ດ່ວນ! ນັກສຶກສາລາວ ຢູ່ຫວຽດນາມ 151 ຄົນ ລັກອອກຈາກຫໍພັກເພື່ອກັບສູ່ປະເທດ

159

ເຖິງວ່າລັດຖະບານກໍ່ຄືກະຊວງສຶກສາທິການ ແລະກິລາ ໄດ້ອອກແຈ້ງການໄປກ່ອນໜ້ານີ້ແລ້ວວ່າໃຫ້ນັກສຶກສາລາວທີ່ກຳລັງຮຽນຢູ່ຫວຽດນາມ ສືບຕໍ່ຢູ່ພຸ້ນໄປກ່ອນຈົນກວ່າສະຖານະການຈະດີຂຶ້ນກ່ອນຈິ່ງກັບປະເທດເຮົາ ຫຼື ຖ້າມີຈຸດປະສົງຈະມາກໍ່ຕ້ອງປະສານງານຂໍຄວາມຊ່ວຍເຫຼືອທາງການເພື່ອພິຈາລະນາກ່ອນຈິ່ງອະນຸຍາດໃຫ້ກັບໄດ້ ແຕ່ຂ່າວຫຼ້າສຸດນີ້ຍັງມີລາຍງານວ່າມີນັກສຶກລາວຈາກຫວຽດນາມລັກໜີອອກຈາກຫໍພັກ ເພື່ອກັບຄືນບ້ານເກີດ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ຮສ ປອ ກອງສີ ແສງມະນີ ຮອລັດຖະມົນຕີ ກະຊວງ – ສຶກສາທິການ ແລະ ກິລາ ໃນນາມຕາງຫນ້າໃຫ້ແກ່ຄະນະນໍາກະຊວງສຶກສາທິການ ແລະ ກິລາ ແລະ ຄະນະສະເພາະກິດການ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ-19 ຂອງຂະແຫນງການສຶກສາ ແລະ ກິລາໄດ້ຖະແຫຼງໃນວັນທີ 9 ເມສາ ນີ້ ໃຫ້ຮູ້ວ່າ ນັກສຶກສາລາວທີ່ແຂວງຮ່າຕິ້ງ ສສ ຫຽດນາມ ລັກອອກຫໍພັກ ໂດຍອີງຕາມຫນັງສືແຈ້ງການພະແນກການພົວພັນຕ່າງປະເທດຂອງ ແຂວງຮ່າຕິ່ງ ສສ ຫວຽດນາມ, ສະບັບເລກທີ 238/SNgV-LSBG,ລົງວັນທີ 07/04/2020 ແລະ ຫນັງສືລາຍງານຈາກສະຖານກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈໍານະຄອນດານັງ ສສ ຫວຽດນາມ ສະບັບເລກທີ 1 36/ກສ.ດນ, ລົງວັນທີ 08 ເມສາ 2020. ໃຫ້ຮູ້ວ່າມີນັກສຶກສາລາວ ຈໍານວນ 151 ຄົນ ໄດ້ລັກອອກຈາກຫໍພັກໂຮງຮຽນ ເພື່ອເດີນທາງກັບ ສປປ ລາວ.

ເຊິ່ງນັກສຶກສາດັ່ງກ່າວມາຈາກ 03 ສະຖານການສຶກສາຄື: ມະຫາວິທະຍາໄລຮ່າຕິ້ງຈໍານວນ 70 ຄົນ, ວິທະຍາໄລການແພດຮ່າຕິ້ງ ຈໍານວນ 53 ຄົນ ແລະ ວິທະຍາໄລເຕັກນິກ ຫວຽດ-ເຢຍລະມັນ ຈໍານວນ 28 ຄົນ, ໃນນີ້ເປັນນັກສຶກສາ: ແຂວງ ຄຳມ່ວນ  52 ຄົນ, ຊຽງຂວາງ 26 ຄົນ, ນະຄອນຫຼວງ 18 ຄົນ, ຈຳປາສັກ 12 ຄົນ, ສະຫວັນນະເຂດ 10 ຄົນ, ວຽງຈັນ 10 ຄົນ, ໄຊສົມບູນ 9 ຄົນ, ບໍລິຄຳໄຊ 3 ຄົນ, ສາລະວັນ 3 ຄົນ, ໄຊຍະບູລິ 2 ຄົນ, ຜົ້ງສາລີ 2 ຄົນ, ຫົວພັນ 2 ຄົນ, ອັດຕະປື 1 ຄົນ ແລະ ຫຼວງພະບາງ 1 ຄົນ.

