ມຽນມາ ກຽມແຈກຈ່າຍສະບຽງ ແລະ ເຄື່ອງໃຊ້ພື້ນຖານໃຫ້ປະຊາຊົນທົ່ວປະເທດ

78

ລັດຖະບານມຽນມາ ກຽມແຈກຢາຍສິນຄ້າອຸປະໂພກບໍລິໂພກພື້ນຖານ ແລະ ປະຊາສຳພັນກ່ຽວກັບການເຮັດໜ້າກາກຜ້າ ໃນໄລຍະມາດຕະການຄວບຄຸມດ້ານສາທາລະນະສຸກເພື່ອປ້ອງກັນໂຄວິດ-19.

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງຢາງກຸ້ງ ປະເທດມຽນມາ ເມື່ອວັນພຸດ ທີ 8 ເມສາ ວ່າ ຄະນະກຳມາທິການດ້ານປ້ອງກັນ, ຄວບຄຸມ ແລະ ປິ່ນປົວເຊື້ອໄວຣັສໂຄວິດ-19 ຂອງມຽນມາ ອອກຖະແຫຼງການວ່າ ເຈົ້າໜ້າທີ່ກະກຽມຈັດສົ່ງອາຫານແຫ້ງ ແລະ ສິ່ງຂອງເຄື່ອງໃຊ້ຈຳເປັນໃຫ້ປະຊາຊົນ ແຕ່ວັນທີ 10 ເມສາ ນີ້ ເປັນຕົ້ນໄປ ເຊິ່ງໃກ້ຈະຮອດໄລຍະເທສະການຕະຈານ ຫຼື ບຸນສົງການ ທາງລັດຖະບານມຽນມາມີຄຳສັ່ງຍົກເລີກງານດັ່ງກ່າວໃນປີນີ້ ຂະນະທີ່ ເມືອງໃຫຍ່ຫຼາຍແຫ່ງລວມທັງເມືອງຢາງກຸ້ງ ແລະ ເມືອງມັນທາເລ ສັ່ງປິດເມືອງໃນໃນໄລຍະດັ່ງກ່າວ.

ການຈັດສົ່ງອາຫານ ແລະ ສິ່ງຂອງທັງໝົດເປັນການຮ່ວມມືລະຫວ່າງສະພາການຄ້າ ແລະ ອຸດສາຫະກຳ ມຽນມາ, ອົງການບໍລິການສັງຄົມທ້ອງຖິ່ນ ພ້ອມດ້ວຍຜູ້ນຳອາວຸໂສໃນຊຸມຊົນ ແລະ ອາສາສະໝັກຄົນຮຸ່ນໃໝ່ ເພື່ອຮັບປະກັນວ່າ ການແຈກຢາຍເຄື່ອງໃຊ້ທັງໝົດສາມາດເຂົ້າເຖິງປະຊາຊົນຢ່າງທົ່ວເຖິງ, ບໍ່ຫຼ້າຊ້າ ແລະ ບໍ່ມີການສໍ້ລາດບັງຫຼວງ.

ນອກຈາກນີ້, ລັດຖະບານມຽນມາໄດ້ຜ່ານມະຕິຕົກລົງຍົກເວັ້ນຄ່າໄຟຟ້າໃຫ້ແກ່ປະຊາຊົນທຸກຄົວເຮືອ ໃນອັດຕາບໍ່ເກີນ 150 ຫົວໜ່ວຍ ຈົນໝົດເດືອນເມສານີ້. ຍົກເວັ້ນສະຖານທູດ, ຫ້ອງການຂອງສະຫະປະຊາຊາດ ແລະ ອົງການຈັດຕັ້ງອິດສະຫຼະສາກົນ. ຂະນະທີ່ ກະຊວງການຄ້າໄດ້ປະກາດເພິ່ມອີກວ່າ ຜູ້ທີ່ກັກຕຸນສິນຄ້າ ແລະ ສວຍໂອກາດຂຶ້ນລາຄາອາດຈະຕ້ອງຮັບໂທດຈຳຄຸກ ສູງສຸດ 3 ປີ ພ້ອມປັບໄໝ. ສ່ວນກອງທັບມຽນມາ ມອບເງິນ 2,2 ຕື້ຈ໊າດ (13,57 ຕື້ກີບ) ເຂົ້າກອງທຶນລັດຖະບານປະຊາຊົນເພື່ອສະໜັບສະໜຸນພາລະກິດຕໍ່ຕ້ານໂຄວິດ-19.

ທ່ານນາງອອງ ຊານ ຊູຈີ ທີ່ປຶກສາແຫ່ງລັດ ແລະ ລັດຖະມົນຕີກະຊວງການຕ່າງປະເທດມຽນມາ ກ່າວວ່າ ກະຊວງສາທາລະນະສຸກກຳລັງພະຍາຍາມຢ່າງສຸດຄວາມສາມາດ ໃນການຈັດຫາໜ້າກາກອະນາໄມໃຫ້ໄດ້ຫຼາຍທີ່ສຸດ ແລະ ສົ່ງໄປແຈກຍາຍໃຫ້ທຸກໆຄອບຄົວພາຍໃນເດືອນນີ້. ຢ່າງໃດກໍ່ຕາມ, ທ່ານກໍ່ຍອມຮັບວ່າ ການສະໜອງໜ້າກາກອະນາໄມທີ່ຈັດຫາມາໄດ້ນັ້ນ ອາດຈະບໍ່ພຽງພໍສຳລັບປະຊາຊົນ 54 ລ້ານຄົນ ໂດຍສະເພາະຢ່າງຍິ່ງ ລັດຖະບານຕ້ອງມີສຳຮອງໃຫ້ກັບບຸກຄະລາກອນແພດ ແລະ ຜູ້ປ່ວຍກ່ອນ ທ່ານນາງຊູຈີ ຈຶ່ງໄດ້ປະຊາສຳພັນໃຫ້ປະຊາຊົນມຽນມາ ຮ່ວມກັນເຮັດໜ້າກາກຜ້າ ເຊິ່ງຕົວທ່ານກໍ່ຈະລົງມືເຮັດດ້ວຍ ພ້ອມທັງເນັ້ນໜັກໃຫ້ປະຊາຊົນມຽນມາ ປະຕິບັດຕາມແນວທາງຂອງລັດຖະບານ ເພາະວ່າການຕໍ່ສູ້ກັບພະຍາດທີ່ຮ້າຍແຮງນີ້ “ຍັງໃຊ້ເວລາອີກດົນ”.

ປັດຈຸບັນ, ມຽນມາ ຢືນຢັນ ຜູ້ປ່ວຍຈາກໂຄວິດ-19 ຢ່າງໜ້ອຍ 22 ຄົນ ນັບຕັ້ງແຕ່ກວດພົບຜູ້ຕິດເຊື້ອ 2 ຄົນທຳອິດ ເມື່ອວັນທີ 23 ມີນາ ຜ່ານມາ ໂດຍສ່ວນຫຼາຍມີປະຫວັດເດີນທາງຈາກຕ່າງປະເທດ ແລະ ເສຍຊີວິດແລ້ວ 1 ຄົນ.