ນະຄອນຫຼວງນິວເດລີ – ລັດອຸດຕຣາປະເທດ ປິດເມືອງຄວບຄຸມໂຄວິດ-19

62

ທາງການນະຄອນຫຼວງນິວເດລີ ແລະ ລັດອຸດຕຣາປະເທດ ຂອງອິນເດຍ ປະກາດປິດບາງເມືອງໃນຂົງເຂດຂອງຕົນເອງ ເຊິ່ງກວດພົບຜູ້ປ່ວຍພະຍາດໂຄວິດ-19 ເພື່ອໃຫ້ມີປະສິດທິຜົນໃນການຄວບຄຸມການແຜ່ລະບາດ ໂດຍລັດຖະບານກາງກຳລັງທົບທວນກ່ຽວກັບການຂະຫຍາຍໄລຍະມາດຕະການປິດເມືອງທົ່ວປະເທດ.

ສຳນັກຂ່າວຕ່າງປະເທດລາຍງານຈາກ ນະຄອນຫຼວງນິວເດລີ ປະເທດອິນເດຍ ເມື່ອວັນພະຫັດ ທີ 9 ເມສາ ວ່າ ນາຍົກລັດຖະມົນຕີນະເຣນທຣາ ໂມດີ ຖະແຫຼງການກ່ຽວກັບສະຖານະການແຜ່ລະບາດຂອງພະຍາດໂຄວິດ-19 ໃນປະເທດອິນເດຍ ມີຜູ້ປ່ວຍເກືອບ 6 ພັນຄົນ ເສຍຊີວິດສະສົມຢ່າງໜ້ອຍ 178 ຄົນ ວ່າ ຍັງເປັນ “ພາວະສຸກເສີນທາງສັງຄົມ” ແລະສິ່ງທ້າທາຍດ້ານເສດຖະກິດ.

ທັງນີ້ ຜູ້ນຳອິນເດຍ ກ່າວວ່າ ການດຳລົງຊີວິດຂອງປະຊາຊົນໃນໄລຍະກ່ອນ ແລະ ຫຼັງຈາກຜ່ານພົ້ນມາດຕະການປິດເມືອງ 21 ວັນ ທີ່ມີກຳນົດສິ້ນສຸດ ໃນວັນທີ 14 ເມສາ ນີ້ ອາດຈະສືບຕໍ່ອອກໄປອີກ ເນື່ອງຈາກມີລາຍງານວ່າ ຄະນະ ຂັ້ນສູງຫຼາຍທ່ານໄດ້ສະເໜີໃຫ້ລັດຖະບານບໍ່ຄວນຢຸດມາດຕະການດັ່ງກ່າວທັນທີ ແຕ່ຄວນໃຊ້ວິທີການຜ່ອນຜັນເປັນ ໄລຍະ.

ຂະນະທີ່ ລັດອຸດຕຣາປະເທດ ທີ່ຕັ້ງຢູ່ທິດຕາເວັນອອກສຽງເໜືອ ມີຜູ້ປ່ວຍສະສົມຫຼາຍກ່ວາ 300 ຄົນ ແລະ ເສຍຊີວິດຢ່າງໜ້ອຍ 4 ຄົນ ປະກາດມາດຕະການປິດເມືອງຢ່າງໜ້ອຍ 15 ເຂດ ເຊິ່ງກວດພົບຜູ້ປ່ວຍຫຼາຍທີ່ສຸດຈົນໝົດເດືອນເມສານີ້ ແລະ ລັດຖະບານຈະຮັບຜິດຊອບໃນການແຈກຈ່າຍສະບຽງໃຫ້ປະຊາຊົນ ເຊັ່ນດຽວກັບທ່ານອາວິນດ໌ ເກດໄຣວັລ ລັດຖະມົນຕີແຫ່ງລັດນິວເດລີ ເຊິ່ງມີຜູ້ປ່ວຍສະສົມ ກວ່າ 500 ຄົນ ແລະ ເສຍຊີວິດແລ້ວ 9 ຄົນ ປະກາດປິດ ພື້ນທີ່ 20 ເຂດຂອງນະຄອນຫຼວງຈົນຮອດວັນທີ 30 ເມສາ ເຊິ່ງເປັນເຂດທີ່ກວດພົບຜູ້ຕິດເຊື້ອຫຼາຍທີ່ສຸດ ແລະ ກຽມໃຫ້ພະນັກງານອອກແຈກຈ່າຍສະບຽງໃຫ້ທຸກຄອບຄົວທີ່ໄດ້ຮັບຜົນກະທົບເຊັ່ນກັນ.

ນອກຈາກນີ້, ເທສະບານນະຄອນຫຼວງນິວເດລີ ອອກແຈ້ງການພິເສດ ຮຽກຮ້ອງໃຫ້ປະຊາຊົນຕ້ອງໃສ່ໜ້າກາກ ຫຼື ຜ້າອັດດັງກ່ອນອອກຈາກບ້ານ ເພື່ອຫຼຸດຄວາມສ່ຽງຂອງການຕິດເຊື້ອ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19.