ຊົມເຊີຍ! JDB ມອບເຄື່ອງຊ່ວຍເຫຼືອ ໃຫ້ນັກສຶກສາ ທີ່ຢູ່ໃນຫໍພັກ ມະຫາວິທະຍາໄລແຫ່ງຊາດ

145

ໃນຕອນເຊົ້າວັນທີ 9 ເມສາ 2020 ຢູ່ທີ່ ຫ້ອງການຄູ້ມຄອງຫໍພັກ ມະຫາວິທະຍາໄລແຫ່ງຊາດ  ໄດ້ມີພິທີມອບຮັບເຄື່ອງຊ່ວຍເຫຼືອ ໃຫ້ນັກສຶກສາລາວ ແລະ ນັກສຶກສາຕ່າງປະເທດ ທີ່ຢູ່ໃນຫໍພັກມະຫາວິທະຍາໄລແຫ່ງຊາດ ເຄື່ອງທີ່ນໍາມາມອບຄັ້ງນີ້ມີຄື: ຜ້າອັດປາກອະນາໄມ 2.500 ຊີນ, ນໍ້າດືມບໍລິສຸດ ຈໍານວນ 100 ແຟກ, ແລະ ໝີ່ສໍາເລັດຮູບ 10 ແກັດໃຫຍ່  ລວມມູນຄ່າ 15.000,000 ກີບ ເພື່ອຊ່ວຍເຫຼືອບັນເທົາທຸກໃຫ້ນັກສຶກສາທີ່ພັກຢູ່ໃນຫໍພັກໃນໄລຍະວິກິດ ການແຜ່ລະບາດ ຂອງພະຍາດອັກເສບປອດສາຍພັນໃໝ່ ຫຼື ໂຄວິດ 19.

ໂດຍການ ກ່າວມອບໂດຍ ທ່ານ ວິໄລ ສີພະພອນ ຜູ້ອໍານວຍການໃຫຍ່ ທະນາຄານຮ່ວມພັດທະນາ   ແລະ ກ່າວຮັບໂດຍ ທ່ານ ສ.ຈ ສົມສີ ຍໍພັນໄຊ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ  ໂດຍການຊ້ອງໜ້າ ຄູອາຈານ ແລະ ຄະນະຜູ້ຮັບຜິດຊອບຫໍພັກ ແລະ ຜູ້ບໍລິຫານ ທະນາຄານຮ່ວມພັດທະນາ, ພະພັກງານທີ່ກ່ຽວຂ້ອງ ກໍ່ໄດ້ເຂົ້າຮ່ວມເປັນສັກຂີພະຍານ.


ເພື່ອເປັນການປະກອບສ່ວນຕໍ່ຕ້ານພະຍາດອັກເສບປອດ ສາຍພັນໃໝ່ ໂຄວິດ 19 . ທະນາຄານຮ່ວມພັດທະນາ JDB  ຈື່ງເຫັນໄດ້ຄວາມອັນຕະລາຍ ຈາກການຕິດເຊື້ອພະຍາດສາຍພັນໃໝ່ ທີ່ພວມລະບາດຢູ່ຫຼາຍປະເທດທົ່ວໂລກ ໃນນັ້ນ ສປປ ລາວເຮົາ ກໍມີຜູ້ຕິດເຊື້ອຈາກພະຍາດດັ່ງກ່າວແລ້ວ.

ໂດຍເຫັນໄດ້ຄວາມສໍາຄັນດັ່ງກ່າວນັ້ນ ທ່ານ ນ. ຄອນສະຫວັນ ໄຊສຸລຽນ ຜູ້ອໍານວຍການບໍລິສັດ ອິນໂຟເທັກ ໄດ້ປະກອບສ່ວນມອບເຄື່ອງຊ່ວຍເຫຼືອຜ່ານ ທະນາຄານຮ່ວມພັດທະນາ ເພື່ອມອບຕໍ່ໃຫ້ນັກສຶກສາຢູ່ໃນຫໍພັກມະຫວິທະຍາໄລແຫ່ງຊາດ ໂດຍມີຜ້າອັດປາກອະນາໄມ 10  ກັບເທົ່າກັບ 500 ອັນ, ໝີ່ສໍາເລັດຮູບ 3 ແກັດ, ນໍ້າດື່ມ 5 ແຟັກ  ເພື່ອສົມທົບ ກັບທະນາຄານຮ່ວມພັດທະນາ ເພື່ອແຈກຢາຍໃຫ້ນັກສຶກສາ ລາວ ແລະ ຕ່າງປະເທດ ທີ່ຍັງຢູ່ໃນຫໍພັກດັ່ງກ່າວ.

ໂອກາດນີ້ ທ່ານ ສຈ. ສົມສີ ຍໍພັນໄຊ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ  ໄດ້ກ່າວສະແດງຄວາມຂອບອົກຂອບໃຈ ມາຍັງ ທະນາຄານຮ່ວມພັດທະນາ ແລະ ບໍລິສັດ ອິນໂຟເທັກ  ທີ່ໄດ້ ນໍາເອົາເຄື່ອງອຸປະໂພກ ແລະ ບໍລິໂພກ ມາຊ່ວຍເຫຼືອ ນັກສຶກສາຢູ່ຫໍພັກຊີເກມ  ໃນຄັ້ງນີ້ ເປັນການປະກອບສ່ວນຊ່ວຍເຫຼືອສັງຄົມລາວ ເວົ້າລວມ ເວົ້າສະເພາະ ກໍ່ຄືຊ່ວຍເຫຼືອນັກສຶກສາ ເຊີ່ງເປັນບຸກຄະລາກອນ ທີ່ສໍາຄັນ ເປັນອານາຄົດຂອງຊາດ ແລະ ຫວັງວ່າໂອກາດໜ້າຈະໄດ້ຮັບການຊ່ວຍເຫຼືອດ້ານຕ່າງໆ ຈາກທະນາຄານຮ່ວມພັດທະນາ JDB ແລະ ບໍລິສັດ ອິນໂຟເທກ  ຕື່ມອິກ.