ອອກຂໍ້ຕົກລົງເພີ່ມ ເພື່ອຄຸ້ມຄອງງົບປະມານນຳໃຊ້ເຂົ້າໃນວຽກງານຕ້ານພະຍາດໂຄວິດ-19

408

ເພື່ອກໍານົດການຄິດໄລ່ໃນການປະຕິບັດວຽກງານຂອງບຸກຄະລາກອນ, ແພດຫມໍ, ຊ່ຽວຊານ, ພະຍາບານ ຜູ້ທີ່ ເຮັດວຽກໃນສະຖານທີ່ບໍລິການປິ່ນປົວຄົນເຈັບພະຍາດອັກເສບປອດ ໂຄວິດ-19 ແລະ ອົງການຈັດຕັ້ງພາກລັດຜູ້ທີ່ໄດ້ຮັບການແຕ່ງຕັ້ງຈາກລັດຖະບານ, ຄະນະສະເພາະກິດ ຂັ້ນສູນກາງ ແລະ ທ້ອງຖິ່ນ.

ພາບປະກອບ

ກະຊວງການເງິນ ໄດ້ອອກຂໍ້ຕົກລົງເພີ່ມເຕີມສະບັບເລກທີ 0991/ກງ ລົງວັນທີ 7 ເມສາ 2020 ກ່ຽວກັບການຄຸ້ມຄອງງົບປະມານສະເພາະ ວຽກງານປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ພະຍາດອັກເສບປອດ ໂຄວິດ-19 ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວຫນ້າຄະນະສະເພາະກິດ ອອກຂໍ້ຕົກລົງເພີ່ມເຕີມກ່ຽວກັບການຄຸ້ມຄອງງົບປະມານສະເພາະ ວຽກງານປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ພະຍາດອັກເສບປອດ ໂຄວິດ-19 ດັ່ງນີ້:

ພາບປະກອບ

1 ພະນັກງານທີ່ຖືກແຕ່ງຕັ້ງໃຫ້ໄປປະຕິບັດວຽກງານສະເພາະກິດ (ຜູ້ທີ່ປະຈໍາການວຽກປົກກະຕິຢູ່ແລ້ວ ແມ່ນບໍ່ໃຫ້ຄິດໄລ່) ຢູ່ນອກສະຖານທີ່ (ປະຈໍາຢູ່ດ່ານສາກົນ, ລວມທັງດ່ານກວດລະຫວ່າງແຂວງແຂວງ), ລວມທັງ ພະນັກງານ ໄປເຄື່ອນໄຫວ ສືບສວນ-ສອບສວນ, ກໍລະນີຄົນສົ່ງໄສຄົນເຈັບ, ຕິດຕາມ-ກວດກາ ແລະ ໄປເຮັດວຽກນຳຊຸມຊົນ ໃຫ້ຄິດໄລ່ ດັ່ງຕໍ່ໄປນີ້: ການປະຕິບັດວຽກງານວັນລັດຖະການ ຄິດໄລ່ 30.000 ກີບຕໍ່ຄົນຕໍ່ວັນ; ການປະຕິບັດວຽກວັນພັກລັດຖະການ ຄິດໄລ່ 50.000 ກີບຕໍ່ຄົນຕໍ່ວັນ.

ພາບປະກອບ

2 ກອງປະຊຸມຄະນະສະເພາະກິດ ເພື່ອສະກັດກັ້ນ, ຄວບຄຸມ ແລະ ຕອບໂຕ້ ການລະບາດຂອງພະຍາດ ໂຄວິດ-19 ໃຫ້ຄິດດໄລ່ ຄ່າອາຫານຫວ່າງ 10.000 ກີບຕໍ່ຄົນຕໍ່ວັນ; ວັນພັກລັດຖະການ ຄິດໄລ່ຄ່າອາຫານຫວ່າງ 10.000 ກີບ ແລະ ອາຫານທ່ຽງ 30.000 ກີບຕໍ່ຄົນຕໍ່ວັນ, ໂດຍໃຫ້ມີການຢັ້ງຢືນຈາກປະທານກອງປະຊຸມ ແລະ ຄິດໄລ່ໃຫ້ຜູ້ທີ່ມີຫນ້າຕົວຈິງເຂົ້າຮ່ວມເທົ່ານັ້ນ (ກໍລະນີ ການຈັດ ກອງປະຊຸມສະເພາະພາກເຊົ້າ ຫຼື ສະເພາະພາກບ່າຍ ທີ່ບໍ່ເປັນກອງປະຊຸມຕໍ່ເນື່ອງ ແມ່ນບໍ່ໃຫ້ຄິດໄລ່ຄ່າອາຫານທ່ຽງ).

