ຊົມເຊີຍ! ທະນາຄານ ICBC ມອບອຸປະກອນການແພດຊ່ວຍເຫຼືອຕ້ານໂຄວິດ-19 ໃຫ້ ສປປ ລາວ

134

ໃນສະພາບທີ່ປະເທດພົບວິກິດໂຄວິດ-19 ລະບາດແບບນີ້ ເຮັດໃຫ້ເຮົາເຫັນໄດ້ນໍ້າໃຈຈາກຫຼາຍພາກສ່ວນ ທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະແມ່ນບັນດາຜູ້ປະກອບການ ຫົວໜ່ວຍທຸລະກິດຕ່າງໆ ໂດຍຫຼ້າສຸດວັນທີ 8 ເມສາ 2020 ທະນາຄານ ອຸດສາຫະກໍາ ແລະ ການຄ້າຈີນ ຈໍາກັດ ໄດ້ມອບອຸປະກອນການແພດຈໍານວນໜຶ່ງເພື່ອນໍາໃຊ້ເຂົ້າໃນວຍກງານຕ້ານໂຄວິດ-19 ໃຫ້ແກ່ ສປປ ລາວ ລວມມູນຄ່າປະມານ 120.000ໂດລາສະຫະລັດ.

ທະນາຄານ ອຸດສາຫະກໍາ ແລະ ການຄ້າຈີນ ຈໍາກັດ (ທະນາຄານໄອຊີບີຊີ) ໄດ້ດໍາເນີນການຈັດຊື້ອຸປະກອນການແພດຢ່າງຮີບດ່ວນ ແລະ ຂົນສົ່ງທາງໄກ ເພື່ອມອບໃຫ້ກະຊວງສາທາລະນະສຸກຂອງ ສປປ ລາວ. ອຸປະກອນການແພດມີມູນຄ່າທັງໝົດປະມານ 120.000 ໂດລາສະຫະລັດ, ລວມມີຜ້າອັດປາກອະນາໄມສໍາລັບທາງການແພດ 150.000 ອັນ, ເຄື່ອງກວດຫາເຊື້ອໄວຣັດ 2 ເຄື່ອງ, ເຊິ່ງອຸປະກອນການແພດດັ່ງກ່າວຈະຈະນໍາໃຊ້ເຂົ້າເພື່ອຊ່ວຍລັດຖະບານລາວໃນການສະກັດກັ້ນ ແລະ ຕ້ານພະຍາດ COVID-19.

ພິທີດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 08 ເມສາ 2020 ທີ່ກະຊວງສາທາລະນະສຸກ ນະຄອນຫຼວງວຽງຈັນ ມອບໂດຍທ່ານ Sun FengLei ຜູ້ອຳນວຍການທະນາຄານ ICBC ສາຂານະຄອນຫຼວງວຽງຈັນ ແລະ ຮັບໂດຍທ່ານ ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍນະ.