ສີສະຫວາດ 1 ໃນ 8 ນັກເຕະເຍົາວະຊົນລາວ ຄວ້າສິດໄປສຶກສາຕໍ່ທີ່ ອາເມຣິກາ

123

ກ່ອນໜ້ານີ້ 8 ນັກເຕະເຍົາວະຊົນລາວ ທີ່ເດີນທາງໄປຄັດເລືອກທີ່ປະເທດໄທ ໃນນາມຕົວແທນຂອງສະໂມສອນ ລ໋ອບ ສະເຕດ້ຽມ ອະຄາເດມີ ແລະ ນະຄອນຫຼວງ ອະຄາເດມີ ປະກົດວ່າ: ສາມາດຄວ້າສິດໄປຝຶກຊ້ອມບານເຕະ ແລະ ສຶກສາຕໍ່ທີ່ ສະຫະລັດອາເມຣິກາ ປົກກະຕິແມ່ນຈະໄດ້ໄປໃນປີນີ້ ແຕ່ເນື່ອງຈາກໄດ້ຮັບຜົນກະທົບຈາກ ໂຄວິດ-19 ຕ້ອງເລື່ອນໄປໃນປີໜ້າ. ຢ່າງໃດກໍຕາມ ມື້ນີ້ທີມງານຂອງພວກເຮົາຈະພາໄປຮູ້ຈັກກັບ 8 ນັກເຕະເຍົາວະຊົນລາວສີຕີນດີ ໂດຍເລີ່ມຈາກ ທ້າວ ສີສະຫວາດ ແກ້ວມຸງຄຸນ ນັກເຕະຄົນລາວ ທໍາອິດທີ່ຜ່ານການຄັດເລືອກໃນໂຄງການ U.S. COLLEGE SPORTS CAMP ASIA TRY OUT

ສີສະຫວາດ ເລົ່າວ່າ: ກ່ອນຈະຫຼິ້ນບານເຕະນັ້ນ ກໍຍ້ອນໄດ້ນັ່ງເບິ່ງໂທລະພາບນຳພໍ່ແມ່ ທີ່ໄດ້ເປີດບານເຕະໃຫ້ເບິ່ງຫຼັງຈາກນັ້ນກໍເລີ່ມສົນໃຈໃນກີລາປະເພດນີ້ ກ່ອນທີ່ຈະເລີ່ມຫຼິ້ນກີລາມາຕັ້ງແຕ່ຕອນອາຍຸ 6 ປີ, ເຊິ່ງອີກເຫດຜົນ ແລະ ຈຸດລິເລີ່ມຫຼິ້ນບານເຕະແມ່ນຍ້ອນເປັນຄົນບໍ່ແຂງແຮງ ແລະ ມັກຈະເຈັບເປັນຕະຫຼອດໃນຕອນນັ້ນ ແຕ່ສອງເດືອນຕໍ່ມາ ແມ່ໄດ້ລອງພາມາຫຼິ້ນກີລາບານເຕະທີ່ສະໜາມສະຖາບັນທະນາຄານ ກັບສະໂມສອນ PV.F.C. ແນ່ນອນນັກເຕະທີ່ເປັນຂວັນໃຈແມ່ນ ຕຣິສເຕຍໂນ ໂຣນັລໂດ ນັກເຕະຊາວປ໊ອກຕຸຍການຂອງ ຢູເວນຕຸສ ໃນປັດຈຸບັນ.

“ ເສັ້ນທາງການເປັນນັກເຕະຂອງນ້ອງແມ່ນເລີ່ມຫຼິ້ນໃຫ້ກັບສະໂມສອນ PV.F.C ຕັ້ງແຕ່ຕອນອາຍຸ 6 ປີຈົນຮອດປີ 2018 ໄດ້ຍ້າຍໄປຫຼິ້ນໃຫ້ສະໂມສອນ ລ໋ອບ ສະເຕດ້ຽມ ເອັຟເອ ( Lob Stadium FA ) ຈົນຮອດປັດຈຸບັນ, ສ່ວນຜົນງານທີ່ຜ່ານມາແມ່ນປີ 2017 ໄດ້ອອກຕ່າງປະເທດ ຄັ້ງທໍາອິດ ແລະ ລາຍການນັ້ນຈັດຂື້ນທີ່ ສປ ຈີນ ພວກເຮົາສາມາດຍາດໄດ້ພຽງແຕ່ທີ່ 3 ໄປໃນນາມ ດີເຄ ເອັຟຊີ ທີ່ປະສົມປະສານກັບ ລ໋ອບ ສະເຕດ້ຽມ ຫຼັງຈາກນັ້ນກໍກັບລາວໄດ້ໄປແຂ່ງທີ່ແຂວງຫລວງພະບາງລາຍການ 4 ເສົ້າ ປະກອບມີ: ບໍ່ແກ້ວ, ຫຼວງນໍ້າທາ, ຫຼວງພະບາງເຈົ້າພາບ ແລະ ນະຄອນຫຼວງ ການແຂ່ງຂັນຈົບລົງພວກເຮົານະຄອນຫຼວງ ສາມາດຍາດໄດ້ທີ 1 ” ສີສະຫວາດ ກ່າວ

