ສູນກາງອົງການພຸດທະສາສະ​ໜາ​ສຳພັນ ແຫ່ງ ສປປ ລາວ ແຈ້ງໃຫ້​ແຕ່​ລະ​ວັດງົດການສົງພະ

162

ຈາກ​ກ່ອນ​ໜ້າ​ທີ່​ທີ່​ເຄີຍ​ແຈ້ງ​ອອກ​ມາ​ວ່າ ງົດ​ການ​ຊຸມ​ນຸມ, ຫຼື​ບໍ່​ໃຫ້​ມີ​ການ​ຄົນຫຼາຍ​ໃນ​ບຸນ​ປີ​ໃໝ່​ລາວ ກໍ​ຄື​ການ​ຫົດ​ສົງ​ພະ​ຕາມ​ແຕ່​ລະ​ວັດ​ເຂົ້າ​ເທື່ອ​ລະ​ນ້ອຍ ເພື່ອ​ຫົດ​ສົງ​ຕາມ​ຮີດ​ຄອງ​ປະ​ເພ​ນີ ຫຼີ​ຫລ້ຽງ​ການ​ແອ​ອັດ ເນື່ອງ​ຈາກ​ຄົນຫຼາຍ ແຕ່​ຫຼ້າ​ສຸດ​ໄດ້​ມີ​ແຈ້ງ​ການ​ອອກ​ມາ​ໃໝ່​ຈາກ

ຫ້ອງການບໍລິຫານງານ ສູນກາງອົງການພຸດທະສາສະຫນາສັມພັນ ແຫ່ງ ສປປ ລາວ ແຈ້ງການໃຫ້ງົດຈັດງານບຸນປະເພນີຫົດດສົງພຣະປີໃຫມ່ລາວ ທີ່ມີການຊຸມນຸມກັນຂອງປະຊາຊົນ.


ດັ່ງນັ້ນຈອ່ງໄດ້ອອກແຈ້ງການສະບັບເລກທີ 107/ອພສ ຂໍນະມັດສະການແຈ້ງການມາ ຍັງພຣະຫຼັກຄໍາ ເຈົ້າຄະນະແຂວງ/ນະຄອນຫຼວງ ໃນຂອບເຂດທົ່ວປະເທດຊາບວ່າ ເນື່ອງດ້ວຍສະຖານະ ການໃນປັດຈຸບັນພະຍາດໂຄວິດ 19 (COVID-19) ຍັງສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ສໍາລັບຢູ່ ສປປ ລາວ ເຖິງ ແມ່ນວ່າລັດຖະບານ ໄດ້ມີມາດຕະການສະກັດກັ້ນ ແລະກັນການແຜ່ລະບາດພະຍາດນີ້ຢ່າງຈິງຈັງ ໃນໄລຍະທີ່ຜ່ານ ມາແຕ່ມາເຖິງໃນປັດຈຸບັນ ກໍໄດ້ກວດພົບຜູ້ຕິດເຊື້ອຢູ່ ແລະມີຄວາມສ່ຽງທີ່ຈະແຜ່ລະບາດໃນທົ່ວປະເທດ,


ດັ່ງນັ້ນ ເພື່ອປະຕິບັດຕາມຄໍາສັ່ງ ຂອງນາຍົກລັດຖະມົນຕີ ໃນການຍົກລະດັບການສະກັດກັ້ນ ແລະກັນ ການລະບາດ ບໍ່ໃຫ້ແຜ່ລາມອອກໄປໄວ ແລະເປັນວົງກວ້າງ ພ້ອມທັງເປັນບ່ອນອີງໃຫ້ພຣະສົງ ສາມະເນນ ພຸດທະສາສະນິກະຊົນລາວບັນດາເຜົ່າ ໄດ້ຈັດຕັ້ງປະຕິບັດຢ່າງເປັນເອກະພາບ ມີປະສິດທິພາບ ແລະປະສິດທິຜົນ


ຈຶ່ງນະມັດສະການແຈ້ງການມາຍັງພຣະຫຼັກຄໍາ ໄດ້ນໍາພາ ແລະແຈ້ງການລົງໄປຫາ ອພສ ເມືອງ, ເຂດ ແລະ ວັດ ເພື່ອໃຫ້ພຣະສົງ-ສາມະເນນ ພຸດທະສາສະນິກະຊົນ ພາຍໃນແຕ່ລະວັດ ບ້ານຂອງຕົນໃຫ້ງົດການຈັດງານບຸນ ປະເພນີຮົດສົງພຣະປີໃຫມ່ລາວ ເພື່ອບໍ່ໃຫ້ມີການຊຸມນຸມຂອງມວນຊົນ ຂໍໃຫ້ພຣະສົງພາຍໃນວັດແຕ່ລະວັດ ເຮັດໜ້າ​ທີ່ທີ່ຫົດດສົງພຣະພຸດທະຮູບ ຕາມຮີດຄອງປະເພນີເລັກນ້ອຍເທົ່ານັ້ນຕາມທາງຄວນດ້ວຍເທີ້ນ.