ໃນວັນທີ 10 ເມສາ 2020 ມີ 5 ພາກສ່ວນເຂົ້າມອບປັດໄຈ ແລະ ອຸປະກອນຊ່ວຍເຫຼືອ ໃຫ້ແກ່ລັດຖະບານ ເພື່ອນຳໃຊ້ເຂົ້າໃນວຽກງານ ຄວບຄຸມ, ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ເຊິ່ງຕາງໜ້າຮັບໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ທັງເປັນຫົວໜ້າຄະນະຊີ້ນຳລວມ ເພື່ອຕິດຕາມກວດກາ ແລະ ແກ້ໄຂການລະບາດພະຍາດໂຄວິດ-19.
ໃນການມອບປັດໄຈ ແລະ ອຸປະກອນ ຊ່ວຍເຫຼືອໃນຄັ້ງນີ້ປະກອບມີ 5 ພາກສ່ວນຄື: 1). ຄອບຄົວການນຳ ແລະ ສະມາຄົມນັກທຸລະກິດຍິງ ນຳໂດຍທ່ານ ນາງ ອາລຸນນີ ກົມມະສິດ ພັນລະຍາລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ນາງ ຈັນທະຈອນ ວົງໄຊ ປະທານ ສະມາຄົມນັກທຸລະກິດຍິງໜຸ່ມ ພ້ອມດ້ວຍຄະນະ ມອບເຄື່ອງມື ແລະ ອຸປະກອນ ລວມມູນຄ່າ 214 ລ້ານກີບ;
2). ສະມາຄົມໃຫຍ່ຊາວຫວຽດນາມຢູ່ ສປປ ລາວ ແລະ ສະມາຄົມນັກທຸລະກິດຫວຽດນາມ ຮ່ວມມື ແລະ ລົງທຶນຢູ່ ສປປ ລາວ ຕາງໜ້າມອບໂດຍທ່ານ ວິໄຊ ນະວຽງຈັນ, ທ່ານ ຟ້າມກວາງຟູ່ ແລະ ທ່ານ ນາງ ຫວູ ຕູ່ ແອັວງ ເງິນສົດຈຳນວນ 113 ລ້ານກີບ;
3). ບໍລິສັດ ສະກາຍ ໂອລະຄົມ ຕາງໜ້າມອບໂດຍທ່ານ ສຸບັນ ພັນທະວີ ອຳນວຍການໃຫຍ່ບໍລິສັດສະກາຍໂທລະຄົມ ເງິນສົດຈຳນວນ 100 ລ້ານກີບ;
4). ສຳນັກງານປົກປ້ອງເງິນຝາກ ຕາງໜ້າມອບໂດຍ ທ່ານ ຄຳໄຊ ພົມມະວີ ຄະນະສຳນັກງານປົກປ້ອງເງິນຝາກ ຈຳນວນ 50 ລ້ານກີບ ແລະ ພາກສ່ວນທີ 5). ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຕາງໜ້າມອບໂດຍທ່ານ ວັດດານາ ສຸຄະບັນດິດ ຜູ້ອຳນວຍການໃຫຍ່ສຸວັນນີ ໂຮມເຊັນເຕີ ມະຫາຊົນ ໃນຈຳນວນ 100 ລ້ານກີບ ລວມມູນຄ່າທັງໝົດ 5 ພາກສ່ວນ ຈຳນວນ 577 ລ້ານກີບ.
ໃນໂອກາດດັ່ງກ່າວນີ້ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ທັງເປັນຫົວໜ້າຄະນະຊີ້ນຳລວມ ເພື່ອຕິດຕາມກວດກາ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໄດ້ກ່າວສະແດງຄວາມຂອບໃຈນຳທຸກພາກສ່ວນ ທີ່ໄດ້ເສຍສະຫຼະບິແບ່ງນໍ້າໃຈ ກໍ່ຄືສັບສິນສ່ວນຕົວມາປະກອບສ່ວນເຂົ້າໃນການຄວບຄຸມ, ຕ້ານແກ້ໄຂການລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ປະຈຸບັນກຳລັງມີການແຜ່ລະບາດ ແລະ ສຳລາວເຮົາກໍ່ມີຜູ້ຕິດເຊື້ອ 16 ກໍລະນີແລ້ວ ແຕ່ການຕອບໂຕ້ກັບການແຜ່ລະບາດຂອງເຊື້ອດັ່ງກ່າວ ພວກເຮົາຍັງບໍ່ທັນມີອຸປະກອນການແພດ ແລະ ເຄື່ອງມືພ້ອມທີ່ຈະຮັບມືກັບພະຍາດຮ້າຍນີ້.
ດັ່ງນັ້ນພວກເຮົາຈະເອົາ ຈຳນວນເງິນທີ່ມອບຈາກພວກທ່ານໄປຊື້ອຸປະກອນການແພດຕື່ມ ແລະ ການປະກອບສ່ວນຂອງພວກທ່ານແມ່ນເປັນການປະກອບສ່ວນທີ່ຍິ່ງໃຫຍ່ອັນຈະສາມາດຊ່ວຍເຫຼືອຊີວິດຂອງພໍ່ແມ່ປະຊາຊົນໄດ້ຫຼາຍຊີວິດອີກດ້ວຍ.