“ໂຄວິດເຮັດໃຫ້ຂ້ອຍໄດ້ເຫັນອີກມຸມ​ໜຶ່ງຂອງຊິວິດ” ເຈນ​ນີ້ Miss World Laos 2017 ແຈກເຂົ້າ ຕ້ານໄພໂຄວິດ

226

ສາວ​ເຈນ​ນີ້ ຕົ້ນ​ຄຳ ພົນ​ຈັນ​ເຮືອງ Miss World Laos 2017 ນາງ​ງາມ​ສາຍ​ບຸນ​ອີກ​ຄົນ​ທີ່​ອອກ​ມາ​ໂພ​ສ​ເອງ​ເລີຍ​ວ່າ

ໂຄວິດເຮັດໃຫ້ຂ້ອຍໄດ້ເຫັນອີກມຸນຫນື່ງຂອງຊິວິດ, ໃນຂະນະທີ່ຫລາຍຄົນກິນອີ່ມ ນອນແຊບ ແຕ່ຍັງມີອີກຫລາຍຊິວິດ ຕົກງານ ບໍ່ມີບ່ອນນອນ ບໍ່ມີເຂົ້າກິນ ຫ່າງໄກຈາກຄອບຄົວ ແລະ ບາງຄົນບໍ່ມີຮອດຈຸດຫມາຍປາຍທາງຂອງຊິວິດ

ສະນັ້ນເຮົາໂຊກດີສຳໄດແລ້ວທີ່ມີລົດຂີ່ ມີເຂົ້າກິນ ມີບ່ອນນອນ ມີຄອບຄົວທີ່ເຮົາຮັກໄດ້ຢູ່ນຳກັນ, ຢ່າມົວແຕ່ນັ່ງນອນ ໂທດແຕ່ສະຕາ ເພາະບາງຄັ້ງຊິວິດເຈົ້າອາດຈະດີກ່ວາຫລາຍໆຄົນ ມື້ທີ່ສອງຂອງການແຈກເຂົ້າ ຕ້ານໄພໂຄວິດ, ໃຜຮູ້ສະຖານທີ່ຄົນເລລ້ອນເຕີ່ມອີກຝາກຄອມເມັ້ນໃຫ້ແນ່ເດີ້

 

ກ່ອນ​ໜ້າ​ນີ້ ສາວ​ເຈນ​ນີ້ ໄດ້​ໂພ​ສ ພາບ​ຕົນ​ເອງ​ຊ່ວຍ​ເຫຼືອ “ຕົ້ນທືນຊິວິດຂອງຄົນເຮົາບໍ່ຄືກັນ ຊ່ວງວິກິດນີ້ຄົນຕົກງານ ຄົນວ່າງງານ ບໍ່ມີວຽກເຮັດ ບໍ່ມີເງີນກິນເຂົ້າ ບໍ່ມີບ່ອນນອນ ກັບບ້ານກະບໍ່ໄດ້ເຈນຂໍເປັນຕົວແທນ ຄົນໃຈບຸນທຸກໆທ່ານ ທີ່ຊ່ວຍເຫລືອເຂົ້າກ່ອງມາທາງເຈນ”

ເປັນ​ການ​ເຊີນ​ຊວນ​ທຸກ​ຄົນ​ທີ່​ມີ​ໃຈ​ສັດ​ທາ, ມີຫຼາຍ​ຮ່ວມ​ແບ່ງ​ປັນ​ນ້ຳ​ໃຈ​ໃຫ້​ກັບ​ຄົນ​ທີ່​ອາດ​ຈະ​ບໍ່​ໂຊກ​ດີ​ຄືຫຼາຍໆ​ຄົນ, ເປັນ​ກຳ​ລັງ​ໃຈ​ໃຫ້​ທຸກ​ພາກ​ສ່ວນ​ທີ່​ປະ​ຕິ​ບັດ​ໜ້າ​ທີ່ ໃນ​ຕອນທີ່​ວິ​ກິດ​ໂຄວິດ 19 ນີ້

ເພາະ​ຈະ​ເປັນ​ຄົນ​ທີ່​ສົ່ງ​ຕໍ່​ຄວາມ​ດີ​ງາມ, ນ​້ຳ​ໃຈ​ໃຫ້​ກັບ​ຄົນ​ທີ່​ຂາດ​ແຄນ, ເດືອດ​ຮ້ອນ​ຊ່ວງວິ​ກິດ ເພາະ​ເຊື່ອ​ວ່າ ທຸກ​ຄົນ​ມີບຸນ​ວາດ​ສະ​ໜາ​ໂຊກ​ສະ​ຕາ​ທີ່​ຕ່າງ​ກັນ ເລືອກ​ເກີດ​ບໍ່​ໄດ້ ແຕ່​ເລືອກ​ເປັນ ແລະ ແບ່ງ​ປັນ​ໄດ້

ຂໍ​ໃຫ້​ຈະ​ເລີນໆ​ຈະ​ເລີນ​ເດີ້ ສາວ ​ເຈນ​ນີ້ ເຊິ່ງ​ປັດ​ຈຸ​ບັນ​ສາວກໍ​ເປັນ​ນາງ​ແບບ, ເດີນ​ແບບ, ເປັນ​ພິ​ທີ​ກອນ ແລະ ເປັນ Director of Tonkham Modeling…

.