ລາຄາສິນຄ້ານໍາເຂົ້າຢູ່ຫຼວງນໍ້າທາແພງຂຶ້ນ ຍ້ອນຕ້ອງເສຍພັນທະອາກອນເພີ່ມຈາກປົກກະຕິ 40%

126

ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ປະຊາຊົນຈໍານວນຫຼາຍແຕກຕື່ນຢ້ານກົວ ແລະ ພ້ອມກັນເອົາໃຈໃສ່ກັກຕົວຢູ່ເຮືອນ ແຕ່ຍ້ອນຄວາມຮູ້ເທົ່າບໍ່ເຖິງການ ມີປະຊາຊົນຈໍານວນບໍ່ໜ້ອຍທີ່ກັກຕຸນສິນຄ້າ ຢ້ານສິນຄ້າຂາດຕະຫຼາດ ແຕ່ຈະຮູ້ຫຼືບໍ່ ມັນອາດກາຍເປັນຊ່ອງຫວ່າງໃຫ້ແມ່ຄ້າສວຍໂອກາດຂຶ້ນລາຄາ. ເເເສະເພາະແຂວງຫຼວງນໍ້າທາ ພາກສ່ວນກ່ຽວຂ້ອງໄດ້ລົງກວດກາຢ່າງເຂັ້ມງວດ ເຊິ່ງພົບເຫັນສິນຄ້າທີ່ລາຄາເພີ່ມຂຶ້້ນແມ່ນສິນຄ້ານໍາເຂົ້າ. ພ້ອມດຽວກັນນັ້ນ ການນໍາເຂົ້າສິນຄ້າຈາກຕ່າງປະເທດຕ້ອງໄດ້ເສຍພັນທະອາກອນຕ່າງໆ ເພີ່ມຂຶ້ນຈາກປົກກະຕິເຖິງ 40%.

ທ່ານ ທອງເພັດ ທອງປະໄຕ ຮອງຫົວຫນ້າຂະແຫນງການຄ້າພາຍໃນ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫລວງນ້ຳທາ ໃຫ້ສໍາພາດໃນວັນທີ 6 ເມສາ 2020 ວ່າ: ພະແນກອຸດສາຫະກຳ ແລະ ການຄ້າແຂວງຫຼວງນໍ້າທາ, ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານ ດ້ວຍຄວາມຮັບຜິດຊອບສູງ ເປັນເຈົ້າການປະສານສົມທົບກັບຂະແຫນງການທີ່ກ່ຽວຂ້ອງຂອງແຂວງ ເພື່ອລົງຕິດຕາມກວດກາລາຄາສິນຄ້າພາຍໃນແຂວງ ມີທັງສິນຄ້າທີ່ຜະລິດເອງພາຍໃນແຂວງ ແລະ ສິນຄ້າທີ່ນຳເຂົ້າຈາກຕ່າງປະເທດ ເຊິ່ງເຫັນວ່າມີລາຄາເພີ່ມຂຶ້ນ ແລະ ໄດ້ແນະນຳບັນດາແມ່ຄ້າຢູ່ຕະຫລາດ, ຮ້ານຂາຍຍົກ-ຂາຍຍ່ອຍຕ່າງໆ ບໍ່ໃຫ້ມີການກັກຕຸນສິນຄ້າເພື່ອສວຍໂອກາດຂຶ້ນລາຄາຕາມລຳພັງໃຈ.

ມາຮອດປະຈຸບັນອິງໃສ່ສະພາບຕົວຈິງ ທີ່ໄດ້ລົງຕິດຕາມກວດກາ ແລະ ເກັບກຳສະພາບການສະຫນອງສິນຄ້າ ແລະ ລາຄາພາຍໃນແຂວງຫລວງນ້ຳທາເຊັ່ນ: ປະເພດເຂົ້າກິນ, ຊີ້ນ, ປາ, ເປັດ-ໄກ່, ພຶດຜັກ ແລະ ຫມາກໄມ້ຕ່າງໆ ແມ່ນຍັງສາມາດສະຫນອງໄດ້ເປັນປົກກະຕິ ( ແຕ່ຈຳນວນຜູ້ຊື້ ແລະ ຜູ້ຂາຍ ແມ່ນຫລຸດລົງຫລາຍພໍສົມຄວນ ຖ້າທຽບໃສ່ໄລຍະທີ່ບໍ່ທັນມີການລະບາດຂອງເຊື້ອພະຍາດ ໂຄວິດ-19 ) .

ສ່ວນລາຄາສິນຄ້າກໍ່ເຫັນວ່າຍັງຢູ່ໃນເກນປົກກະຕິ ສ່ວນຫລາຍແມ່ນສິນຄ້າທີ່ຜະລິດຢູ່ພາຍໃນແຂວງ ແລະ ນຳເຂົ້າຈາກຕ່າງແຂວງຈຳນວນຫນື່ງ. ສິນຄ້ານຳເຂົ້າມາຈາກຕ່າງປະເທດເຊັ່ນ: ສິນຄ້າອຸປະໂພກ – ບໍລິໂພກ ແມ່ນມີທ່າອ່ຽງເພີ່ມຂຶ້ນເປັນຕົ້ນ: ໄຂ່ໄກ່, ປອງປາ, ຫມີ່ໄວໆ, ນ້ຳມັນພຶດ, ແປ້ງນົວ, ນ້ຳປາ ແລະ ອື່ນໆ.

