ການຄ້າໂລກປີນີ້ຈະຕົກຕໍ່າກວ່າ30%ຈາກວິກິດໂຄວິດ

89

ອົງການການຄ້າໂລກອອກບົດລາຍງານຄາດຄະເນວ່າ:ປະລິມານການຄ້າຈະຕົກຕໍ່າລະຫວ່າງ13-32%ໃນປີ2020ຂະນະທີ່ການລະບາດຂອງໂຄວິດສົ່ງຜົນກະທົບຕໍ່ກິດຈະກໍາທາງເສດຖະກິດ ແລະ ການດໍາລົງຊີວິດຂອງປະຊາກອນໂລກ.

   ຜົນກະທົບຈາກໂຄວິດ-19ທີ່ມີຕໍ່ປະລິມານການຄ້າໂລກໃນປີນີ້ຈະມີຄວາມຮ້າຍແຮງກວ່າວິກິດການການເງິນໂລກເມື່ອປີ2008.

   ນອກຈາກນີ້,ບົດລາຍງານໃຫ້ຮູ້ວ່າ:ການຟື້ນຄືນໃນປີໜ້າຍັງບໍ່ມີຄວາມແນ່ນອນໂດຍຈະຂຶ້ນຢູ່ກັບໄລຍະເວລາການລະບາດຂອງພະຍາດ ແລະ ປະສິດທິພາບຂອງນະໂຍບາຍທີ່ປະເທດຕ່າງໆນໍາມາໃຊ້.

   ຢ່າງໃດກໍຕາມ,ທ່ານ ໂຣແບ ອາເຊເວໂດ ຜູ້ອໍານວຍການໃຫຍ່ອົງການການຄ້າໂລກກ່າວວ່າ:ຫາກທຸກປະເທດຮ່ວມມືກັນຈະເຫັນການຟື້ນຄືນທາງເສດຖະກິດທີ່ວ່ອງໄວກວ່າເມື່ອປຽບທຽບກັບການທີ່ແຕ່ລະປະເທດອອກນະໂຍບາຍແຕ່ພຽງລໍາພັງ.