ຍີ່ປຸ່ນກຽມກະຕຸ້ນເສດຖະກິດຄັ້ງໃຫຍ່ຊ່ວຍທຸລະກິດ-ຄົວເຮືອນ

83

ນາຍົກຍີ່ປຸ່ນກຽມປະກາດນະໂຍບາຍຊຸກຍູ້ເສດຖະກິດຫຼາຍພັນຕືເຢນຊ່ວຍເຫຼືອທຸລະກິດ-ຄົວເຮືອນຈາກຜົນກະທົບຂອງໂຄວິດ-19.

ທ່ານ ຊິນໂຊະ ອາເບະ ນາຍົກລັດຖະມົນຕີີຂອງຍີ່ປຸ່ນກ່າວວ່າ:ລັດຖະບານຈະໃຊ້ນະໂຍບາຍຊຸກຍູ້ເສດຖະກິດຄັ້ງໃຫຍ່ທີ່ສຸດມູນຄ່າ108ພັນຕື້ເຢນຫຼືປະມານ9,89ຮ້ອຍຕື້ໂດລາເພື່ອຊ່ວຍພາກຄົວເຮືອນ ແລະ ທຸລະກິດທີ່ໄດ້ຮັບຜົນກະທົບຈາກການລະບາດຂອງໂຄວິດ-19.

ມູນຄ່າດັ່ງກ່າວທຽບເທົ່າກັບປະມານ20%ຂອງຈີດີພີຂອງຍີ່ປຸ່ນໂດຍຄາດຄະເນວ່າລັດຖະບານຈະເປີດເຜີຍລາຍລະອຽດຂອງນະໂຍບາຍດ່ັງກ່າວໃນມໍ່ໆນີ້.

ນະໂຍບາຍຊຸກຍູ້ເສດຖະກິດໃນຄັ້ງນີ້ຈະມີມູນຄ່າມະຫາສານກວ່າງົບຊ່ວຍເຫຼືອສຸກເສີນຈໍານວນເງິນ56,8ພັນຕື້ເຢນທີ່ລັດຖະບານອະນຸມັດເມື່ອສະໄໝເກີດວິກິດການການເງິນໂລກເມື່ອປີ2008.