ວິທີເອົາຕົວລອດທ່າມກາງວິກິດໂຄວິດ – 19

150

ພະຍາດໂຄວິດ – 19 ໄດ້ສົ່ງຜົນກະທົບຕໍ່ລະບົບເສດຖະກິດໃນທົ່ວໂລກລວມທັງບ້ານເຮົາ ຈຶ່ງເຮັດໃຫ້ຫຼາຍຄົນຕ້ອງວາງແຜນລາຍຈ່າຍຄືນໃໝ່ ເພາະບໍ່ສາມາດຄາດເດົາໄດ້ວ່າເສດຖະກິດຈະກັບມາດີຄືເກົ່າເມື່ອໃດ? ເຊິ່ງວິທີການຕັດລາຍຈ່າຍທີ່ບໍ່ຈໍາເປັນອອກໄປກໍຖືວ່າເປັນທາງອອກທີ່ດີອີກແບບໜຶ່ງ ເພື່ອປະຢັດເງິນໃນກະເປົ໋າ. ເມື່ອເປັນແບບນີ້ການເອົາຊະນະກັບວິກິດດັ່ງກ່າວເຮົາຄວນເລີ່ມຈາກຕົວເຮົາເອງ ດ້ວຍການປ່ຽນພຶດຕິກຳການໃຊ້ຈ່າຍໃນຫຼາຍດ້ານເພື່ອໃຊ້ກັບສິ່ງຈໍາເປັນແທ້ໆ ເຊິ່ງນັກເສດຖະສາດເພິ່ນໃຫ້ຄຳແນະນຳວ່າ:

1 ຫຼີກເວັ້ນການຊຸມແຊວ:

ການກິນເຫຼົ້າ – ກິນເບຍ ຫຼື ງານສັງສັນທີ່ມີລັກສະນະຊຸມແຊວເປັນວົງນ້ອຍຫາໃຫຍ່ ເຖິງວ່າຈະເປັນງານສໍາຄັນກໍຕາມ ຫາກເຮົາເລື່ອນ ຫຼື ຫຼີກເວັ້ນງານເຫຼົ່ານັ້ນໄດ້ກໍຈະເປັນການປະຢັດລາຍຈ່າຍ ແຖມຍັງບໍ່ສ່ຽງຕໍ່ການຕິດພະຍາດໂຄວິດ – 19 ນໍາອີກ.

2 ເລີກໃຊ້ບັດເຄຣດິດ:

ແມ່ນຢູ່ວ່າການຈ່າຍຜ່ານບັດເຄຣດິດມັນສະດວກວ່ອງໄວ, ແຕ່ຖ້າສາມາດຈ່າຍ ຫຼື ຜ່ອນໄດ້ໝົດບາດດຽວກໍອາດຈະບໍ່ກະທົບຫຍັງ, ແຕ່ເມື່ອໃດທີ່ເຮົາຈ່າຍບໍ່ໄດ້ຕາມກໍານົດເວລາ ດອກເບ້ຍກໍຈະເພີ່ມຂຶ້ນທັນທີ. ດັ່ງນັ້ນ, ໃນໄລຍະທີ່ບໍ່ມີຄວາມແນ່ນອນຄືແບບນີ້ທາງອອກດີທີ່ສຸດແມ່ນບໍ່ຄວນໃຊ້ຈ່າຍຜ່ານບັດເຄຣດິດ.

3 ເລີກຊື້ສິ່ງຂອງທີ່ບໍ່ຈໍາເປັນ:

ການຊື້ເຄື່ອງໄປເລື້ອຍໆກໍເປັນສ່ວນໜຶ່ງທີ່ເຮັດໃຫ້ເງິນໃນກະເປົ໋າບໍ່ຍັງ ເພາະການໃຊ້ຈ່າຍໃນສິ່ງທີ່ບໍ່ຈໍາເປັນ ຫຼື ແລ່ນຕາມກະແສແຟຊັນກໍເຮັດໃຫ້ເງິນໜີຈາກເຮົາໂດຍບໍ່ຮູ້ຕົວ ເນື່ອງຈາກວ່າໃນຍຸກນີ້ ເສດຖະກິດບໍ່ຄ່ອຍດີ ແລະ ບໍ່ຮູ້ວ່າອະນາຄົດຈະເປັນແນວໃດ? ສະນັ້ນ, ຕ້ອງຢຸດເຊົາການປະພຶດເພື່ອໃຫ້ມີເງິນໄວ້ໃນຍາມສຸກເສີນອື່ນໆ.

4 ບໍ່ຄວນເປັນໜີ້:

ຫາກເຮົາເປັນໜີ້ໃນທ່າມກາງວິກິດແບບນີ້ ກໍຍິ່ງເຮັດໃຫ້ເຮົາລໍາບາກໃນການຫາເງິນ ເພາະແຕ່ລະຄົນຕ່າງກໍປະຢັດໃຊ້ – ປະຢັດຈ່າຍ ເຮັດໃຫ້ເງິນບໍ່ສໍາຜັດໃນທ້ອງຕະຫຼາດ, ແຕ່ເຮົາຕ້ອງຈ່າຍດອກເບ້ຍທຸກເດືອນ. ສະນັ້ນ, ຫາກບໍ່ແນ່ໃຈວ່າຈະສາມາດຜ່ອນຊໍາລະໜີ້ໄດ້ທາງທີ່ດີບໍ່ຄວນເປັນໜີ້.

5 ຕິດຕາມຂໍ້ມູນ – ຂ່າວສານເປັນປະຈໍາ:

ການອ່ານ ຫຼື ເບິ່ງຂ່າວຈາກສໍານັກງານຕ່າງໆທີ່ມີຄວາມໜ້າເຊື່ອຖືໄດ້ ກໍຈະເຮັດໃຫ້ເຮົາຮູ້ ແລະ ມີພື້ນຖານໃນການວາງແຜນອະນາຄົດ ເພາະການເອົາຕົວລອດທ່າມກາງເສດຖະກິດໃນເວລານີ້ ເຮົາຕ້ອງຫຼຸດຄ່າໃຊ້ຈ່າຍ ແລະ ໃຊ້ຊີວິດໃຫ້ສອດຄ່ອງກັບສະຖານະການ, ຖ້າເຮັດໄດ້ແນວນີ້ເຮົາຈະມີເງິນອອມ ກ້າວໄປເຖິງມີເງິນເຫຼືອ ແລະ ສາມາດຜ່ານວ່າໂຄວິດ – 19 ໄດ້ແນ່ນອນ.


ໂດຍ: ສົມສະຫວິນ