ໃຊ້ “ ເຈລແອລກໍຮໍ ” ລ້າງມືຫຼາຍເກີນໄປອາດສົ່ງຜົນກະທົບຕໍ່ຜິວໜັງ

114

ເຈລລ້າງມື ຫຼື ເຈລແອລກໍຮໍ ເປັນຂອງທີ່ຄົນເລີ່ມຊື້ ກັກຕຸນ ແລະ ຫາຍາກຂຶ້ນເລື້ອຍໆ ຫຼັງການລະບາດຂອງເຊື້ອໄວຣັສໂຄວິດ – 19 ເພາະສາມາດຫຼຸດເຊື້ອພະຍາດໄວຣັສຕ່າງໆໃນມືຂອງເຮົາໄດ້ແທ້, ແຕ່ຫາກເຮົາໃຊ້ເຈລແອລກໍຮໍຫຼາຍເກີນໄປອາດສົ່ງຜົນເສຍຕໍ່ຜິວໜັງຂອງເຮົາໄດ້. ສະຖາບັນພະຍາດຜິວໜັງ – ກົມການແພດ ຈຶ່ງແນະນຳວິທີການໃຊ້ເຈລແອລກໍຮໍ ແລະ ທົດສອບກັບຜິວໜັງຂອງຕົວເອງວ່າມີການແພ້ ຫຼື ບໍ່ມາຝາກທຸກຄົນ.

ຮອງອະທິບໍດີກົມການແພດຂອງຕ່າງປະເທດ ກ່າວວ່າ: ໃນປັດຈຸບັນທົ່ວໂລກກຳລັງເກີດວິກິດພະຍາດລະບາດໄວຣັສໂຄວິດ – 19 ວິທີການໃຫ້ຫຼຸດພົ້ນຈາກພະຍາດລະບາດນີ້ໄດ້ ໜຶ່ງໃນຫົນທາງທີ່ດີທີ່ສຸດຄືການລ້າງມື ຫຼື ການໃຊ້ເຈລແອລກໍຮໍ, ແຕ່ຫາກຕ້ອງການທໍາຄວາມສະອາດມືດ້ວຍເຈລແອລກໍຮໍເລື້ອຍໆອາດຈະມີຜົນກະທົບຕໍ່ຜິວໜັງເຮັດໃຫ້ມືແຫ້ງ ເພາະແອລກໍຮໍຈະລະເຫີຍໄປດູດຄວາມຮ້ອນບໍລິເວນຜິວໜັງເຮັດໃຫ້ຮູ້ສຶກເຢັນ ຖ້າໃຊ້ເລື້ອຍໆຜິວໜັງຈະແຫ້ງ ແລະ ບາງຄົນອາດຈະເກີດການແພ້ເຈລແອລກໍຮໍໄດ້.

ວິທີທົດສອບອາການແພ້ “ ເຈລແອລກໍຮໍ ” ໃນບາງຄົນທີ່ຜິວຂ້ອນຂ້າງແພ້ງ່າຍ ຫຼື ຄົນທີ່ມີຄວາມກັງວົນວ່າຜິວຈະແພ້ ຫຼື ບໍ່ ກ່ອນໃຊ້ເຈລ  ແອລກໍຮໍຕາມປົກກະຕິແນະນຳໃຫ້ທົດລອງດ້ວຍການທາບໍລິເວນຜິວໜັງກ້ອງແຂນດ້ານໃນປະໄວ້ປະມານ 24 ຊົ່ວໂມງກ່ອນ ຫາກບໍ່ມີອາການຜິດປົກກະຕິຈຶ່ງສາມາດນຳມາໃຊ້ຕາມປົກກະຕິທຸກມື້ໄດ້.

ຜູ້ອຳນວຍການສະຖາບັນພະຍາດຜິວໜັງ ກົມການແພດຂອງຕ່າງປະເທດ ໃຫ້ຮູ້ວ່າ: ອາການແພ້ເຈລແອລກໍຮໍມັກຈະເກີດເປັນອາການສະເພາະບາງຈຸດ ແລະ ບໍ່ຮຸນແຮງ ເຊັ່ນ: ຜິວແຫ້ງ, ແຕກ, ມີຜື່ນແດງຄັນ ໂດຍອາດຈະເກີດຈາກຜົນຂອງແອລກໍຮໍໂດຍກົງ ຫຼື ອາດຈະແພ້ສ່ວນປະສົມອື່ນໆ ເຊັ່ນ: ແພ້ສ່ວນປະສົມນ້ຳຫອມກໍໄດ້.

ວິທີຮັກສາຄວາມສະອາດມືໄລຍະໂຄວິດ – 19 ລະບາດ ຫາກໃຊ້ເຈລແອລກໍຮໍແລ້ວມືແຫ້ງແນະນຳໃຫ້ໃຊ້ໂລຊັນ ຫຼື ຄຣີມບຳລຸງຜິວເພື່ອເພີ່ມ ຄວາມຊຸ່ມຊື່ນແກ່ຜິວ. ສຳລັບຄົນທີ່ແພ້ເຈລແອລກໍຮໍ ແນະນຳໃຫ້ໃຊ້ສະບູລ້າງມືແທນລ້າງມືທຸກຊອກທຸກມູມ ໂດຍສະເພາະປາຍເລັບມື, ເລັບມື, ວ່າງນິ້ວມື ແລະ ຫຼັງມື ໂດຍໃຊ້ສະບູຟອກເປັນເວລາ 20 ວິນາທີ ກ່ອນລ້າງອອກດ້ວຍນ້ຳສະອາດແລ້ວເຊັດມືດ້ວຍຜ້າສະອາດ ຫຼື ເຈ້ຍອະນາໄມ ແລະ ຕ້ອງທຳຄວາມສະອາດມືທຸກຄັ້ງທີ່ແຕະຕ້ອງສິ່ງຂອງສາທາລະນະ  ຫຼີກລຽງການໃຊ້ມືສຳຜັດໃບໜ້າລະຫວ່າງວັນໃຫ້ໄດ້ຫຼາຍທີ່ສຸດ.

ຮຽບຮຽງໂດຍ: ແກ້ວ; ຂໍ້ມູນຈາກ: sanook