ວິກິດໂຄວິດ-19 ອິຕາລີ ສູນເສຍແພດໝໍ 100 ກວ່າຄົນ

99

ຈຳນວນຜູ້ເສຍຊີວິດຈາກວິກິດການຂອງເຊື້ອໄວຣັສໂຄວິດ-19 ໃນອິຕາລີ ເພິ່ມຂຶ້ນຫຼາຍກວ່າ 18 ພັນຄົນ ໃນຈຳນວນນີ້ ຫຼາຍກວ່າ 100 ຄົນ ເປັນບຸກຄະກອນແພດ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຣມ ປະເທດອິຕາລີ ເມື່ອວັນສຸກ ທີ 10 ເມສາ ວ່າ ກະຊວງສາທາລະນະສຸກອິຕາລີ ອອກຖະແຫຼງການ ເມື່ອວັນພະຫັດ ລາຍງານສະຖານະການຂອງໂຄວິດ-19 ໃນປະເທດ ພາຍໃນ 24 ຊົ່ວໂມງຫຼ້າສຸດ ວ່າ ມີການຢືນຢັນຜູ້ເສຍຊີວິດເພິ່ມອີກ 610 ຄົນ ເພິ່ມສະຖິຕິສະສົມຢ່າງໜ້ອຍ 18.279 ຄົນ ຂະນະດຽວກັນ ມີການຢືນຢັນຜູ້ປ່ວຍໃໝ່ເພິ່ມ 4.204 ຄົນ ເພິ່ມຈຳນວນຜູ້ປ່ວຍສະສົມ ຢ່າງໜ້ອຍ 143.626 ຄົນ ແລະ ປິ່ນປົວເຊົາແລ້ວ 28.470 ຄົນ.

ຢ່າງໃດກໍ່ຕາມ, ສະມາຄົມການແພດຂອງອິຕາລີ ໄດ້ລາຍງານວ່າ ນັບຕັ້ງແຕ່ຢືນຢັນຜູ້ເສຍຊີວິດຈາກໂຄວິດ-19 ຄົນທຳອິດໃນປະເທດ ເມື່ອທ້າຍເດືອນກຸມພາ ຜ່ານມາ ອິຕາລີ ສູນເສຍບຸກຄະລາກອນແພດຈາກວິກິດການແຜ່ລະບາດ ຄັ້ງນີ້ “ກວ່າ 100 ຄົນ” ແລະ ຮຽກຮ້ອງໃຫ້ລັດຖະບານເພິ່ມການສະໜັບ ສະໜູນອຸປະກອນປ້ອງກັນທາງການແພດໃຫ້ແກ່ບຸກຄະລາກອນ.

ເຖິງວ່າຂໍ້ມູນຂອງສະມາຄົມການແພດ ຍັງບໍ່ມີລາຍລະອຽດກ່ຽວກັບຜູ້ເສຍຊີວິດ ແຕ່ສື່ມວນຊົນທ້ອງຖິ່ນຫຼາຍແຫ່ງຄາດການວ່າ ມີພະຍາບານຢ່າງນ້ອຍ 30 ຄົນ ເສຍຊີວິດ ແລະ 10% ຂອງຈຳນວນຜູ້ຕິດເຊື້ອສະສົມໃນອີຕາລີ ເປັນບຸກຄະລາກອນແພດ.