ສາເຫດຂອງການຂຶ້ນລາຄາສິນຄ້າກໍ່ຍ້ອນມີການປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນ ການນຳເຂົ້າສິນຄ້າຕ່າງໆແມ່ນຕ້ອງຜ່ານດ່ານສາກົນເທົ່ານັ້ນ ທັງຍັງມີການກວດກາຢ່າງເຂັ້ມງວດ ການເສຍພາສີ-ອາກອນຕ່າງໆກໍ່ເຂັ້ມງວດ ແລະ ການທີ່ນຳເຂົ້າສິນຄ້າແມ່ນໄດ້ມີການເສຍພັນທະອາກອນຕ່າງໆ ໃນມູນຄ່າທີ່ເພີ່ມຂຶ້ນຈາກປົກກະຕິ ປະມານ 40% ຈິ່ງເຮັດໃຫ້ຕົ້ນທຶນສູງຂຶ້ນ ແລະຕາມມາດ້ວຍລາຄາຂາຍທີ່ແພງກວ່າເກົ່າ ຍ້ອນການຜະລິດພາຍໃນຍັງບໍ່ທັນເຂັ້ມແຂງ ບໍ່ສາມາດຕອບສະຫນອງຕາມຄວາມຮຽກຮ້ອງຕ້ອງການໄດ້ ແລະ ໃນຊ່ວງໄລຍະນີ້ແມ່ນບໍ່ມີການນຳເຂົ້າສິນຄ້າ ເພື່ອປ້ອງກັນພະຍາດໂຄວິດ -19 ຈິ່ງເຮັດໃຫ້ມີການນຳເຂົ້າສິນຄ້າຫລຸດລົງ.

ທ່ານຍັງໃຫ້ຮູ້ຕື່ມວ່າ: ສິນຄ້າປະເພດຜ້າອັດປາກ-ດັງ, ໃນໄລຍະນີ້ແມ່ນມີລາຄາເພີ່ມຂຶ້ນສູງຫລາຍ ເນື່ອງຈາກວ່າການນຳເຂົ້າເປັນລາຍຍ່ອຍ ແລະ ມີການຊື້-ຂາຍທາງອອນລາຍ ຢູ່ເປັນຈຳນວນຫລາຍ ຈິ່ງເຮັດໃຫ້ການຄຸ້ມຄອງຍາກ.

ຢ່າງໃດກໍ່ຕາມທາງກະຊວງອຸດສາຫະກຳ ແລະ ການຄ້າກໍ່ໄດ້ເຮັດແຈ້ງການສະບັບເລກທີ 0252/ກຄພນ, ລົງວັນທີ 31ມີນາ 2020 ກ່ຽວກັບການກຳນົດຈຸດຈຳຫນ່າຍ ແລະ ລາຄາຂາຍຜ້າອັດປາກ-ດັງ ຢູ່ນະຄອນຫລວງວຽງຈັນ ແລະ ບາງແຂວງ ໂດຍກຳນົດໃຫ້ 2 ບໍລິສັດເປັນຜູ້ນຳເຂົ້າຄື: ບໍລິສັດ CBF ຟຣາມາ ຈໍາກັດ ແລະ ບໍລິສັດວຽງທອງການຢາ ເຊິ່ງແບ່ງໃຫ້ບໍລິສັດລະ 2.500 ກັບ ລວມມີ 5.000 ກັບ ໃນທົ່ວປະເທດ ເພື່ອມາຈຳຫນ່າຍໃນລາຄາຍ່ອຍແມ່ນ 50.000 ກີບ/ກັບ ເຊິ່ງແຂວງຫລວງນ້ຳທາກໍ່ມີຮ້ານທີ່ເປັນຕົວແທນຈຳຫນ່າຍຂອງບໍລິສັດວຽງທອງການຢາ ພຽງ 2 ຮ້ານຄ້າຄື: ຮ້ານຂາຍຢານາງລຽມ ຢຸ່ບ້ານວຽງຄຳ ແລະ ຮ້ານຂາຍຢາ ສຸດາວັນ ( ຮ້ານດາວອນ ) ບ້ານວຽງຄຳ ທັງ 2 ຮ້ານນີ້ແມ່ນໄດ້ຮັບຮ້ານລະ 40 ກັບ ລວມເປັນ 80 ກັບ ເທົ່ານັ້ນ ຍັງບໍ່ສາມາດຕອບສະຫນອງຕາມຄວາມຮຽກຮ້ອງຕ້ອງການຂອງຜູ້ຊົມໃຊ້.

ຕໍ່ກັບວິທີແກ້ໄຂແມ່ນຈະສືບຕໍ່ສົມທົບກັບຂະແຫນງການທີ່ກ່ຽວຂ້ອງຄົ້ນຄວ້າ ຫາວິທີທາງ ໃນການສະຫນອງສິນຄ້າປະເພດຕ່າງໆ ໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ, ລົງຕິດຕາມ, ກວດກາຢ່າງຕໍ່ເນື່ອງເປັນລາຍວັນ ເກັບກຳຂໍ້ມູນ ແລະ ວາງມາດຕະການຕໍ່ຜູ້ລະເມີດລະບຽບກົດຫມາຍຢ່າງເຂັ້ມງວດຕື່ມອີກ.

ທີ່ມາ: ຂ່າວສານຫຼວງນໍ້າທາ