ສໍານັກງານນາຍົກ ອອກທິດຊີ້ນຳເພີ່ມ 13 ຂໍ້ ຜັນຂະຫຍາຍຄໍາສັ່ງຂອງນາຍົກເລກທີ 06

348

ອີງຕາມແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລົດຖະມົນຕີ ສະບັບເລກທີ 461/ຫສນຍ ລົງວັນທີ 8 ເມສາ 2020 ກ່ຽວກັບທິດຊີ້ນຳເພີ່ມ ເພື່ອຈັດຕັ້ງຜັນຂະຫຍາຍຄໍາສັ່ງ ຂອງນາຍົກລັດຖະມົນຕີ ສະບັບເລກທີ06/ນຍ, ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19
ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານຊາບ ເພື່ອໃຫ້ການຈັດຕັ້ງປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ໄດ້ຮັບ ການຈັດຕັ້ງປະຕິບັດຢ່າງເຕັມສ່ວນ, ທົ່ວເຖິງ ແລະ ມີປະສິດທິຜົນດີ.

ທ່ານ ນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ຄະນະສະເພາະກິດ, ບັນດາກະຊວງທີ່ກ່ຽວຂ້ອງ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດ ເອົາໃຈໃສ່ຕື່ມໃນ ການຈັດຕັ້ງປະຕິບັດຄໍາສັ່ງດັ່ງກ່າວ ໃນບາງວຽກງານ ດັ່ງນີ້:

1 ໃຫ້ເຜີຍແຜ່ໃຫ້ປະຊາຊົນເຂົ້າໃຈກ່ຽວກັບຜົນຮ້າຍ ແລະ ຜົນກະທົບຈາກພະຍາດໂຄວິດ-19 ໂດຍສະເພາະແມ່ນຜູ້ທີ່ຖຶກກັກກັນຢູ່ເຮືອນ, ບ້ານ ແລະ ສູນ ບໍ່ໃຫ້ປະໝາດ ໃຫ້ມີຄວາມຮັບຜິດຊອບຕໍ່ສັງຄົມ ຕົນເອງ ແລະ ຄອບຄົວ

2 ໃຫ້ຄະນະສະເພາະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂັ້ມງວດໃນການປິດດ່ານ ບໍ່ຈໍາເປັນແທ້ໆ ແມ່ນບໍ່ອະນຸຍາດໃຫ້ເຂົ້າເດັດຂາດ ເມື່ອເຂົ້າມາແລ້ວ ຕ້ອງປະຕິບັດຕາມມາດຕະການຢ່າງເຂັ້ມງວດ ແລະ ມອບໃຫ້ນະຄອນຫລວງວຽງຈັນ, ບັນດາແຂວງທີ່ມີຊາຍແດນຕິດກັບປະເທດເພື່ອນບ້ານ ໃຫ້ຕິດຕໍ່ເຈລະຈາຮ່ວມມືໃນການປ້ອງກັນພະຍາດດັ່ງກ່າວ

3 ສຳລັບແຮງງານທີ່ເດີນທາງມາຈາກປະເທດໄທ ໃຫ້ເພີ່ມຄວາມເອົາໃຈໃສ່ດັ່ງນີ້:

ມອບໃຫ້ກະຊວງຕ່າງປະເທດ ສຶບຕໍ່ປະສານງານກັບຝ່າຍໄທ ເພື່ອໃຫ້ເຂົາເຈົ້າສາມາດໄດ້ສືບຕໍ່ດຳລົງຊີວິດ ແລະ ກັກກັນ ຢູ່ປະເທດດັ່ງກ່າວ ຈົນກ່ວາສະພາບຈະດີຂຶ້ນ
ສຳລັບແຮງງານທີ່ເຂົ້າມາແລ້ວ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ລົງເກັບກຳຂໍ້ມູນ ແລະ ຂຶ້ນບັນຊີບັນດາແຮງງານເຫຼົ່ານັ້ນ ໃຫ້ລະອຽດ ເພື່ອຕິດຕາມ ແລະ ກວດກາສຸຂະພາບບັນດາແຮງງານດັ່ງກ່າວ
ກຳນົດບ່ອນກັກກັນລວມ ຖ້າທ້ອງຖິ່ນໃດມີເງື່ອນໄຂ ແຕ່ບໍ່ໃຫ້ມີຄວາມແອອັດ ແລະ ໃຫ້ປະຕິບັດຕາມມາດຕະການຂອງຄະນະສະເພາະກິດ ຖ້າບໍ່ມີເງື່ອນໄຂແມ່ນໃຫ້ກັກກັນຢູ່ເຮືອນ ແຕ່ຕ້ອງໄດ້ຕິດຕາມສຸຂະພາບຢ່າງໃກ້ຊິດໃນແຕ່ລະວັນ

