ວິທີເຮັດນໍ້າສະກັດຊີວະພາບໄລ່ແມງໄມ້

106

ການປູກຝັງເຮັດກະສິກໍາຕ່າງໆບໍ່ວ່າຈະເປັນລະດູໃດກໍມັກຈະມີສັດຕູພືດ ຫຼື ແມງໄມ້ມາທໍາລາຍພືດຜັກຜົນລະປູກຂອງຊາວສວນຢູ່ຕະຫຼອດ ຍິ່ງໄປກວ່ານັ້ນແມ່ນເຮັດໃຫ້ຜົນຜະລິດເສຍຫາຍ, ບໍ່ໄດ້ຄຸນນະພາບ ຫຼື ມີປະລິມານໜ້ອຍລົງ ເຊິ່ງເຊື່ອວ່າເປັນສິ່ງທີ່ຊາວກະສິກອນບໍ່ປະສົງໃຫ້ເກີດຂຶ້ນ. ດັ່ງນັ້ນ, ມື້ນີ້ຜູ້ຂຽນໄດນໍາເອົາວິທີການເຮັດນໍ້າສະກັດຊີວະພາບປາບແມງໄມ້ໃຫ້ຕາຍ ມາໃຫ້ທ່ານຜູ້ອ່ານໄດ້ທົດລອງນໍາໄປໃຊ້ນໍາກັນ.

ວິທີການເຮັດນໍ້າສະກັດຊີວະພາບທີ່ຜູ້ຂຽນຈະນໍາສະເໜີຕໍ່ໄປນີ້ ສາມາດເຮັດໄດ້ແບບງ່າຍໆ ແລະ ນໍາໃຊ້ວັດຖຸດິບທີ່ຫາໄດ້ໂດຍທົ່ວໄປ.

ສ່ວນປະກອບຕົ້ນຕໍມີຄື: ເຫຼົ້າຂາວ 1 ລິດ, ກາກນໍ້າຕານ 1 ກິໂລກຣາມ, ນໍ້າສົ້ມສາຍຊູ 1 ລິດ,  ຢາເສັ້ນ ( ຢາສູບ ) 3 ຂີດ, ຂ່າແກ່ 5 ກິໂລ ກຣາມ, ຫົວເຊື້ອ Em 0,3 ລິດ.

ວິທີເຮັດ:

1 ຊອຍຫົວຂ່າແກ່ທີ່ກຽມໄວ້ເປັນຕ່ອນບາງໆນໍາໄປຕົ້ມໃຫ້ຟົດພ້ອມກັບຢາສູບ ໂດຍໃສ່ນໍ້າສະອາດໃນປະລິມານທີ່ພໍດີຖ້ວມຂ່າ ແລະ ຢາສູບ, ໃຊ້ເວລາຕົ້ມປະມານ 1 ຊົ່ວໂມງ ຈາກນັ້ນປົງໄວ້ໃຫ້ເຢັນ.

2 ຕອງເອົານໍ້າຕົ້ມຂ່າ ແລະ ຢາສູບ ( ສ່ວນກາກແມ່ນຖິ້ມ ) ມາປະສົມກັບສ່ວນປະກອບທີ່ເຫຼືອທັງໝົດ ທີ່ກ່າວມາຂ້າງເທິງແລ້ວຄົນໃຫ້ເຂົ້າກັນ.

3 ນໍາເອົານໍ້າສະກັດທີ່ເຮົາປະສົມໄວ້ເທໃສ່ຖັງ ຫຼື ພາຊະນະທີ່ມີຝາປິດ. ຫຼັງຈາກນັ້ນ, ໝັກປະໄວ້ຢ່າງໜ້ອຍທີ່ສຸດ 24 ຊົ່ວໂມງ ຖືເປັນອັນສໍາເລັດ.

ວິທີການໃຊ້: ຫຼັງຈາກໄດ້ນໍ້າໝັກແລ້ວໃຫ້ຕັກເອົານໍ້າໝັກດັ່ງກ່າວຈໍານວນ 5 ບ່ວງແກງ ປະສົມກັບນໍ້າ 10 ລິດນໍາໄປສີດໃສ່ຜັກທຸກໆ 3 ມື້ ເພື່ອປ້ອງກັນພະຍາດໃນພືດຕ່າງໆ, ຄວນສີດເປັນປະຈໍາຕັ້ງແຕ່ຜັກອາຍຸ 2 ຫາ 3 ອາທິດຂຶ້ນໄປ ເພື່ອປ້ອງກັນບໍ່ໃຫ້ສັດຕູພືດມາກິນ ຫຼື ທໍາລາຍພືດຜັກຂອງເຮົາໄດ້.

ທີ່ມາ: ລາວ 44 ຂໍ້ມູນຂ່າວສານເພື່ອການພັດທະນາ