ພາບປະກອບຂ່າວເທົ່ານັ້ນ

ຕໍ່ການກະທໍາດັ່ງກ່າວຖືວ່າ ເປັນການລະເມີດຕໍ່ຄໍາສັ່ງ, ແຈ້ງການ ແລະ ລະບຽບຂອງລັດຖະບານ ສສ ຫວຽດ ນາມ, ລັດຖະບານ ສປປ ລາວ, ແຂວງຮ່່າຕິ່ງ ແລະ ສະຖານການສຶກສາ ກ່ຽວກັບການປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດຍ້ອນເຊື້ອຈຸລະ ໂລກສາຍພັນໃຫມ່ ໂຄວິດ-19.

ພາບປະກອບຂ່າວເທົ່ານັ້ນ

ດັ່ງນັ້ນ, ເພື່ອປ້ອງກັນ ແລະ ຄວບຄຸມພະຍາດ ໂຄວິດ-19 ທີ່ກໍາ ລັງແຜ່ລະບາດ ແລະ ມີຄວາມສ່ຽງສູງຕໍ່ສຸຂະພາບ ແລະ ຄວາມປອດໄພ ຂອງຄົນໃນສັງຄົມ. ກະຊວງສຶກສາທິການ ແລະ ກິລາ ຈຶ່ງອອກ ແຈ້ງການດັ່ງນີ້:

1 ໃຫ້ພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງລາຍງານການນໍາແຂວງ, ນະຄອນຫຼວງ, ປະສານສົມທົບພະແນກ ການຕ່າງປະເທດແຂວງ ແລະ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ຂັ້ນ ທ້ອງຖິ່ນ ກ່ຽວກັບສະພາບນັກສຶກສາລາວທີ່ກໍາລັງສຶກສາຢູ່ ສສ ຫວຽດນາມ ແລະ ໄດ້ເດີນທາງກັບ ສປປ ລາວ.

ພາບປະກອບຂ່າວເທົ່ານັ້ນ

2 ຮຽກຮ້ອງມາຍັງນັກສຶກສາ, ພໍ່ແມ່, ຜູ້ປົກຄອງຈົ່ງໃຫ້ການຮ່ວມມືສຶກສາອົບຮົມລູກຫຼານຂອງຕົນຜູ້ທີ່ບໍ່ທັນກັບລາວໃຫ້ປະຕິບັດຕາມ ຄໍາສັ່ງ ແລະ ກົດຫມາຍຂອງປະເທດເຈົ້າພາບກໍ່ຄືຄໍາສັ່ງຂອງນາຍົກ ລັດຖະມົນຕີ ສະບັບເລກທີ 06/ ນຍ, ລົງວັນທີ 29 ມີນາ 2020 ) ດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄ ວິດ 19 (ໂຄວິດ-19)ຢ່າງເຂັ້ມງວດ. ສໍາລັບນັກສຶກສາທີ່ກັບລາວ ແລ້ວໃຫ້ປະຕິບັດຕາມມາດຕະການຂອງຄະນະສະເພາະກິດເພື່ອ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19 ຢ່າງເຂັ້ມງວດເພື່ອຮັບປະກັນຄວາມປອດໄພຂອງຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດຊາດ.

ພາບປະກອບຂ່າວເທົ່ານັ້ນ

3 ໃຫ້ນັກສຶກສາທີ່ກໍາລັງສຶກສາຢູ່ສະຖານການສຶກສາຕ່າງໆ ຂອງ ສສ ຫວຽດນາມ ໃຫ້ສືບຕໍ່ຢູ່ພາຍໃຕ້ການຄຸ້ມຄອງຂອງສະຖານການ ສຶກສາ, ບໍ່ໃຫ້ມີການເຄື່ອນຍ້າຍໄປມາ ຕາມທິດຊີ້ນໍາຂອງ ລັດຖະບານ ແລະ ໃຫ້ປະຕິບັດຕາມມາດຕະການການປ້ອງກັນ ຂອງປະເທດເຈົ້າພາບຢ່າງເຂັ້ມງວດ. ຈົນກວ່າສະພາບການລະບາດຂອງພະຍາດໂຄວິດ-19 ຜ່ອນຄາຍລົງ;

4 ສໍາລັບນັກສຶກສາລາວທີ່ກໍາລັງສຶກສາຢູ່ປະເທດອື່ນໆ ນອກຈາກ ສສ ຫວຽດນາມແມ່ນໃຫ້ສືບຕໍ່ປະຕິບັດຕາ ມທິດຊີ້ນໍາຂອງ ລັດຖະບານ, ສະຖານທູດລາວ ແລະ ມາດຕະການການປ້ອງກັນ ຂອງປະເທດເຈົ້າພາບຢ່າງເຂັ້ມງວດ.

ພາບປະກອບຂ່າວເທົ່ານັ້ນ

ພາບປະກອບຂ່າວຈາກ: ຮຽນຕໍ່ ສສ ຫວຽດນາມ 2020-2021