ການຄ້າສະຫວັນນະເຂດ ລົງຕິດຕາມ – ກວດກາບັນດາຕະຫຼາດໃນເທສະບານແຂວງ

236

ໃນວັນທີ 8 ເມສາ 2020 ທ່ານ ໂພສີສ້ອຍ ກຸທິລາດ ຮັກສາການຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງສະຫວັນນະເຂດ ພ້ອມດ້ວຍບັນດາຂະແໜງການອ້ອມຂ້າງພະແນກ ໄດ້ພ້ອມກັນລົງຕິດຕາມ, ກວດກາ, ການຈັດຕັ້ງປະຕິບັດຄຳສັ່ງແນະນຳຂອງທ່ານເຈົ້າແຂວງສະຫວັນນະເຂດ ສະບັບເລກທີ 758/ຈສ,ສຂ ລົງວັນທີ 2/4/2020 ເພື່ອປະຕິບັດຕາມຄຳສັ່ງເລກທີ 06/ນຍ ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ – 19 ເຊິ່ງໄດ້ລະບຸໄວ້ວ່າ: ໃຫ້ປິດການຂາຍເຄື່ອງຍ່ອຍ, ຂາຍເສື້ອ – ຜ້າຢູ່ໃນຕະຫຼາດຕ່າງໆໃນທົ່ວແຂວງ ແລະ ອະນຸຍາດໃຫ້ຂາຍສະເພາະສິນຄ້າປະເພດກະສິກຳ ເພື່ອຕອບສະໜອງໃຫ້ການບໍລິໂພກ.

ສຳລັບຢູ່ຕະຫຼາດສະຫວັນໄຊ ສ່ວນຫຼາຍແມ່ນໄດ້ມີການປິດຮ້ານຂາຍເຄື່ອງເປັນສ່ວນໃຫຍ່, ຍັງເຫຼືອພຽງສິນຄ້າບໍລິໂພກ. ໂອກາດນີ້, ທ່ານ ໂພສີສ້ອຍ ກຸທິລາດ ຍັງໄດ້ຕິດຕາມລາຄາສິນຄ້າຕາມທ້ອງຕະຫຼາດ ເຊິ່ງເຫັນວ່າສິນຄ້າສ່ວນໃຫຍ່ ຍັງມີລາຄາຄົງເດີມ, ຍັງບໍ່ມີຜູ້ສວຍໂອກາດຂຶ້ນລາຄາ, ພ້ອມທັງໄດ້ແນະນຳໃຫ້ຜູ້ຂາຍສິນຄ້າໃຫ້ຕິດລາຄາ ເພື່ອຄວາມໂປ່ງໃສທັງຜູ້ຊື້ ແລະ ຜູ້ຂາຍ. ຈາກນັ້ນ, ກໍໄດ້ລົງໄປຕິດຕາມ, ກວດກາລາຄາສິນຄ້າຢູ່ຕະຫຼາດຫຼັກ 8 ຕື່ມອີກ.

ໂອກາດນີ້ ທ່ານຍັງໄດ້ຮຽກຮ້ອງມາຍັງພໍ່ຄ້າຊາວຂາຍ, ຈົ່ງພ້ອມກັນເຫັນໃຈ ແລະ ຮ່ວມກັນ ຈັດຕັ້ງປະຕິບັດທຸກມະຕິຄຳສັ່ງທີ່ທາງຂັ້ນເທິງວາງອອກ, ພ້ອມກັນຜ່ານຜ່າວິກິດການຄັ້ງນີ້ໄປພ້ອມໆກັນ.