ເພຈ໌ China Cultural Center in Laos (ccclaos) ເຜີຍພາບງາມໆໃຫ້ໄດ້ສຶກສາ, ທ່ອງທ່ຽວແບບອອນລາຍໃຫ້ຮູ້ປະຫວັດ ແລະ ຂໍ້ມູນທ່ຽວປະເທດສະຖານທີ່ມໍລະດົກໂລກຂອງປະເທດຈີນ ຄືສຸສານຈິນຊີຮ້ອງເຕ້ ແລະ ກອງທັບທະຫານດິນເຜົາ 秦始皇陵与兵马俑坑.
ສຸສານຈິນຊີຮ້ອງເຕ້ຕັ້ງຢູ່ເມືອງຊີ່ອ່ານ ແຂວງ ສານຊີ່, ເຊິ່ງເປັນມະຫາສຸສານຂອງຈິນຊີຮ້ອງເຕ້ກະສັດຄົນທໍາອິດໃນປະຫວັດສາດຈີນ, ຍັງເປັນສຸສານກະສັດທີ່ໃຫຍ່ທີ່ສຸດໃນປະເທດຈີນ, ເລີ່ມສ້າງຂຶ້ນຊ່ວງ 246 ປິກ່ອນ ຄ.ສ.
ພາຍໃນສຸສານຈິນຊີຮ້ອງເຕ້ປະກອບໄປດ້ວຍຫລຸມສົບກວ່າ 200 ຫລຸມ, ເຊິ່ງໃນນັ້ນບັນຈຸຮູບປັ້ນທະຫານດິນເຜົາ ແລະ ມ້າເສິກດິນເຜົາທີ່ມີຂະໜາດເທົ່າຕົວຈິງກວ່າ 7000 ຮູບປັ້ນ, ລົດມ້າທີ່ເຮັດດ້ວຍທອງແດງ ແລະ ອາວຸດຄົບມື.
ປິ 1987 ໄດ້ຖືກບັນທຶກເຂົ້າເປັນມໍລະດົກໂລກ. ຈາກ: China Cultural Center in Laos (ccclaos)