ດ່ວນ! ສູນກາງອົງການພຸດທະສາສະໜາສັມພັນລາວ ແຈ້ງໃຫ້ງົດການຫົດສົງພຣະປີໃຫມ່ລາວ

94

ເພື່ອປ້ອງກັນ ແລະ ຕ້ານການແຜ່ລາມບໍ່ໃຫ້ເປັນວົງກວ້າງຂອງເຊື້ອພະຍາດໂຄວິດ-19 ຫ້ອງການບໍລິຫານງານ ສູນກາງອົງການພຸດທະສາສະຫນາສັມພັນ ແຫ່ງ ສປປ ລາວ ຈຶ່ງໄດ້ອອກແຈ້ງການ ໃຫ້ງົດຈັດງານບຸນປະເພນີຫົດສົງພຣະປີໃຫມ່ລາວ ທີ່ມີການຊຸມນຸມກັນຂອງປະຊາຊົນ ຂໍໃຫ້ພຣະສົງພາຍໃນວັດແຕ່ລະວັດ ເຮັດ ພິທີຮົດສົງພຣະພຸດທະຮູບ ຕາມຮີດຄອງປະເພນີເລັກນ້ອຍເທົ່ານັ້ນ.

ອີງຕາມໜັງສື ແຈ້ງການ ຫ້ອງການບໍລິຫານງານ ສູນກາງອົງການພຸດທະສາສະຫນາສັມພັນ ແຫ່ງ ສປປ ລາວ ເລກທີ 157/ອພສ ລົງວັນທີ 7 ເມສາ 2020 ກ່ຽວກັບການ ໃຫ້ງົດຈັດງານບຸນປະເພນີຫົດສົງພຣະປີໃຫມ່ລາວ ທີ່ມີການຊຸມນຸມກັນຂອງປະຊາຊົນ. ອີງຕາມ: ຄໍາສັ່ງຂອງນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ສະບັບເລກທີ 06/ນຍ ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ການລະບາດ, ຄວບຄຸມ ແລະກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ 9 ອີງຕາມ: ມະຕິຕົກລົງຂອງຄະນະບໍລິຫານງານປະຈໍາການ ສູນກາງອົງການພຸດທະສາສະຫນາສັມພັນ ແຫ່ງ ສປປ ລາວ ຄັ້ງວັນທີ 31 ມີນາ 2020.

ຫ້ອງການບໍລິຫານງານສູນກາງອົງການພຸດທະສາສະຫນາສັມພັນ ແຫ່ງ ສປປ ລາວ ຂໍນະມັດສະການແຈ້ງ ການມາ ຍັງພຣະຫຼັກຄໍາ ເຈົ້າຄະນະແຂວງ/ນະຄອນຫຼວງ ໃນຂອບເຂດທົ່ວປະເທດຊາບວ່າ ເນື່ອງດ້ວຍສະຖານະ ການໃນປັດຈຸບັນພະຍາດໂຄວິດ ຍັງສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ສຳລັບຢູ່ ສປປ ລາວ ເຖິງ ແມ່ນວ່າລັດຖະບານ ໄດ້ມີມາດຕະການສະກັດກັ້ນ ແລະກັນການແຜ່ລະບາດພະຍາດນີ້ຢ່າງຈິງຈັງ ໃນໄລຍະທີ່ຜ່ານ ມາແຕ່ມາເຖິງໃນປັດຈຸບັນ ກໍໄດ້ກວດພົບຜູ້ຕິດເຊື້ອຢູ່ ແລະມີຄວາມສ່ຽງທີ່ຈະແຜ່ລະບາດ ໃນທົ່ວປະເທດ.

ເພື່ອປະຕິບັດຕາມຄໍາສັ່ງ ຂອງນາຍົກລັດຖະມົນຕີ ໃນການຍົກລະດັບການສະກັດກັ້ນ ແລະກັນການລະບາດ ບໍ່ໃຫ້ແຜ່ລາມອອກໄປໄວ ແລະເປັນວົງກວ້າງ ພ້ອມທັງເປັນບ່ອນອີງໃຫ້ພຣະສົງ ສາມະເນນ ພຸດທະສາສະນິກະຊົນລາວບັນດາເຜົ່າ ໄດ້ຈັດຕັ້ງປະຕິບັດຢ່າງເປັນເອກະພາບ ມີປະສິດທິພາບ ແລະປະສິດທິຜົນ ຈົ່ງນະມັດສະການແຈ້ງການມາຍັງພຣະຫຼັກຄໍາ ໄດ້ນໍາພາ ແລະແຈ້ງການລົງໄປຫາ ອພສ ເມືອງ, ເຂດ ແລະ ວັດ ເພື່ອໃຫ້ພຣະສົງ-ສາມະເນນ ພຸດທະສາສະນິກະຊົນ ພາຍໃນແຕ່ລະວັດ ບ້ານຂອງຕົນ ໄດ້ງົດການຈັດງານບຸນ ປະເພນີຫົດສົງພຣະປີໃຫມ່ລາວ ເພື່ອບໍ່ໃຫ້ມີການຊຸມນຸມຂອງມວນຊົນ ຂໍໃຫ້ພຣະສົງພາຍໃນວັດແຕ່ລະວັດ ເຮັດ ພິທີຫົດສົງພຣະພຸດທະຮູບ ຕາມຮີດຄອງປະເພນີເລັກນ້ອຍເທົ່ານັ້ນ ຕາມທາງຄວນດ້ວຍເທີ້ນ.