ທາງການໂຕກຽວ ຂໍຄວາມຮ່ວມມືທະລຸກິດບາງປະເພດປິດຊົ່ວຄາວ ລັດພ້ອມຊ່ວຍເຫຼືອຫຼັງວິກິດໂຄວິດ-19

106

ເທສະບານນະຄອນຫຼວງໂຕກຽວ “ຮ້ອງຂໍການຮ່ວມມື” ເຈົ້າຂອງທຸລະກິດບາງບາງປະເພດປິດຮ້ານ ເພື່ອປະຕິບັດຕາມ ປະກາດສະຖານະການສຸກເສີນຂອງລັດຖະບານຍີ່ປຸ່ນ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນສຸກ ທີ 10 ເມສາ ວ່າ ທ່ານນາງຢູຣິໂກະ ໂຄອິເດະ ເຈົ້າຄອງນະຄອນຫຼວງໂຕກຽວ ຖະແຫຼງການ ເມື່ອວັນສຸກ ກ່ຽວກັບ “ຮ້ອງຂໍຄວາມຮ່ວມມື” ກັບເຈົ້າຂອງຫົວໜ່ວຍທຸລະກິດບາງປະເພດໃຫ້ປິດບໍລິການຊົ່ວຄາວ ເພື່ອໃຫ້ສອດຄ່ອງກັບຄຳສັ່ງສະຖານະການສຸກເສີນທີ່ນາຍົກລັດຖະມົນຕີຊິນໂຊະ ອາເບະ ປະກາດ ເມື່ອວັນອັງຄານ ຜ່ານມາ ເຊິ່ງມີຜົນບັງຄັບໃຊ້ຈົນເຖິງວັນທີ 6 ພຶດສະພາ ເພື່ອຄວບຄຸມການແຜ່ລະບາດຂອງໂຄວິດ-19 ພາຍໃນປະເທດ.

ທັງນີ້, ບັນດາທຸລະກິດປະເພດໃຫ້ຖືກສັ່ງປິດຊົ່ວຄາວໄດ້ແກ່ ໂຮງຮຽນວິຊາສະເພາະ, ຮ້ານຄາລາໂອເກະ, ຮ້ານປາຈິງໂກະ (ເກມຢອດຫຼຽນ), ເດີ່ນກີລາ, ໂຮງຮູບເງົາ, ໂຮງລະຄອນ, ຮ້ານເກມ ແລະ ຮ້ານອິນເຕີເນັດ. ໂດຍມາດຕະການດັ່ງກ່າວ ມີຜົນບັງຄັບໃຊ້ຕັ້ງແຕ່ວັນເສົາ ທີ 11 ເມສາ ເປັນຕົ້ນໄປ ເຊິ່ງຜູ້ປະກອບການທຸກແຫ່ງທີ່ໃຫ້ຄວາມຮ່ວມມືຈະໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ.

ຂະນະທີ່ ການບໍລິການ “ທີ່ຈຳເປັນ” ເຊັ່ນ: ຫ້າງສັບພະສິນຄ້າ, ໂຮງແຮມ, ແລະ ການຂົນສົ່ງສາທາລະນະທຸກເສັ້ນທາງແມ່ນດຳເນີນການປົກກະຕິ. ແຕ່ຕ້ອງມີແນວທາງປະຕິບັດໄລຍະຫ່າງທາງສັງຄົມ, ບັນດາຮ້ານອາຫານ ແລະ ຮ້ານກິນດື່ມຍັງເປີດໃຫ້ບໍລິການເຊັ່ນກັນ. ແຕ່ຈະມີການຂໍຄວາມຮ່ວມມືໃຫ້ປິດໄວກວ່າເກົ່າ. ຢ່າງໃດກໍ່ຕາມ, ທ່ານນາງໂຄອິເດະ ບໍ່ ໄດ້ກ່າວຢ່າງຈະແຈ້ງວ່າ ໃນສ່ວນຂອງຮ້ານອາຫານນັ້ນ ຄວນຈຳໜ່າຍໃຫ້ລູກຄ້າສະເພາະຊື້ກັບເມືອກິນຢູ່ເຮືອນເທົ່ານັ້ນ ຫຼື ບໍ່ ໃນໄລຍະນີ້.

ອີກດ້ານໜຶ່ງ, ທ່ານໄດຊາກຸ ຄາໂດະຄາວະ ນາຍົກເທສະມົນຕີເມືອງກຽວໂຕ ໄດ້ຖະແຫຼງຂໍຄວາມຮ່ວມມືຈາກປະຊາຊົນໃນທ້ອງຖິ່ນ ແລະ ນັກທ່ອງທ່ຽວຈາກຕ່າງຖິ່ນ ຫຼີກລ່ຽງການເດີນທາງໄປຮວມຕົວກັນຕາມສະຖານທີ່ທ່ອງທ່ຽວຂອງເມືອງກຽວໂຕ “ຈົນກວ່າສະຖານະການຈະກັບຄືນສູ່ສະພາບປົກກະຕິ”.