5 ພາກສ່ວນ ມອບເຄື່ອງ ແລະ ເງິນຊ່ວຍເຫຼືອ ແກ້ໄຂບັນຫາໂຄວິດ- 19

216

ໃນຕອນເຊົ້າ ຂອງວັນທີ 10 ເມສາ 2020 ທີ່ ສຳນັກງານນາຍົກລັດຖະມົນຕີ ໄດ້ມີ 5 ພາກສ່ວນ ນຳເອົາເງິນ ແລະ ອຸປະກອນປ້ອງກັນພະຍາດ ມາມອບໃຫ້ລັດຖະບານ ເພື່ອປະກອບສ່ວນຮັບມື ແລະ ຄວບຄຸມ ການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ໃນ ສປປ ລາວ, ໂດຍການກ່າວຮັບ ຂອງທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງເຊື້ອພະຍາດ ໂຄວິດ-19; ມີທ່ານ ລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ຕາງໜ້າກະຊວງການເງິນ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ພະນັກງານທີ່ກ່ຽວຂ້ອງ ໃນການມອບ-ຮັບ ຂອງພາກສ່ວນຕ່າງໆ ເຂົ້າຮ່ວມ.ພາກສ່ວນໄດ້ປະກອບສ່ວນຊ່ວຍເຫຼືອໃນຄັ້ງນີ້ ມີ:

1) ຄອບຄົວການນຳ ແລະ ສະມາຄົມນັກທຸລະກິດຍິງໜຸ່ມ ມອບເຄື່ອງກວດອຸນຫະພູມຮ່າງກາຍ ແລະ ຜ້າອັດປາກ-ດັງ ມູນຄ່າ 214.000.000 ກີບ, ຊຶ່ງຕາງໜ້າກ່າວມອບໂດຍທ່ານ ນາງ ອາລຸນີ ກົມມະສິດ, ພັນລະຍາທ່ານລັດຖະມົນຕີ ກະຊວງການຕ່າງປະເທດ;

2) ບໍລິສັດ ສະກາຍໂທລະຄົມ ມອບເງິນ ຈຳນວນ 100.000.000 ກີບ, ກ່າວມອບໂດຍທ່ານ ສຸບັນ ພັນທະວີ, ຜູ້ອຳນວຍການໃຫຍ່ບໍລິສັດ ສະກາຍໂທລະຄົມ;

3) ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ມອບເງິນ ຈຳນວນ 100.000.000 ກີບ, ກ່າວມອບໂດຍທ່ານ ວັດດານາ ສຸຂະບັນດິດ, ຜູ້ອຳນວຍການໃຫຍ່ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ;

4) ສະມາຄົມໃຫຍ່ຊາວຫວຽດນາມ ຢູ່ ສປປ ລາວ ຮ່ວມກັບນັກທຸລະກິດຫວຽດນາມຮ່ວມມື ແລະ ລົງທຶນ ຢູ່ ສປປ ລາວ ມອບເງິນ ຈຳນວນ 113.900.000 ກີບ, ກ່າວມອບໂດຍທ່ານ ວິໄຊ ນະວຽງຈັນ, ປະທານສະມາຄົມໃຫຍ່ຊາວຫວຽດນາມ ຢູ່ ສປປ ລາວ ແລະ ທ່ານ ທ່ານ ຟ້າມ ກວາງ ຝູ, ຮອງປະທານສະມາຄົມນັກທຸລະກິດຫວຽດນາມຮ່ວມມື ແລະ ລົງທຶນ ຢູ່ ສປປ ລາວ;

5) ສຳນັກງານປົກປ້ອງເງິນຝາກ ມອບເງິນ ຈຳນວນ 50.000.000 ກີບ, ກ່າວມອບໂດຍທ່ານ ຄຳໄຊ ພົມມະວີ, ຮອງຫົວໜ້າສຳນັກງານປົກປ້ອງເງິນຝາກ.

ໃນໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ຕໍ່ບັນດາພາກສ່ວນ ທີ່ໄດ້ນຳເອົາເງິນ ແລະ ອຸປະກອນປ້ອງກັນພະຍາດ ມາມອບຊ່ວຍເຫຼືອລັດຖະບານ ໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງເຊື້ອພະຍາດ ໂຄວິດ-19 ຢູ່ ສປປ ລາວ ກໍ່ຄືການປະຕິບັດມາດຕະການຕ່າງໆ ທີ່ລັດຖະບານວາງອອກ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ສຳເລັດຕາມຄວາມມຸ່ງມາດປາດຖະໜາ ຂອງພວກເຮົາໝົດທຸກຄົນ, ພ້ອມກັນນັ້ນ ກໍ່ຍັງເປັນການຊຸກຍູ້ ແລະ ໃຫ້ກຳລັງໃຈອັນໃຫຍ່ຫຼວງ ແກ່ລັດຖະບານ, ພະນັກງານແພດ-ໝໍ, ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແລະ ປະຊາຊົນລາວ, ຊຶ່ງລັດຖະບານ ຈະນຳໃຊ້ເງິນ ແລະ ອຸປະກອນ ທີ່ໄດ້ຮັບການຊ່ວຍເຫຼືອດັ່ງກ່າວ ໄປນຳໃຊ້ໃຫ້ຖືກເປົ້າໝາຍ, ສົມເຫດສົມຜົນ ແລະ ເກີດປະໂຫຍດສູງສຸດ ຕໍ່ປະເທດຊາດ ແລະ ປະຊາຊົນ ໂດຍສະເພາະ ອຸປະກອນປ້ອງກັນຈະໄປໃຫ້ໂຮງໝໍ, ເຂດຫຼໍ່ແຫຼມ ແລະ ເຂດທີ່ມີ ບໍ່ພຽງພໍ.

ນອກຈາກນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ຍັງແຈ້ງໃຫ້ພາກສ່ວນຕ່າງໆຊາບ ກ່ຽວກັບສະພາບການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19 ຢູ່ພາຍໃນ ແລະ ຕ່າງປະເທດ, ການປະຕິບັດວຽກງານ ຂອງລັດຖະບານ ກໍ່ຄືຄະນະສະເພາະກິດ ແລະ ພາກສ່ວນກ່ຽວຂ້ອງ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ ໃນໄລຍະຜ່ານມາ ກໍ່ຄືປະຈຸບັນ ແລະ ທິດທາງແຜນການໃນຕໍ່ໜ້າ, ລວມທັງ ຂໍ້ຈຳກັດ, ຂໍ້ສະດວກ ຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ. ນອກຈາກນີ້, ຍັງຮຽກຮ້ອງ ໃຫ້ຄະນະທີ່ເຂົ້າມອບຄວາມຊ່ວຍເຫຼືອໃນຄັ້ງນີ້ ແນະນຳພາກສ່ວນຕ່າງໆຂອງຕົນ, ລວມທັງ ຄອບຄົວ, ພາກທຸລະກິດ ໃຫ້ຄວາມຮ່ວມມືປະຕິບັດມາດຕະການຕ່າງໆ ທີ່ລັດຖະບານ ກໍ່ຄືຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ ເພື່ອປ້ອງກັນຊີວິດ ແລະ ຜົນກະທົບຕໍ່ຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດຊາດ.

ຂ່າວ: ກົມປະຊາສຳພັນ ຫສນຍ, ພາບ: ເສດຖະກິດ ການຄ້າ