ຈາກາຕ້າ ໃຊ້ມາດຕະການໄລຍະຫ່າງທາງສັງຄົມ ຢຸດການລະບາດພະຍາດໂຄວິດ-19

219

ເທສະບານນະຄອນຫຼວງຈາກາຕ້າ ປະເທດອິນໂດເນເຊຍ ເລິ່ມໃຊ້ມາດຕະການກຳນົດໄລຍະຫ່າງທາງສັງຄົມ 14 ວັນ ເພື່ອຄວບຄຸມການແຜ່ລະບາດຂອງໄວຣັສໂຄວິດ-19.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຈາກາຕ້າ ປະເທດອິນໂດເນເຊຍ ເມື່ອວັນສຸກ ທີ 10 ເມສາ ວ່າ ຫ້ອງ ການຕຳຫຼວດນະຄອນຫຼວງຈາກາຕ້າອອກຖະແຫຼງການ ເມື່ອວັນສຸກ ກ່ຽວກັບການບັງຄັບໃຊ້ມາດຕະການໄລຍະຫ່າງທາງສັງຄົມ 14 ວັນ ເພື່ອຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ເນື່ອງຈາກໃນນະຄອນຫຼວງຂອງອິນໂດເນເຊຍເປັນເຂດທີ່ກວດພົບຜູ້ປ່ວຍຫຼາຍທີ່ສຸດ.

ສຳລັບມາດຕະການສຳຄັນ ລວມເຖິງການໃສ່ໜ້າກາກອະນາໄມ ຫຼື ຜ້າອັດດັງ ເມື່ອຢູ່ນອກບ້ານເຮືອນ, ຫ້າມຮ່ວມກຸ່ມກາຍ 5 ຄົນ, ປິດສະຖານທີ່ບໍລິການ “ທີ່ບໍ່ຈຳເປັນ” ຕະຫຼອດໄລຍະດັ່ງກ່າວ ເຊິ່ງທາງຮ້ານຈຳໜ່າຍອາຫານແມ່ນເປີດໃຫ້ບໍລິການໄດ້ ແຕ່ຕ້ອງຈຳໜ່າຍແບບນຳເມືອກິນຢູ່ເຮືອນເທົ່ານັ້ນ. ນອກຈາກນີ້, ໂຮງຮຽນກໍ່ປິດການຮຽນການສອນ. ເນັ້ນໜັກໃຫ້ຄົນເຮັດວຽກຢູ່ເຮືອນ ແລະ ລະບົບຂົນສົ່ງສາທາລະນະໃຫ້ບໍລິການແບບຈຳກັດ.

ຢ່າງໃດກໍ່ຕາມ, ມາດຕະການຕ່າງໆຂອງນະຄອນຫຼວງຈາກາຕ້າ ແມ່ນເຂັ້ມງວດການກວດກາພະຫະນະເທິງຖະໜົນ ແລະ ການໃຫ້ບໍລິການຂອງລະບົບຂົນສົ່ງມວນຊົນເປັນກໍລະນີພິເສດ ໂດຍທ່ານອານິສ ບາສເວດານ ເຈົ້າຄອງນະຄອນຫຼວງຈາກາຕ້າ ກ່າວວ່າ ລົດສ່ວນຕຕົວຂອງປະຊາຊົນຍັງສາມາດເດີນທາງໄປມາໄດ້ປົກກະຕິ ແຕ່ໄດ້ຈຳກັດຈຳນວນຜູ້ໂດຍສານ “ໃຫ້ເໝາະສົມກັບສະຖານະການ” ສ່ວນລົດໂດຍສານປະຈຳທາງ, ລົດຮັບຈ້າງ ແລະ ລົດໄຟຟ້າ ໃຫ້ບໍລິການລະຫວ່າງ 6:00 ໂມງເຊົ້າ ຫາ 18:00 ໂມງ ແລະ ຕ້ອງຫຼຸດຈຳນວນຜູ້ໂດຍສານລົງ 50% ແຕ່ບໍລິການລົດຈັກຮັບຈ້າງສົ່ງຄົນແມ່ນໃຫ້ຢຸດບໍລິການຊົ່ວຄາວ ຫຼື ສາມາດສົ່ງໄດ້ແຕ່ອາຫານເທົ່ານັ້ນ.

ທັງນີ້, ຖ້າພົບເຫັນການລະເມີດມາດຕະການ ຕຳຫຼວດເຊິ່ງມີອຳນາດສູງສຸດໃນການຈັດຕັ້ງສັງຄົມ ແລະ ເບິ່ງແຍງຄວາມປອດໄພ ອີງຕາມຄຳສັ່ງສະຖານະການສຸກເສີນ ເຊິ່ງປະທານາທິບໍດີໂຈໂຄ ວິໂດໂດ ໄດ້ປະກາດ ເມື່ອທ້າຍເດືອນມີນາ ຜ່ານມາ ໃຫ້ສາມາດຈັບຕົວຜູ້ກະທຳຜິດມາດຳເນີນຄະດີ ທີ່ມີບົດລົງໂທດສູງສຸດ ຫຼື ຮັບໂທດຈຳຄຸກ 1 ປີ ແລະ ປັບໄໝເງິນຈຳນວນຫຼາຍ.