ຖະແຫຼງຂ່າວວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຄົບຮອບ 65 ປີ

261

ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຈັດພິທີຖະແຫຼ່ງຂ່າວ ເນື່ອງວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຄົບຮອບ 65 ປີ (14 ເມສາ 1955-14 ເມສາ 2020) ຂຶ້ນໃນວັນທີ 9 ເມສາ 2020 ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນ ໂດຍການເປັນກຽດຖະຂ່າວຂອງ ສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານສູນກາງ ຊປລ.

ທ່ານ ອາລຸນໄຊ ສູນນະລາດ ກ່າວວ່າ: ກ່ອນອື່ນຂໍສະແດງຄວາມເຄົາລົບນັບຖືຢ່າງສູງມາຍັງການນໍາພັກ-ລັດ, ຄະນະນຳ ແລະ ສະມາຊິກຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນລາວບັນດາເຜົ່າທົ່ວປະເທດ.  ເນື້ອງໃນວັນກຸດສົງການປີໃໝ່ລາວ ພສ 2563 ແລະ ກົງກັບວັນທີ 14 ເມສາ ທີ່ຈະມາເຖິງນີ້ກໍແມ່ນວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ເຊິ່ງເປັນວັນທີ່ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ເພື່ອລະນຶກເຖິງມູນເຊື້ອ ແລະ ຄຸນງາມຄວາມດີຂອງຄົນຮຸນກ່ອນທີ່ໄດ້ອຸທິດຊີວິດເລືອດເນື້ອເຫືອໄຄຂອງຕົ້ນໃຫ້ແກ່ປະເທດຊາດ, ຖືເອົາວັນທີ 14 ເມສາ ເປັນວັນເຕົ້າໂຮມຄວາມສາມັກຄີຂອງຊາວໜຸ່ມ-ເຍົາວະຊົນ ແລະ ອະນຸຊົນລາວບັນດາເຜົ່າ, ເປັນວັນແຫ່ງການສຶກຮໍ່າຮຽນ, ກໍ່ສ້າງ ແລະ ພັດທະນາຕົນເອງໃຫ້ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້ຄວາມສາມາດ ແລະ ມີຄວາມກ້າວໜ້າ, ຖືເອົາວັນທີ 14 ເມສາ ເປັນວັນແຫ່ງການປັບປຸງການຈັດຕັ້ງຂອງຊາວໜຸ່ມໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ຊາວໜຸ່ມໃຫ້ເປັນຜູ້ທີ່ໄວ້ໃຈຂອງພັກໃຫ້ສົມກັບຄໍາວ່າຊາວໜຸ່ມເປັນແຂນຂວາຂອງພັກ, ເປັນກະດູກສັນຫຼັງຂອງປະເທດຊາດ, ຊາວໜຸ່ມຈົ່ງນໍາໜ້າທີ່ວຽກງານໃຫ້ສົມກັບປະທານ ໄກສອນ ພົມວິຫານ ເຄີຍໄດ້ໃຫ້ສັນຍານາມໄວ້ວ່າ: ຊາວໜຸ່ມຈົ່ງເປັນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົ່ວຕໍ່ພະຍຸລົມແດງ ຈົ່ງກາຍເປັນສິນໄຊແຫ່ງຍຸກສະໄໝຂອງພວກເຮົາ, ອິນຊີທັງຫຼາຍຈົ່ງບິນໃຫ້ສູງບິນໄປໃຫ້ໄກແສນໄກໃຕ້ທ້ອງຟ້າສີຄາມຂອງປະເທດຊາດ ແລະ ນໍາເອົາອະນາຄົດອັນສົດໃສມາໃຫ້ແກ່ຄົນຮຸ່ນໜຸ່ມພວກເຮົາ ເພື່ອພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ທ່ານ ອາລຸນໄຊ ສູນນະລາດ ກ່າວຕື່ມວ່າ: ສໍາລັບຄະນະຊາວໜຸ່ມປະຊາຊົນປະຕິວັດລາວຂອງພວກເຮົາໃນແຕ່ລະຂັ້ນກໍໄດ້ເອົາໃຈໃສ່ໃນການຊີ້ນໍານໍາພາຂັ້ນຂອງຕົນຕໍ່ສະມາຊິກຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງຕົນ, ຜັນຂະຫຍາຍຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ແລະ ຂໍ້ແຂ່ງຂັນ 3 ດີ 4 ຮູ້ຂອງເຍົາວະຊົນທັນວາ ເຫັນວ່າໃນ 1 ປີຜ່ານມາຄະນະຊາວໜຸ່ມ, ໜ່ວຍຊາວໜຸ່ມຫຼາຍໆແຫ່ງກໍ່ໄດ້ຮັບນາມມະຍົດເປັນໜ່ວຍຊາວໜຸ່ມ 4 ບຸກ ແລະ ກອງເຍົາວະຊົນດີເດັ່ນຫຼາຍໆກອງ.

ນອກນີ້, ຄະນະພັກ, ຄະນະຊາວໜຸ່ມແຕ່ລະຂັ້ນພວກເຮົາກໍ່ບໍ່ໄດ້ລົດລະໃນການໂຄສະນາສຶກສາອົບຮົມທາງດ້ານການເມືອງ-ແນວຄິດໃຫ້ແກ່ຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າ, ເຮັດໃຫ້ເຂົາເຈົ້າມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມີແນວຄິດຮັກຊາດຢ່າງສູງສົ່ງຮູ້ໄດ້ເຖິງວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາດ, ຮູ້ເຖິງມູນເຊື້ອຂອງຊາດ, ຂອງບັນພະບູລຸດກໍ່ຄືຊາວໜຸ່ມຮຸ່ນກ່ອນ, ຊາວໜຸ່ມ-ເຍົາວະຊົນຈໍານວນຫຼາຍໄດ້ເອົາໃຈມສ່ຄົ້ນຄວ້າຮໍ່າຮຽນຊອກຮູ້ສະແຫວ່ງຫາດ້ານດີ ເພື່ອນໍາມາພັດທະນາຕົນເອງໃຫ້ກາຍເປັນຄົນຮູ້ຜູ້ດີ, ເປັນຜົນລະເມືອງດີຂອງຊາດ, ເປັນຜູ້ສືບທອດຂອງພັກ ແລະ ເປັນລູກຮັກຫຼານອັນປະເສີດຂອງພໍ່ແມ່, ປ້າ, ລຸງ ອາວ, ອາ ພ້ອມກັນຕີຖອຍປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມໃຫ້ຫຼຸດນ້ອຍຖອຍລົງ ແລະ ໃນເວລານີ້ພັກ-ລັດຖະບານ ແລະ ປະຊາຊົນບັນດາເຜົ່າທົ່ວປະເທດ ພວມສຸມໃສ່ຕ້ານພະບາດໂຄວິດ 19 ໃນນາມການນຳສູນກາງຊາວໜຸ່ມປະຊາຊົນປະຕິ ວັດລາວ ຮຽກຮ້ອງໃຫ້ຊາວໜຸ່ມລາວທຸກຄົນປະຕິບັດຄຳສັ່ງຂອງນາຍົກ 06/ນຍ ແລະ ຄຳສັ່ງ 262/ລຂ ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.

ຂ່າວ: ສົມລົດ; ພາບ: ສຸກສະຫວັນ