ຂ່າວດີຕ້ອນຮັບປີໃໝ່ລາວ! 10ເມສາ ບໍ່ພົບຜູ້ຕິດເຊື້ອຍອດລວມຍັງຄົງທີ່ 16ກໍລະນີ

166

ຫຼາຍມື້ຜ່ານມາທີ່ເຮົາພົບຜູ້ຕິດເຊື້ອເພິ່ມເຮັດໃຫ້ຜູ້ລໍຖ້າຟັງຂ່າວຢູ່ທາງບ້ານໃຈຫາຍລຸ້ນໄປນຳແຕ່ລະວັນ ແລະພາວະນາທຸກວັນໃຫ້ປະເທດເຮົາ ພົ້ນໄພ ມາຮອດມື້ນີ້ໃກ້ປີໃໝ່ແລ້ວໂຄແຕ່ໄດ້ຂ່າວດີຜົນກວດບໍ່ມີຜູ້ຕິດເຊື້ອເພີ່ມ ເຮັດໃຫ້ຍອດລວມຍັງຄົງທີ່16 ກໍລະນີ ຈາກການກວດຫາເຊື້ອທັງໝົດ 1.035.

ວັນທີ 10 ເມສາ 2020 ທີ່ກະຊວງສາທາລະນະສຸກ ໄດ້ມີພິທີຖະແຫຼງຂ່າວລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍການຖະແຫຼງຂອງທ່ານ ຮສ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຄະນະ ແລະ ສື່ມວນຊົນຈາກຫຼາຍພາກສ່ວນເຂົ້າຮ່ວມ.

ທ່ານ ຮສ.ດຣ ພູທອນ ເມືອງປາກ ໃຫ້ຮູ້ວ່າ: ໃນວັນທີ 9 ເມສາ 2020ໄດ້ເກັບຕົວຢ່າງເພື່ອກວດຫາເຊື້ອໂຄວິດ-19 ທັງໝົດ 82 ຄົນ ໃນນັ້ນ ນະຄອນຫຼວງ 76ຄົນ ແລະ ຕ່າງແຂວງ 6ຄົນ, ເຊິ່ງຜົນກວດເປັນລົບບໍ່ພົບຜູ້ຕິດເຊື້ອ ນັ້ນໝາຍຄວາມວ່າ ໃນວັນທີ 10 ເມສາ 2020 ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ເຮັດໃຫ້ຍອດລວມຍັງຄົງທີ 16 ກໍລະນີ.

ທັງນີ້ ນັບແຕ່ເດືອນມັງກອນ ເປັນຕົ້ນມາຈົນຮອດປັດຈຸບັນ ໄດເກັບຕົວຢ່າງກວດຫາເຊື້ອໂຄວິດ-19 ທັງໝົດ 1.035 ຄົນ ແຕ່ກວດພົບຜູ້ຕິດເຊື້ອພຽງ 16ກໍລະນີເທົ່ານັ້ນ. ນອກຈາກນີ້ ການເກັບກໍາຕົວເລກຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອຕັ້ງແຕ່ກໍລະນີທໍາອິດ ຈົນຮອດປັດຈຸບັນ ມີທັງໝົດ 303 ຄົນ ໃນນັ້ນ ຕິດຕາມກວດກາຈໍາກັດບໍລິເວນຄົບກໍານົດແລ້ວ 218 ຄົນ.