ຊົມເຊີຍນ້ຳໃຈໃນຍາມວິກິດ! ຜູ້ໃຈບຸນແຈກເຂົ້າສານອາຫານແຫ້ງໃຫ້ຜູ້ທຸກຍາກ

124

ໃນວັນທີ 10 ເມສາ 2020 ທ່ານນາງ ບົວສີ ພົມມະລາດ ແລະ ທ່ານ ນາງ ພັດສະລາກອນ ພົມມະລາດ ບ້ານ ໂພສີ ເມືອງແລະແຂວງ ຫລວງພະບາງ ໄດ້ນຳເອົາ ເຂົ້າສານ 150 ໂລ ຫມີ່ໄວໆ, ໄຂ່, ສະອິ້ວ, ເກຶອ, ໝາກເຜັດ ແລະ ເງິນຜູ້ລະ  50,000 ກີບ ມາມອບໃຫ້ ປະຊາຊົນ ບ້ານ ໂພສີ ຈຳນວນ 30 ກວ່າຄອບຄົວ ທີ່ບໍ່ໄດ້ເຮັດວຽກບໍ່ມີອັນກິນແທ້ໆໂດຍສະເພາະແມ່ນຜູ້ເຖົ້າ.

ທ່ານນາງ ພັດສະລາກອນ ພົມມະລາດ ບ້ານ ໂພສີ ເມືອງແລະແຂວງ ຫລວງພະບາງ ກ່າວວ່າ:  ຮູ້ສຶກດີໃຈຫຼາຍທີ່ໄດ້ນຳເອົາເຄື່ອງ ແລະ ເງິນດັ່ງກ່າວ ມາແບ່ງປັນໃຫ້ຄົນທີ່ພັກວຽກ ຫຼື ບໍ່ມີວຽກເຮັດງານທຳ ໂດຍສະເພາະ ແມ່ນຜູ້ເຖົ້າພາຍໃນບ້ານຂອງຕົນ ໃນຊ່ວງວິກິດແບບນີ້ ເຖິງແມ່ນວ່າການຊ່ວຍເຫຼືອດັ່ງກ່າວ, ຈະບໍ່ຫຼາຍ ແຕ່ເຮົາກໍ່ພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນການປະກອບສ່ວນຊ່ວຍເຫຼືອສັງຄົມ, ຜົນກະທົບຈາກໂຄວິດ-19 ເຮັດໃຫ້ຫຼາຍຄົນບໍ່ມີວຽກເຮັດງານທຳ ເງິນຊື້ກິນກະບໍ່ມີ ເຮົາພໍມີກໍຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

ທ່ານນາງ ພັດສະລາກອນ ໃຫ້ຮູ້ອີກວ່າ: ນອກຈາກການຊ່ວຍເຫຼືອ ຄັ້ງນີ້ແລ້ວໄລຍະຜ່ານມາ ພວກຂ້າພະເຈົ້າກໍ່ໄດ້ໄປແຈກເຄື່ອງນຸ່ງ ແລະ ອຸປະກອນການຮຽນໃຫ້ບ້ານທຸກຍາກຂາດເຂີນ ທີ່ຢູ່ຫ່າງໄກສອກຫຼີກນຳອີກ.

ສຸດທ້າຍ ຢາກຂໍເຊີນຊວນໝູ່ເພື່ອນ ພໍ່ແມ່ພີນ້ອງສັງຄົມລາວເຮົາ ຜູ້ທີ່ມີນ້ຳໃຈມີກຳລັງຊັບ ພ້ອມກັນປະກອບສ່ວນຊ່ວຍປະຊາຊົນຜູ້ທຸກຍາກ ຄົນລະໄມ້ຄົນລະມື ໃນຍາມວິກິດແບບນີ້ ເພື່ອໃຫ້ທຸກຄົນຕໍ່ສູ້ ແລະຜ່ານຜ່າວິກິດຄັ້ງນີ້ໄປນຳກັນ.