ຂ່າວດີ! ທຶນຮຽນວິຊາຊີບຟຣີມີເບ້ຍລ້ຽງໃຫ້ອີກ 8 ແສນກີບຕໍ່ຄົນ ສົນໃຈສະໝັກເລີຍ

209

ວິທະຍາໄລວຽງຈັນພັດທະນາອາຊີບ ເປີດຮັບສະໝັກຜູ້ສົນໃຈຮຽນວິຊາຊີບອີກແລ້ວ ຊຸດນີ້ກໍ່ຄືຜ່ານໆມາເປັນທຶນຮຽນຟຣີ ສຳລັບທີ່ບໍ່ມີໂອກາດໄດ້ຮຽນຈົບມັດທະຍົມຕົ້ນ ແລະ ປາຍ ທີ່ມີອາຍຸ 18-30 ປີ ແຕ່ມີຄວາມສົນໃຈຢາກມີວິຊາຊີບຕິດໂຕ ຮຽນໃນໄລຍະສັ້ນ 3 ສາຂາອາຊີບ ຈຳນວນ 65 ທຶນ, ພ້ອມທັງມີເບ້ຍລ້ຽງໃຫ້ 800.000 ກີບຕໍ່ຄົນຕໍ່ເດືອນ.

ອີງຕາມເຟສບຸກ  ຂອງວິທະຍາໄລ ວຽງຈັນພັດທະນາອາຊີບ ໄດ້ປະກາດຮັບສະໝັກທຶນຮຽນຟຣີ ຈຳນວນ 65 ທຶນ ໃນວັນທີ 10 ເມສາ 2020  ໃນ 3 ສາຂາອາຊີບຄື:

1 ວິຊາບໍລິການໂຮງແຮມ (ໄດ້ຮຽນ ກ່ຽວກັບພະແນກຕ້ອນຮັບ ຊັກລີດເສື້ອຜ້າການຕົບແຕ່ງຕຽງ ແລະ ອື່ນໆ) ຈຳນວນ 20 ທຶນ.

2 ວິຊາບໍລິການອາຫານ ແລະ ເຄື່ອງດື່ມ (ໄດ້ເຮັດຊາກະເຟຕົບແຕ່ງກະເຟ ເຮັດມ໋ອກ ແລະ ຄ໋ອກເທວ ວິທີການຈັດໂຕະອາຫານແບບສະກົນ ການເສີບແບບມືອາຊີບ) ຈຳນວນ 20 ທຶນ.

3 ວິຊາປຸງແຕ່ງອາຫານ (ຈະໄດ້ຮຽນວິທີການຕົບແຕ່ງ ປະຕິບັດອາຫານລາວ ແລະ ສາກົນ ຄິດໄລ່ຕົ້ນທຶນກຳໄລ ວິທີຖະຫນອມຂ່າວດີ ທຶນຮຽນຟຣີ ມີຈຳນວນຈຳກັດ ສະຫມັກກ່ອນມີໂອກາດກ່ອນ ຈຳນວນ 20 ທຶນ.

ເປີດຮັບສະໝັກຕັງແຕ່ວັນທີ 1 ເມສາ 2020 ຈົນເຖິງ ວັນທີ 18 ພຶດສະພາ 2020 ນີ້ເທົ່ານັ້ນ ທຶນມີຈຳນວນຈຳກັດສະໝັກກ່ອນໄດ້ກ່ອນ ແລະ ຈະເລີ່ມເປີດການຮຽນ-ການສອນໃນ ວັນທີ 1 ມິຖຸນາ 2020 ຈະມາເຖິງນີ້.

ສຳລັບເອກະສານສະໝັກ ປະກອບມີ: ເອກະສານປະກອບການຮຽນ, ໃບປະກາດປະຖົມ, ໃບຢັ້ງຢືນທີ່ຢູ່, ສຳເນົາສຳມະໂນຄົວ, ໃບຢັ້ງຢືນສະຖານະເສດຖະກິດຄອບຄົວ, ຮູບຖ່າຍຂະຫນາດ 3×4 6ໃບ

ສ່ວນໄລຍະການຮຽນທຸກຄົນຕ້ອງນອນຫໍພັກໂຮງຮຽນ ເພາະຈະໄດ້ຮຽນແຕ່ເຊົ້າ ຫາ ຄໍ່າ ພ້ອມທັງສອນ ພາສາອັງກິດວິຊາສະເພາະໃຫ້ພ້ອມ. ສ່ວນໄລຍະເວລາຮຽນແມ່ນ 3 ເດືອນ ຈົບໄປໄດ້ໃບປະກາດຊັ້ນຕົ້ນ.

ສຳລັບເງື່ອນໄຂຜູ້ສະໝັກ: ຕ້ອງແມ່ນນັກຮຽນປະຖົມ ທີ່ບໍ່ຈົບມັດທະຍົມຕົ້ນ ແລະ ປາຍ, ມີອາຍຸ 18-30 ປີ, ຄອບຄົວຂາດເຂີນທຶນສົ່ງເສີມການຮຽນ, ບໍ່ມີອາຊີບ ວຽກເຮັດງານທຳ, ບໍ່ເຄີຍຮຽນວິຊາຊີບໃດໆມາກ່ອນ ແລະ ມີພາຫະນະທຽວການ (ຢໍ້າຕ້ອງມີພາຫະນະ)

ສຳລັບສິ່ງທີ່ຜູ້ຮຽນຈະໄດ້ຮັບ ຈາກໂຄງການດັ່ງກ່າວແມ່ນ ຈະໄດ້ຮັບເບັ້ຍລ້ຽງ 800.000 ຕໍ່ຄົນຕໍ່ເດືອນ,ມີອຸປະກອນປະກອບການຮຽນຟຣີ, ມີປະກັນໄພ ໄລຍະຮຽນເຈັບເປັນບໍ່ຕ້ອງເສຍຄ່າ, ໄດ້ຮັບຄ່າເດີນທາງ 2 ຄັ້ງໃນໄລຍະການຮຽນ, ມີຫໍພັກໃຫ້ຢູ່ຟຣີ, ມີເຄື່ອງບ່ອນນອນຟຣີ ແລະ ໄດ້ຮັບເຄື່ອງແບບ 2 ຊຸດ.

ຖ້າທ່ານໃດສົນໃຈ ແມ່ນສາມາດເຂົ້າມາຕິດຕໍ່ພົວພັນເອົາໃບສະໝັກໄດ້ທີ່ຫ້ອງການວິທະຍາໄລ ວຽງຈັນພັດທະນາອາຊີບ ບ້ານດົງປາແຫລບ ເມືອງ ຈັນທະຍູລີນະຄອນຫລວງວຽງຈັນ ຫຼື ສາມາດຕິດຕໍ່ພົວພັນໄດ້ທີເບີ 021540545 ແລະ 021261566