ພາບປະກອບ

3 ພະນັກງານ ທີ່ຖືກມອບຫມາຍໄປຊ່ວຍທ້ອງຖິ່ນ ໃຫ້ປະຕິບັດ ຕາມກໍານົດຫມາຍການໃຊ້ຈ່າຍ ເລກທີ 4000/ກງ ໃນມາດຕາ 4 ຂໍ້ 4.1.1 ແຕ່ຖ້າມີເຮືອນພັກສະເພາະ ໃຫ້ຄິດໄລ່ແຕ່ອັດຕາກິນ, ສ່ວນຄ່າພັກເຊົາຈະບໍ່ໄດ້ຄິດໄລ່.

ສ່ວນການກວດພະຍາດ, ປິ່ນປົວ, ວິເຄາະ ແລະ ຟື້ນຟູ  ສໍາລັບພະນັກງານ ແລະ ນັກວິຊາການ (ທີ່ມີການມອບຫມາຍສະເພາະ) ເຊັ່ນ: ພະນັກງານແພດຫມໍ, ຊ່່ຽວຊານ, ພະຍາບານ (ຜູ້ທີ່ເຮັດວຽກທີ່ມີຄວາມສ່ຽງສູງ) ປະຕິບັດວຽກງານ ໂດຍກົງກັບຜູ້ຕິດເຊື້ອ ຢູ່ໃນໂຮງຫມໍ ຫຼື ສູນປິ່ນປົວ ທີ່ໄດ້ຮັບຮອງຈາກລັດຖະບານ (7 ວັນ) ຄິດໄລ່ 100.000 ກີບຕໍ່ຄົນຕໍ່ວັນ, ພາຍຫລັງອອກປະຈໍາການ ແລະ ສືບຕໍ່ຕິດຕາມ (14 ວັນ) ຄິດໄລ່ 80.000 ກີບຕໍ່ຄົນຕໍ່ວັນ, ພະນັກງານ ທີ່ເຮັດວຽກກັບການກວດວິເຄາະ, ເຊື້ອພະຍາດທີ່ມີຄວາມສ່ຽງ: ການປະຕິບັດວຽກງານວັນລັດຖະການ ຄິດໄລ່ 50.000 ກີບຕໍ່ຄົນຕໍ່ວັນ; ການປະຕິບັດວຽກວັນພັກລັດຖະການ ຄິດໄລ່ 80.000 ກີບຕໍ່ຄົນຕໍ່ວັນ.

ພາບປະກອບ

ສໍາລັບ ພະນັກງານແພດຫມໍ, ພະຍາບານ, ພະນັກງານບໍານານ, ນັກສຶກສາຫຼັງມະຫາວິທະຍາໄລ ທີ່ຖືກເຊື້ອເຊີນມາຊ່ວຍສະເພາະ ໃຫ້ປະຕິບັດວຽກງານຕອນກາງເວັນ ຄິດໄລ່ 50.000 ກີບຕໍ່ຄົນຕໍ່ຖ້ຽວຍາມ.ສະເພາະ ນັກສຶກສາຄິດໄລ່ 30.000 ກີບຕໍ່ຄົນຕໍ່ຖ້ຽວຍາມ; ປະຕິບັດວຽກງານຕອນກາງຄືນ ຄິດໄລ່ 80.000 ກີບຕໍ່ຄົນຕໍ່ຖ້ຽວຍາມ ສະເພາະ ນັກສຶກສາ ຄິດໄລ່ 50.000 ກີບຕໍ່ຄົນຕໍ່ຖ້ຽວຍາມ.