4 ເຂັ້ມງວດໃນການກັກກັນໂຕຢູ່ເຮືອນ ຫຼື ທີ່ພັກອາໄສຂອງປະຊາຊົນ ບໍ່ຄວນອອກຈາກເຮືອນ ຖ້າບໍ່ຈຳເປັນ ໂດຍສະເພາະເຂດທີ່ມີກໍລະນີຕິດເຊື້ອ ສຳລັບການໄປທຳການຜະລິດ ເປັນຕົ້ນແມ່ນ: ໄຮ່ນາ ໄປສວນ ໄປຫາປາ ແລະ ຊອກຢູ່ຫາກິນຕາມແບບຄອບຄົວ ທີ່ບໍ່ເກີນ 10 ຄົນ ແມ່ນໄປໄດ້.

5 ໃຫ້ຄະນະສະເພາະຮິບຮ້ອນຈັດສົ່ງອຸປະກອນການແພດ ທີ່ໄດ້ຮັບຈາກການບໍລິຈາກ ແລະ ຊ່ວຍເຫລືອຈາກພາກສ່ວນຕ່າງໆ ໃຫ້ບັນດາແຂວງ ແລະ ເຂດຫ່າງໄກສອກຫຼີກ ເພື່ອແຈກຢາຍໃຫ້ເຈົ້າໜ້າທີ່ທີ່ປະຕິບັດວຽກໃນການຮັບມືກັບພະຍາດດັ່ງກ່າວ ພ້ອມແຈກຢາຍລ້າໃຫ້ປະຊາຊົນ. ພ້ອມດຽວກັນນັ້ນກໍ່ໃຫ້ສືບຕໍ່ຊຸກຍູ້ ແລະ ລະດົມ ໃຫ້ຄວາມຊ່ວຍເຫລືອ ອຸປະກອນປ້ອງກັນພະຍາດດັ່ງກ່າວເພື່ອນຳໄປມອບໃຫ້ໂຮງໝໍໃນບັນດາແຂວງ

6 ເຫັນດີໃຫ້ຂໍການຊ່ວຍເຫຼືອຈາກຕ່າງປະເທດ ໂດຍໃຫ້ຄະນະສະເພາະກິດເປັນໃຈກາງສົມທົບກັບບັນດາແຂວງ ດຳເນີນການກວດກາແລະ ສັງລວມບັນດາອຸປະກອນການແພດ ຢາ ທີ່ພວກເຮົາມີຢູ່ໃນປະຈຸບັນ ມີທັງໝົດເທົ່າໃດ ຍັງຕ້ອງການຫຍັງເພີ່ມ ຈາກນັ້ນໃຫ້ເຮັດເປັນບົດສະເໜີຜ່ານຄະນະສະເພາະກິດ ເພື່ອສະເໜີຜ່ານປະຕູດຽວກະຊວງການຕ່າງປະເທດ

7 ໃຫ້ຄະນະສະເພາະກິດຈັດຊື້ອຸປະກອນທາງການແພດທີ່ຍັງບໍ່ທັນພຽງ ສົ່ງໃຫ້ບັນດາແຂວງໃນທົ່ວປະເທດໂດຍໄວ ແລະ ການຈັດຊື້ຕ້ອງຮັບປະກັນຄວາມໂປ່ງໃສ ບໍ່ໃຫ້ມີການສວຍໂອກາດ