ສີສະຫວາດ ກ່າວອີກວ່າ: ຈົນມາຮອດປີ 2018 ໃນເດືອນ ມິຖຸນາ 2020 ນ້ອງໄດ້ເຂົ້າຮ່ວມຝືກຊ້ອມກັບ ລ໋ອບ ສະເຕດ້ຽມ ທີ່ແຄ້ມຂອງບູຣີຣໍາ ປະເທດໄທ ເປັນເວລາ 5 ມື້ທ້າຍປີພວກເຮົາໄດ້ມີການອຸ່ນເຄື່ອງທີ່ຊຽງ ກ່ອນໄປແຂ່ງຂັນລາຍການ Soong ching ling ທີ່ ສປ ຈີນ ກ່ອນຈະພາທີມຄວ້າແຊັມໄປຄອງ ມາເຖີງປີ 2019 ໄດ້ພາທີມ ລ໊ອບ ສະເຕດ້ຽມ ຮຸ່ນອາຍຸບໍ່ເກີນ 12 ປີໄປແຂ່ງທີ່ຊຽງໃຫມ່ (Alpine football camp ) ຈົບດ້ວຍອັນດັບ 4 ແລະ ກໍເຂົ້າຄັດເລືອກລາຍການ Cp meji cup under 14 ທີ່ແຄ້ມບູລີລໍາ ບາງບໍ່ ໄດ້ລົງແຂ່ງຂັນກັບທີມຊັ້ນນໍາຂອງປະເທດໄທ, ສ່ວນຜົນງານຫຼ້າສຸດພາ ລ໊ອບ ສະເຕດ້ຽມ ຢູ 15 ຄວ້າຮອງຊະນະເລີດ ລານການບານເຕະຊີງຂັນ ສຕລ 2019 ຮຸ່ນອາຍຸບໍ່ເກີນ 15 ປີ.

ສີສະຫວາດ ກ່າວປິດທ້າຍວ່າ: ການໄປຝຶກຊ້ອມຄັດເລືອກໃນໂຄງການ U.S. COLLEGE SPORTS CAMP ASIA TRY OUT ທີ່ສະໜາມກີລາແຫ່ງຊາດປະເທດໄທ ຫົວໝາກ ນະຄອນຫຼວງບາງກອກ ປະເທດໄທ ລະຫວ່າງວັນທີ 15-16 ກຸມພາ 2020 ນ້ອງກະໄດ້ການວິໄນ, ຄວາມສາມັກຄີ ແລະ ທັກສະບານເຕະ ທີ່ຄູຝຶກໄດ້ຊີ້ນຳຫຼາຍຂຶ້ນ ແນ່ນອນເປົ້າໝາຍໃນອະນາຄົດຂອງນ້ອງກໍຢາກເປັນນັກເຕະອາຊີບ ແລະ ນັກເຕະທີມຊາດລາວ ຄຽງຄູ່ກັບການສຶກສາລະດັບສູງໆ.

ຂະນະທີ່ ທ່ານ ລ໋ອບ ມະນີບົດ ປະທານຂອງ ສະໂມສອນ ລ໊ອບ ສະເຕດຽມ ໃຫ້ສໍາພາດວ່າ: ສໍາລັບນັກເຕະຈໍານວນ 8 ຄົນຈາກ ສປປ ລາວ ແມ່ນໄດ້ທຶນຫຼັງຈາກທີ່ໄປຄັດເລືອກບານເຕະ ແລະ ໄດ້ຄະແນນດີທີ່ສຸດທີ່ປະເທດໄທ ໃນຕົ້ນປີນີ້ທີ່ຜ່ານມາ ເຊິ່ງປົກກະໄດ້ແມ່ນຈະໄດ້ໄປຮຽນທີ່ ອາເມຣິກາ ໃນປີນີ້ ແຕ່ເນື່ອງຈາກສະພາບຂອງໂຄວິດ-19 ຈິ່ງຕ້ອງເລື່ອນການໄປຮຽນຄັ້ງນີ້ ໄປໃນປີໜ້າ 2021, ສ່ວນລາຍລະອຽດແມ່ນຈະມີການເຊັນສັນຍາ ພ້ອມເງື່ອນໄຂຕ່າງໆອີກໃນເວລາທີ່ເໝາະສົມ.

ສໍາລັບ ສີສະຫວາດ ເດືອນວັນທີ 5 ເດືອນຕຸລາ 2006 ປັດຈຸບັນຢູ່ບ້ານດອນແດງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຮຽນຢູ່ຊັ້ນມັດທະຍົມຕອນປາຍ ປີທີ 6 ທີ່ໂຮງຮຽນ ມສ ສຸກສະຫວັດ, ນໍ້າໜັກກ 62 ກິໂລກຣາມ ແລະ ລວງສູງ 173 ຊັງຕີແມັດ, ຫຼິນຕໍາແໜ່ງກາງຮັບ. ສ່ວນອີກ 7 ນັກເຕະທີ່ຄວ້າສິດໄປສຶກສາທີ່ ສະຫະລັດອາເມຣິກາ ແມ່ນຈະມາແນະນໍາໃນສະບັບໜ້າປະກອບມີ: ຄູນທະວີ ທອງມະນີ, ຄູ່ນຮຸ່ງເຮືອງ ພົມມາວິຈິດ, ພູສົມບູນ ປັນຍາວົງ, ສິນທະສອນ ສິງຫາຈັກ, ດູລະໄນ ແກ້ວມິນີວົງ, ອານຸໄຊ ເພັງກິ່ງລາວົງ ແລະ ທິບພະຈັນ ປະສົມສຸກ.

(ຂ່າວ-ຮູບ: ຄໍາສອນ)