ໂຮງໝໍເມືອງຕະໂອ້ຍ ກຽມພ້ອມຮອງຮັບກໍລະນີສົງໄສ ຫຼື ຕິດເຊື້ອໂຄວິດ-19

92

ພາຍຫຼັງສະພາບການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກ ສາຍພັນໃໝ່ ຫຼື ໂຄວິດ 19 ໄດ້ແຜ່ລະບາດເປັນວົງກວ້າງ ຢູ່ບັນດາປະເທດໂດຍສະເພາະແມ່ນຢູ່ໃນ ສປປລາວ ມີກໍລະນີຕິດເຊື້ອ ແລ້ວ 14 ກໍລະນີ ສະນັ້ນ, ທາງຄະນະສະເພາະກິດຂັ້ນເມືອງ ກໍໄດ້ພ້ອມກັນຈັດຕັ້ງປະຕິບັດຕາມຄຳສັ່ງຂອງນາຍົກລັດຖະມົນຕີ ແລະ ແຈ້ງການຂອງຫ້ອງການກະຊວງສາທາລະນະສຸກກໍຄືຄຳສັ່ງແນະນຳຂອງປະທານຄະນະກຳມະທິການຕ້ານ ແລະ ຄວບຄຸມພະຍາດຕິດຕໍ່ຂັ້ນເມືອງ.

ທ່ານ ສົມຫວັງ ລອຍວັນໄຊ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງຕະໂອ້ຍ ທັງເປັນກອງເລຂາຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມແລະແກ້ໄຂການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ 19 ຂັ້ນເມືອງໄດ້ໃຫ້ສຳພາດ ໃນວັນທີ 6 ເມສາ 2020 ນີ້ວ່າ: ປັດຈຸບັນນີ້ທາງໂຮງໝໍເມືອງຕະໂອ້ຍ ແລະ ສະຖານທີ່ບໍລິການດ້ານສາທາລະນະສຸກແຕ່ລະແຫ່ງພາຍໃນເມືອງຕະໂອ້ຍໄດ້ກຽມພ້ອມຫ້ອງແຍກປ່ຽວກໍລະນີສົງໄສຕິດເຊື້ອພະຍາດໂຄວິດ-19 ແລະ ກຳນົດເອົາ 4 ຈຸດຄື: ໂຮງໝໍເມືອງມີ 1 ຫ້ອງ, 2 ຕຽງ,ໂຮງໝໍນ້ອຍຫ້ວຍງົວມີ 1 ຫ້ອງ, 2ຕຽງ, ໂຮງໝໍນ້ອຍປະຈູດອນມີ 1 ຫ້ອງ, 2ຕຽງ, ໂຮງໝໍນ້ອຍໂບ້ງນໍ້າມີ 1 ຫ້ອງ, 2 ຕຽງ,ໃນນັ້ນ, ມີອຸປະກອນທີ່ທັນສະໄໝເພື່ອຊ່ວຍກັ່ນກ່ອງພະຍາດໂຄວິດ19ເປັນຕົ້ນແມ່ນເຄື່ອງສະແກນອຸນຫະພູມໃນຮ່າງກາຍແລະອຸປະກອນອື່ນໆທີ່ກ່ຽວພັນການປ້ອງກັນພະຍາດໂຄວິດ19ຢ່າງພຽງພໍ, ສຳລັບພະນັກງານແພດໝໍກໍໄດ້ຮັບການຝຶກອົບຮົມເປັນຢ່າງດີແລະມີທີມງານຕອບໂຕ້ໄວຂອງໂຮງໝໍ ເພື່ອຮັບມືກັບພະຍາດດັ່ງກ່າວ.

ທ່ານ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງຕະໂອ້ຍ, ຍັງຮຽກຮອງມາຍັງພະນັກງານ,ທະຫານ,ຕຳຫຼວດຕະຫຼອດເຖິງພໍ່ແມ່ປະຊາຊົນທຸກພາກສ່ວນ ຖ້າຫາກເຫັນວ່າຕົນເອງມີອາການໃກ້ຄຽງກັບອາການຂອງພະຍາດໂຄວິດ19ກໍສາມາດເຂົ້າມາກວດກາ ປຶກສານຳແພດໝໍຢູ່ທີ່ໂຮງໝໍເມືອງຫຼືໂຮງໝໍນ້ອຍໃກ້ບ້ານ, ທັງນີ້ກໍເພື່ອເປັນການຮັກສາໃຫ້ທັນເວລາແລະປ້ອງກັນການແຜ່ເຊື້ອໄປສູ່ຄົນອື່ນ,ເອົາໃຈໃສ່ໃນການຮັກສາອະນາໄມແລະຫຼີກລ່ຽງການອອກຈາກເຮືອນ ເພື່ອປ້ອງກັນການຕິດເຊື້ອຈາກພະຍາດດັ່ງກ່າວອີກດ້ວຍ.