ບໍລິຄຳໄຊ ຮັບນັກສຶກສາລາວ 200 ກວ່າຄົນຈາກຫວຽດນາມກັບຄືນປະເທດແລ້ວ

173

ແຂວງບໍລິຄຳໄຊ ມີນັກສາໄປຮຽນຕໍ່ວິຊາຊີບຢູ່ ສສ ຫວຽດນາມ ຈຳນວນ 400 ກວ່າ ຄົນ. ໃນໄລຍະການລະບາດຂອງພະຍາດອັກເສບປອດ ເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ-19 ຢູ່ບັນດາປະເທດ ເຮັດໃຫ້ເກີດຜົນເສຍຫາຍຢ່າງໃຫຍ່ຫຼວງ ດ້ວຍຄວາມເປັນຫ່ວງເປັນໃຍຂອງການນຳແຂວງກໍ່ຄືພໍ່ແມ່ຜູ້ປົກຄອງຕໍ່ນັກສຶກສາທີ່ກຳລັງສຶກສາຢູ່.

ພາບປະກອບ

ຕໍ່ສະພາບການດັ່ງກ່າວພະແນກ ສຶກສາທິການ ແລະ ກິລາແຂວງ ໄດ້ສົມທົບກັບພະແນກການຕ່າງປະເທດ ເຮັດໜັງສືສະເໜີ ຫາຄະນະກຳມະທິການປະຊາຊົນແຂວງ ຮ່າຕີ້ງ ແລະ ເຫງະອານ ສສ ຫວຽດນາມເພື່ອຂໍຮັບນັກສຶສາ ກັບຄືນປະເທດ ຈາກນັ້ນພະແນກ ສຶກສາທິການ ແລະ ກິລາແຂວງ ໄດ້ເດີນທາງໄປຮັບນັກສຶກສາແຂວງບໍລິຄຳໄຊ ຈາກແຂວງ ຮ່າຕີ້ງ ແລະ ເຫງະ ອານ ກັບ ຄືນ ປະ ເທດ ທີ່ດ່ານສາກົນນໍ້າພາວ-ເກົ່າແຈ່ວ ຈຳນວນ 216 ຄົນ, ຍິງ 129 ຄົນ ໃນວັນທີ 26 ມີນາ 2020, ໃນນັ້ນມີນັກສຶກສາແຂວງບໍລິຄຳໄຊ 209 ຄົນ, ຍິງ 126 ຄົນ ແລະ ຕ່າງແຂວງ 7 ຄົນ, ຍິງ 3 ຄົນ.

ພາບປະກອບ

ສຳລັບນັກສຶກສາຂອງແຂວງ ທີ່ຍັງສືບຕໍ່ສຶກສາຢູ່ສະຖາບັນຕ່າງໆຂອງ ສສ ຫວຽດນາມ ຍັງມີປະມານ 200 ກວ່າຄົນ ແມ່ນໃຫ້ສືບຕໍ່ຢູ່ພາຍໃຕ້ການຄຸ້ມຄອງຂອງບັນດາສະຖາບັນການ ສຶກສາຂອງ ສສ ຫວຽດນາມ ຖ້າວ່າມີຈຸດປະສົງຢາກກັບຄືນແຂວງ ແມ່ນໃຫ້ຄະນະນັກສຶກສາເກັບກຳຂໍ້ມູນ ສະເໜີສາສະຖາບັນຂອງຕົນ ເພື່ອແຈ້ງຫາພະແນກສຶກສາທິການ ແລະ ກິລາແຂວງບໍລິຄຳໄຊ ເພື່ອພິຈາລະນາ.

ພາບປະກອບ

ແຫຼ່ງຂໍ້ມູນ: ຂ່າວສານແຂວງ ບໍລິຄຳໄຊ; ພາບຈາກ: Lao Youth Radio FM 90.0 Mhz