5 ຂໍ້ດີຂອງການຮຽນທາງອອນລາຍ

145

ການຫາຄວາມຮູ້ ຫຼື ການຮຽນຮູ້ສິ່ງໃໝ່ໆເພື່ອພັດທະນາສັກກະຍະພາບຂອງຕົວເອງເປັນເລື່ອງທີ່ດີແມ່ນບໍ່ ເຊັ່ນ: ຢາກພັດທະນາເລື່ອງພາສາໃນການສື່ສານກັບເພື່ອນເພື່ອເພີ່ມໂອກາດໃນການເຮັດວຽກງານ ປົກກະຕິແລ້ວຕ້ອງເດີນທາງໄປຮຽນຢູ່ສະຖາບັນ ຫຼື ສະຖານທີ່ຈັດກຽມໄວ້, ແລ້ວຖ້າສະຖານທີ່ນັ້ນມັນໄກຈາກເຮືອນຂອງເຮົາຫຼາຍຈະເຮັດແນວໃດດີ ຫຼື ເວລາທີ່ຮຽນບໍ່ກົງກັບເວລາວ່າງ. ສະນັ້ນ, ສະຖາບັນຕ່າງໆເອົາໃຈຄົນເຮືອນໄກ ຫຼື ຄົນທີ່ເວລາວ່າງບໍ່ກົງກັບເວລາຮຽນ. ດັ່ງນັ້ນ, ການສອນອອນລາຍຫຼາຍຄົນອາດສົງໄສວ່າການຮຽນອອນລາຍມັນດີແນວໃດ, ຮຽນແລ້ວຈະໄດ້ຜົນ ຫຼື ບໍ່. ສະນັ້ນ, ມື້ນີ້ພວກເຮົາໄດ້ນຳເອົາ 5 ຂໍ້ດີ ຂອງການຮຽນອອນລາຍມາຝາກທຸກຄົນ ດັ່ງນີ້:

1 ເວລາບໍ່ແມ່ນບັນຫາເຮົາເລືອກໄດ້: ການຮຽນຜ່ານລະບົບອອນລາຍເຮົາສາມາດເລືອກຮຽນໃນເວລາທີ່ເຮົາສະດວກໄດ້ຕາມຕ້ອງການ ເຊິ່ງຕອບໂຈດໄດ້ຫຼາຍສຳລັບຄົນທີ່ມີວຽກປະຈຳ ຫຼື ກິດຈະກຳທີ່ມີການກຳນົດໄລຍະເວລາການຮຽນອອນລາຍ ຈະບໍ່ສົ່ງຜົນກະທົບຕໍ່ວຽກຫຼັກຂອງເຮົາແນ່ນອນ.

2 ຢູ່ໃສກໍຮຽນໄດ້: ເພາະການຮຽນອອນລາຍຮຽນໄດ້ທຸກທີ່ຕາມທີ່ເຮົາຕ້ອງການ ພຽງແຕ່ມີສັນຍານອິນເຕີເນັດ ແລະ ອຸປະກອນໃນການເຂົ້າເຖິງສື່ການຮຽນ ເຊັ່ນ: ຄອມພິວເຕີ, ໂນດບຸ໊ກ ແທັບເລັດ ຫຼື ສະມາດໂຟນເປັນຕົ້ນ ບໍ່ວ່າຈະຢູ່ບ່ອນໃດກໍຮຽນຮູ້ໄດ້, ແຕ່ການຮຽນອອນລາຍເຮົາຄວນກວດສອບຄວາມໄວຂອງສັນຍານອິນເຕີເນັດ ເພາະອາດຈະເຮັດໃຫ້ເກີດຄວາມຂັດຂ້ອງໃນການໃຊ້ງານໄດ້.

3 ສາມາດກັບຄືນໄປເບິ່ງໄດ້ເມື່ອເຮົາຮຽນໄປໄດ້ໄລຍະໜຶ່ງ: ຫາກບໍ່ເຂົ້າໃຈສາມາດກົດກັບຄືນເພື່ອທົບທວນເນື້ອໃນ ແລະ ທຳຄວາມເຂົ້າໃຈໃໝ່ໄດ້ ຫຼື ຖ້າເຮົາຮູ້ສຶກເມື່ອຍຢາກພັກສາຍຕາກໍສາມາດຢຸດໄດ້ ແລະ ມາຮຽນຕໍ່ພາຍຫຼັງໄດ້.

4 ສາມາດທົບທວນຮຽນຄືນໄດ້: ໃນກໍລະນີທີ່ເຮົາຮຽນຈົບແລ້ວ ແລະ ຕ້ອງການທົບທວນຄວາມຮູ້ໂດຍກັບມາເບິ່ງໃໝ່ຕັ້ງແຕ່ຕົ້ນກໍບໍ່ມີບັນຫາ ເພາະການສອນອອນລາຍຜ່ານວິດີໂອບໍ່ໄດ້ຈຳກັດຈຳນວນໃນການຮັບຊົມ. ດັ່ງນັ້ນ, ຢາກຈະຮຽນໃໝ່ອີກຫຼາຍຮອບກໍສາມາດຮຽນໄດ້.

5 ປະຢັດເວລາ ແລະ ຄ່າໃຊ້ຈ່າຍໃນການເດີນທາງ: ໃນເມື່ອການຮຽນອອນລາຍຢູ່ໃສກໍຮຽນໄດ້ ເພາະສະນັ້ນຕັດໃນເລື່ອງເວລາ ແລະ ຄ່າໃຊ້ຈ່າຍທີ່ຕ້ອງເສຍໃຫ້ກັບການເດີນທາງໄປເລີຍ ເຮັດໃຫ້ເຮົາປະຢັດ ແລະ ຫຼຸດຄ່າໃຊ້ຈ່າຍໄປຫຼາຍ ຫຼື ເຮົາອາດຈະນຳຄ່າໃຊ້ຈ່າຍໃນສ່ວນນີ້ໄປຊື້ຄອມ ແລະ ຮຽນອື່ນໆເພີ່ມຕື່ມກໍຍັງໄດ້.

ຈາກຂໍ້ດີຂອງການຮຽນອອນລາຍທີ່ກ່າວມາຂ້າງເທິງ ເຊື່ອວ່າການຮຽນອອນລາຍເປັນອີກວິທີທີ່ຈະຊ່ວຍໃຫ້ເຮົາພັດທະນາສັກກະຍະພາບຂອງຕົນເອງໄດ້ໃນອະນາຄົດ, ແຕ່ສິ່ງທີ່ສໍາຄັນທີ່ເຮັດໃຫ້ເຮົາປະສົບຄວາມສຳເລັດໃນການຮຽນອອນລາຍໄດ້ຄືການມີວິໄນ ແລະ ຄວາມຮັບຜິດຊອບຕໍ່ຕົນເອງ ເພາະການຮຽນອອນລາຍບໍ່ມີຄູມາແນະນຳ ຫຼື ບັງຄັບໃຫ້ເຮົາຕ້ອງຮຽນ. ດັ່ງນັ້ນ, ພວກເຮົາຂໍເປັນກໍາລັງໃຈໃຫ້ທຸກຄົນປະສົບຄວາມສຳເລັດໃນການຮຽນຜ່ານວິດີໂອອອນລາຍ.

ຮຽບຮຽງໂດຍ: ແກ້ວ; ຂໍ້ມູນຈາກ: takra-onlinetraining