ພາບປະກອບ

ສໍາລັບຄົນເຈັບ ແລະ ຜູ້ສົງໄສຕິດເຊື້ອ ເຊັ່ນ: ສໍາລັບຄົນເຈັບທີ່ຕິດເຊື້ອ ແຍກປ່ຽວ ແລະ ປິ່ນປົວ ຄິດໄລ່ຄ່າອາຫານ (ອັດຕາກີນ) 80.000ກີບຕໍ່ຄົນຕໍ່ວັນ, ສ່ວນເຄື່ອງໃຊ້ສອຍປະຈໍາວັນ ທີ່ຈໍາເປັນ (ສະບູ, ຢ່າສະຜົມ, ແປງຖູແຂ້ວ ແລະ ອື່ນໆ) 50.000 ກີບຕໍ່ຄົນຕໍ່ຄັ້ງ; ກໍລະນີສົງໄສຕິດເຊື້ອ, ມີການກັກຕົວຢູ່ສະຖານທີ່ສູນກັກກັນ ເຝົ້າລະວັງ ເພື່ອຕິດຕາມ ທີ່ລັດໄດ້ກໍານົດໄວ້ ຄິດໄລ່ຄ່າອາຫານ 50.000 ກີບຕໍ່ຄົນຕໍ່ວັນ ແລະ ຄົນທີໃຊ້ແຮງງານເຂົ້າໃນວຽກງານພົ່ນຢາເຂົ້າໃນວຽກງານຂ້າເຊື້ອ ແລະ ອະເຊື້ອ ນອກສະຖານທີ່ ຫຼື ຊຸມຊົນ ຄິດໄລ່ 40.000 ກີບຕໍ່ຄົນຕໍ່ວັນ.

ພາບປະກອບ

ສຳລັບງົບປະມານມີ່ນຳນຳມາໃຊ້ແມ່ນງົບປະມານພາຍໃນເຊັ່ນ:  ງົບປະມານຂອງລັດ (ເງິນແຮລັດຖະບານ, ເງິນແຮທ້ອງຖິ່ນ); ເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າຈາກຕ່າງປະເທດ;  ເງິນປະກອບສ່ວນ ຂອງສັງຄົມ. (ຫົວຫນ້າຄະນະສະເພາະກິດ ເປັນຜູ່ຕົກລົງຈ່າຍເງິນແຕ່ລະບ້ວງ ຕາມການມອບຫມາຍຂອງລັດຖະບານ).

4 ການປະກອບເອກສານໃນການເບີກ ຈ່າຍຮັບໃຊ້ວຽກງານດັ່ງກ່າວ ໃຫ້ປະຕິບັດຕາມລະບຽບການ ຂອງກະຊວງການເງິນ ສະບັບເລກທີ 2718/ກງ, ລົງວັນທີ 28 ສິງຫາ 2018 ແລະ ສະບັບເລກທີ 0866/ກງ, ລົງວັນທີ 22 ມີນາ 2019 ໂດຍຜ່ານການຢັ້ງຢືນຂອງຄະນະສະເພາະກິດ (ຫນ່ວຍງານການເງິນ ແລະ ພາລາທິການ).ພາຍຫຼັງສໍາເລັດ ການເບີກຈ່າຍທັງສູນກາງ ແລະ ທ້ອງຖິ່ນ ແລ້ວໃຫ້ ສະຫຼຸບລາຍງານ ຄະນະສະເພາະກິດຂັ້ນສູນກາງ ເພື່ອສັງລວມລາຍງານລັດຖະບານ.

ພາບປະກອບ

5 ກໍານົດການນໍາໃຊ້ ແມ່ນຮັບໃຊ້ສະເພາະໄລຍະທີ່ມີການລະບາດຂອງພະຍາດດັ່ງກ່າວ ແລະ ໃຫ້ເລີ່ມຄິດໄລ່ ນັບແຕ່ ວັນທີ 16 ມີນາ 2020 ເປັນຕົ້ນໄປຈົນກວ່າການລະບາດຂອງພະຍາດດັ່ງກ່າວ ຈະເຂົ້າສູ່ສະພາບປົກກະຕິ.