສຳພັນ ຫສນຍ