8 ໃຫ້ ນວ ແລະ ບັນດາແຂວງ ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າໃຫ້ດີ ພ້ອມນີ້ກໍ່ໃຫ້ສົມທົບກັບກະຊວງທີ່ກ່ຽວຂ້ອງ ຊຸກຍູ້ປະຊາຊົນເຮັດການຜະລິດ ປູກຝັງ ແລະ ລ້ຽງສັດ ໃຫ້ກຸ້ມຕົນເອງ ເພື່ອບໍ່ໃຫ້ມີການຂາດແຄນສະບຽງອາຫານ ແລະ ໃຫ້ກຽມໄວ້ພາຍຫຼັງຜ່ານວິກີດພະຍາດດັ່ງກ່າວ ໃຫ້ສາມາດຜະລິດຢ່າງເປັນຂະບວນການ ເພື່ອຮັບປະກັນການສະໜອງສະບຽງອາຫານກັບຄວາມຕ້ອງການຂອງສັງຄົມ

9 ການນໍາເຂົ້າສິນຄ້າຕ່າງປະເທດ ແມ່ນບໍ່ໄດ້ເກືອດຫ້າມ ແຕ່ຕ້ອງມີການຄຸ້ມຄອງ ມີຈຸດປ່ຽນຖ່າຍ ມີການກວດສຸຂະພາບຜູ້ຂັບລົດ ແລະອຶ່ນໆ ເພື່ອຮັບປະກັນບໍ່ໃຫ້ມີຄວາມສ່ຽງຕໍ່ການຕິດເຊື້ອ

10 ການຂົນສົ່ງພາຍໃນ ແມ່ນໃຫ້ອະນຸຍາດໃຫ້ຂົນສົ່ງແຂວງຕໍ່ແຂວງ ເມືອງຕໍ່ເມືອງ ບ້ານຕໍ່ບ້ານ ໄດ້ຕາມປົກກະຕິ ເພື່ອສະໜອງສະບຽງອາຫານ ໃຫ້ພຽງພໍກັບການຊົມໃຊ້ໃນແຕ່ລະວັນ

11 ໃຫ້ຄະນະສະເພາະກິດ ແລະ ກະຊວງສາທາ ຄົ້ນຄວ້າສະຖານທີ່ ພັກຜ່ອນ ເຮັດວຽກຊົ່ວຄາວ ສິ່ງອໍານວຍຄວາມສະດວກໃຫ້ກັບບັນດາແພດໝໍ ແລະ ກຳລັງ ປກສ ປກຊ ທີ່ປະຕິບັດໜ້າທີ່ໃນການຕ້ານພະຍາດດັ່ງກ່າວ ແລະ ສືບຕໍ່ກຽມແຜນຮັບມືໄລຍະຍາວໃນກໍລະນີມີຈໍານວນຜູ້ຕິດເຊື້ອເພີ່ມຂຶ້ນ

12 ມອບໃຫ້ກະຊວງການເງິນ ເປັນໃຈກາງສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຂຶ້ນແຜນຄວາມຕ້ອງການທາງດ້ານການເງິນ ຂໍການສະໜັບສະໜູນຈາກບັນດາອົງການ ແລະ ສະຖາບັນການເງິນສາກົນ ເຊັ່ນ: ທະນາຄານໂລກ ທະນາຄານພັດທະນາອາຊີ ແລະ ອຶ່ນໆເພື່ອຈັດຊື້ອຸປະກອນທາງການແພດ ເຂົ້າໃນການຮັບມືກັບການລະບາດຂອງພະຍາດັ່ງກ່າວ ແລະ ແກ້ໄຂຜົນກະທົບຂອງພະຍາດໂຄວິດ-19 ຕໍ່ເສດຖະກິດລາວໃນໄລຍະຍາວ

13 ແຈ້ງການບັນດາໂຄງການ ແລະ ບັນດາບໍລິສັດລົງທຶນທັງພາຍໃນ ແລະ ຕ່າງປະເທດ ຕ້ອງປະຕິບັດຕາມຄໍາສັ່ງຂອງລັດຖະບານ ແລະຄະນະສະເພາະກິດຢ່າງເຂັ້ມງວດ ຖ້າບໍ່ປະຕິບັດພາຍຫຼັງທີ່ໄດ້ອອກຄໍາສັ່ງ ແມ່ນຕ້ອງໄດ້ຮັບຜິດຊອບກັບຜົນເສຍຫາຍທີ່ຕາມມາ ໃນກໍລະນີທີ່ເກີດຂຶ້ນ ຕາມກົດໝາຍ ສປປ ລາວ