ຍ້ອນມີບໍ່ພຽງພໍ! ລັດຈິ່ງອະນຸຍາດ ພ້ອມກໍານົດເງື່ອນໄຂໃຫ້ຜູ້ປະກອບການຈຳນວນຫຼາຍສາມາດນຳເຂົ້າຜ້າອັດປາກໄດ້

68

ເນື່ອງຈາກປັດຈຸບັນພະຍາດໂຄວິດ-19 ໄດ້ແຜ່ລາມເຂົ້າມາຮອດລາວເຮົາແລ້ວ ຍິ່ງເຮັດໃຫ້ຄວາມຕ້ອງການໃນການນໍາໃຊ້ອຸປະກອນການແພດ ໂດຍສະເພາະແມ່ນເຈວລ້າງມື ແລະ ຜ້າອັດປາກ-ດັງ ມີຈໍານວນເພີ່ມຂຶ້ນ ເຊິ່ງເຮັດໃຫ້ສິນຄ້າມີບໍ່ພຽງພໍກັບຄວາມຕ້ອງການ, ຫຼ້າສຸດ ກະຊວງອຸດສາຫະກຳ ແລະ ການຄ້າໄດ້ອອກແຈ້ງການອະນຸຍາດໃຫ້ບັນດາບໍລິສັດທີ່ມີຄວາມສາມາດນໍາເຂົ້າ ຫຼື ມີຄວາມຕ້ອງການນໍາເຂົ້າສິນຄ້າເຫຼົ່ານີ້ ນໍາເຂົ້າໄດ້ ແຕ່ຕ້ອງປະຕິບັດຕາມເງື່ອນໄຂທີ່ກະຊວງກໍານົດ.

ອີງຕາມແຈ້ງການຂອງກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 0374/ອຄ.ກຄພນ, ລົງວັນທີ 8 ເມສາ 2020 ເລື່ອງການກໍານົດລາຄາຜ້າອັດປາກ-ດັງ ໃຫ້ຮູ້ວ່າ: ປັດຈຸບັນ ຈໍານວນຜູ້ຕິດເຊື້ອໂຄວິດ-19 ຢູ່ຫຼາຍປະເທດໃນທົ່ວໂລກຍັງເພີ່ມສູງຂຶ້ນ ເຮັດໃຫ້ຄວາມຕ້ອງການຜ້າປິດປາກ-ດັງ ໂດຍລວມຍັງມີຄວາມຕ້ອງການຫຼາຍ, ເວົ້າສະເພາະ ສປປ ລາວ ຄວາມຕ້ອງການຊົມໃຊ້ຜ້າອັດປາກ-ດັງ ຍັງເພີ່ມຂື້ນຕໍ່ເນື່ອງເມື່ອທຽບກັບໄລຍະກ່ອນການລະບາດ, ເຮັດໃຫ້ສິນຄ້າຂາດຕະຫຼາດ ເຊິ່ງເປັນຜົນມາຈາກຄວາມຕ້ອງການທົ່ວໂລກ ແລະ ປະເທດເຮົາກໍ່ບໍ່ສາມາດຜະລິດໄດ້.

ດ້ວຍເຫດນັ້ນລັດຖະບານໄດ້ປະກາດເອົາຜ້າອັດປາກ-ດັງ ເຂົ້າເປັນສິນຄ້າຄວບຄຸມ ເຊິ່ງກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຂັ້ນສູນກາງ ໄດ້ອອກແຈ້ງການແນະນໍາເຖິງບັນດາຄະນະຊີ້ນໍາວຽກງານຄຸ້ມຄອງລາຄາ ແລະ ຄ່າບໍລິການຂັ້ນແຂວງ ກໍ່ຄືພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ກ່ຽວກັບການກໍານົດລາຄາຜ້າອັດປາກ-ດັງ ແຕ່ລະຊະນິດໄປແລ້ວ 3ຄັ້ງ, ບົນພື້ນຖານການປັບປຸງ ເພີ່ມເຕີມເນື້ອໃນຂອງແຈ້ງການໃນແຕ່ລະຄັ້ງແມ່ນເພື່ອຄວາມເປັນເອກະພາບໃນການກໍານົດລາຄາຂາຍໃນແຕ່ລະໄລຍະຕາມຕົ້ນທຶນນໍາເຂົ້າຕົວຈິງ.

ເຊິ່ງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການດັ່ງລຸ່ມນີ້: