ສະພາປະຊາຊົນແຂວງຈຳປາສັກ ພິຈາລະນາຮັບຮອງເອົາທ່ານ ວິໄລວົງ ບຸດດາຄຳ ເປັນເຈົ້າແຂວງໆຈຳປາສັກຄົນໃໝ່

294

ກອງປະຊຸມສະໄໝວິສາມັນສະພາປະຊາຊົນແຂວງຈໍາປາສັກ ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນບ່າຍຂອງວັນທີ 7 ເມສາ 2020 ນີ້ ແລະ ປິດລົງດ້ວຍຜົນສໍາເລັດດ້ວຍຜົນສໍາເລັດຈົບງາມ ເວລາ 16:00 ໂມງຂອງວັນດຽວກັນ ທີ່ສໍານັກງານຫ້ອງວ່າການແຂວງຈໍາປາສັກ.

ພາຍໃຕ້ການເປັນປະທານຂອງທ່ານ ເມກສະຫວັນ ພົມພິທັກ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງຈໍາປາສັກ, ມີທ່ານຮອງປະທານສະພາປະຊາຊົນແຂວງ ແລະ ເປັນກຽດເຂົ້າຮ່ວມຂອງທ່ານ ປອ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ຮັກສາການເຈົ້າແຂວງໆຈໍາປສັກ, ທ່ານ ຮອງເຈົ້າແຂວງ, ສະມາຊິກສະພາປະຊາຊົນແຂວງ, ພະນັກງານກ່ຽວຂ້ອງເຂົ້າຮ່ວມພ້ອມພຽງ.

ກອງປະຊຸມຄັ້ງນີ້, ທ່ານ ເມກສະຫວັນ ພົມພິທັກ ກ່າວວ່າ: ຈຸດປະສົງຂອງການດໍາເນີນກອງປະຊຸມສະໄໝວິສາມັນຂອງສະພາປະຊາຊົນແຂວງຈໍາປາສັກເທື່ອນີ້ ແມ່ນພວກເຮົາຈະໄດ້ຄົ້ນຄວ້າພິຈາລະນາວຽກງານຕົ້ນຕໍດັ່ງນີ້:


1. ພິຈາລະນາ, ຮັບຮອງການສະເໜີຂອງຄະນະປະຈຳສະພາປະຊາຊົນແຂວງ ເພື່ອເລືອກຕັ້ງ ເອົາ ທ່ານ ປອ. ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງຈຳປາສັກ ເປັນເຈົ້າແຂວງຈຳປາສັກ.

.


2. ພິຈາລະນາ, ຮັບຮອງເອົາການສະເໜີຂອງຮັກສາເຈົ້າແຂວງຈຳປາສັກ ກ່ຽວກັບການສະເໜີ ແຕ່ງຕັ້ງທ່ານ ມະໄລທອງ ກົມມະສິດ ຄະນະປະຈຳພັກແຂວງ ເປັນຮອງເຈົ້າແຂວງຈຳປາສັກ.

ພ້ອມນີ້ ກອງປະຊຸມສະໄໝວິສາມັນສະພາປະຊາຊົນແຂວງຈໍາປາສັກ ຊຸດທີ I ເປັນເອກະພາບພິຈາລະນາຮັບຮອງເອົາທ່ານ ປອ ວິໄລວົງ ເປັນເຈົ້າແຂວງໆຈໍາປາສັກຢ່າງເປັນທາງການ ດ້ວຍຄະແນນສຽງຮ້ອຍສ່ວນຮ້ອຍ ແລະ ຮັບຮອງເອົາທ່ານ ມະໄລທອງ ກົມມະສິດ ເປັນຮອງເຈົ້າແຂວງຈໍາປາສັກເຊັ່ນດຽວກັນ.

.

ໃນກອງປະຊຸມທ່ານ ປອ ວິໄລວົງ ບຸດດາຄຳ ເຈົ້າແຂວງໆຈຳປາສັກ ຄົນໃໝ່  ຍັງປະກອບຄຳເຫັນຕໍ່ກອງປະຊຸມສະໄໝວິສາມັນຂອງສະພາປະຊາຊົນແຂວງ ກ່ຽວກັບວິໄສທັດທິດທາງການພັດທະນາເສດຖະກິດ-ສັງຄົມຂອງແຂວງໃນຕໍ່ໝ້າ ໂດຍສະເພາະມາດຕະການຕ້ານ ແລະ ສະກັດກັ້ນເຝົ້າລະວັງການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ 19 ຢູ່ແຂວງຈຳປາສັກ ເພື່ອປ້ອງກັນການລະບາດພະຍາດດັ່ງກ່າວຢ່າງເຂັ້ມງວດໂດຍສັງເຂບ.

.

ທີ່ມາ:ສະພາປະຊາຊົນແຂວງຈຳປາສັກ