ອຸປະກອນ Video Conference ຂອງຫົວເຫວີຍ ກັບການປະກອບສ່ວນໃນກອງປະຊຸມທາງໄກຂອງ ສະພາປະສານງານອາຊຽນ ຄັ້ງທີ 25

71

ໃນວັນທີ 9 ເມສາ 2020 ທີ່ ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມທາງໄກ ໂດຍນໍາໃຊ້ອຸປະກອນ Video Conference ຂອງ ບໍລິສັດ ຫົວເຫວີຍ ເປັນຕົວກາງເຊື່ອມຕໍ່ໃນການປະຊຸມ ພາຍໃຕ້ການເປັນປະທານຂອງຫວຽດນາມ ໃນຖານະປະທານໝູນວຽນອາຊຽນ ປີ 2020 ໂດຍມີການເຂົ້າຮ່ວມຂອງບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ.

ພ້ອມນີ້, ກອງປະຊຸມ ຍັງໄດ້ຮັບຊາບການລາຍງານສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ແຕ່ລະປະເທດສະມາຊິກອາຊຽນ ລວມທັງຢູ່ ສປປ ລາວ ເຮົາ ແລະ ໄດ້ປຶກສາຫາລື, ແລກປ່ຽນບົດຮຽນ ແລະ ປະສົບການຮ່ວມກັນ ໃນການສະກັດກັ້ນ, ຄວບຄຸມ ແລະ ຈໍາກັດການແຜ່ລະບາດຂອງພະຍາດໂຄວິດ-19. ພິເສດ, ໄດ້ເປັນເອກະພາບກັນສືບຕໍ່ເສີມຂະຫຍາຍການຮ່ວມມືພາຍໃນອາຊຽນ, ອາຊຽນ ກັບຄູ່ເຈລະຈາ ແລະ ຄູ່ຮ່ວມມື ລວມທັງກັບອົງການຈັດຕັ້ງສາກົນ ໂດຍສະເພາະອົງການອະນາໄມໂລກ ໂດຍຜ່ານບັນດາກົນໄກຮ່ວມມືອາຊຽນທີ່ມີຢູ່.

ນອກນັ້ນ, ກໍຢືນຢັນສືບຕໍ່ຮັດແໜ້ນການຮ່ວມມືເພື່ອຮັບປະກັນສະຖຽນລະພາບທາງດ້ານເສດຖະກິດຂອງພາກພື້ນ ໂດຍສະເພາະໃຫ້ສາມາດຮັກສາໄດ້ການສະໜອງແບບຕ່ອງໂສ້ດ້ານການຄົມມະນາຄົມຂົນສົ່ງ, ການບໍລິການ ແລະ ການສະໜອງສິນຄ້າອຸປະໂພກ-ບໍລິໂພກ, ຢາປົວພະຍາດ ແລະ ອຸປະກອນການແພດທີ່ຈໍາເປັນ.

ນອກນັ້ນ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ກໍ່ໄດ້ສະແດງຄວາມຂອບໃຈມາຍັງ ບໍລິສັດ ຫົວເຫວີຍ ທີ່ໄດ້ປະດິດສ້າງ ແລະ ສະໜອງອຸປະກອນທີ່ດີ ແລະ ທັນສະໄໝມາໃຫ້ຊົມໃຊ້ ທີ່ອໍານວຍຄວາມສະດວກຕໍ່ການປະຕິບັດວຽກງານຜ່ານການປະຊຸມທາງໄກລະຫວ່າງປະເທດ ແລະ ພາກພື້ນອີກດ້ວຍ.