ສະກາຍປ່ອຍຟີເຈີ Meet Now ປະຊຸມໄດ້ທັນທີບໍ່ຕ້ອງສະໝັກສະມາຊິກ

104

ໃນລະຫວ່າງທີ່ ໂຄວິດ – 19 ແຜ່ລະບາດໄປທົ່ວໂລກ ໄດ້ມີມາດຕະການ Social Distancing ໃຫ້ທຸກຄົນຫ່າງກັນໄລຍະໜຶ່ງຄົງຈະດີກວ່າການແຜ່ໄວຣັສໄປສູ່ກັນ ແລະ ກັນ. ບໍລິສັດ ແລະ ໜ່ວຍງານຕ່າງໆໄດ້ໃຫ້ພະນັກງານເຮັດວຽກຢູ່ເຮືອນ ໂດຍຈະປະຊຸມວິດີໂອທາງໄກເມື່ອຕ້ອງການປຶກສາຫາລືກັນ, ສ່ວນໂຮງຮຽນກໍມີນະໂຍບາຍໃຫ້ຮຽນຢູ່ເຮືອນຜ່ານລະບົບຫ້ອງຮຽນວິດີໂອອອນລາຍ ເຊິ່ງປັດຈຸບັນມີເຄື່ອງມືທີ່ຕອບໂຈດ ແລະ ນິຍົມໃຊ້ງານຢ່າງຫຼວງຫຼາຍ.

ສະກາຍ ( Skype ) ແອັບການສື່ສານດ້ວຍວິດີໂອແຊັດ, ໂທດ້ວຍສຽງ, ສົ່ງຂໍ້ຄວາມ ແລະ ສະໜັບສະໜູນການປະຊຸມວິດີໂອທາງໄກຈາກຄ້າຍ Microsoft ເຊິ່ງເປັນທີ່ຮູ້ຈັກ ແລະ ໃຊ້ງານກັນມາຕັ້ງແຕ່ບໍ່ມີສະມາດໂຟນກໍວ່າໄດ້.

ຫຼ້າສຸດ, Skype ແອັບເກົ່າໃນຕຳນານກໍໄດ້ປ່ອຍຟີເຈີ Meet Now ໃຫ້ຜູ້ໃຊ້ສາມາດປະຊຸມໄດ້ທັນທີ ໂດຍຜູ້ຈັດການປະຊຸມສາມາດສ້າງ ແລະ ແບ່ງປັນການປະຊຸມໄປຫາຜູ້ທີ່ຕ້ອງການໃຫ້ເຂົ້າຮ່ວມໄດ້ລ້າໆດ້ວຍການຄລິກໃນ 3 ຂັ້ນຕອນ ໂດຍບໍ່ຈຳເປັນຕ້ອງຕິດຕັ້ງແອັບ Skype ເພາະເປີດໃຊ້ງານຜ່ານເວັບໄດ້ເລີຍ. ຈາກນັ້ນ, ກໍສ້າງລິ້ງສົ່ງຄຳເຊີນໄປຫາຜູ້ເຂົ້າຮ່ວມການປະຊຸມຜ່ານອີເມລ, ຜ່ານແຊັດສ່ວນຕົວ ຫຼື ແຊັດກຸ່ມ.

ສຸດທ້າຍຜູ້ຖືກເຊີນເຂົ້າຮ່ວມການປະຊຸມສາມາດຄລິກທີ່ລິ້ງແລ້ວເຂົ້າຮ່ວມປະຊຸມຜ່ານແອັບ Skype ທີ່ຕິດຕັ້ງໄວ້ໃນເຄື່ອງ ຫຼື ຜ່ານບຣາວເຊີ Chrome ຫຼື Edge ກໍໄດ້.

ນອກຈາກນີ້, ຜູ້ໃຊ້ຍັງສາມາດບັນທຶກການສົນທະນາເພື່ອເອົາໄວ້ກວດສອບ ເຊິ່ງລະບົບຈະຈັດເກັບໄວ້ໄດ້ເຖິງ 30 ວັນ ແລະ ມີການເບີສາກຫຼັງໃນລະຫວ່າງການກຽມຕົວ ຫຼື ບໍ່ຕ້ອງການໃຫ້ເຫັນສະພາບແວດລ້ອມໃນເວລານັ້ນໄດ້ ລວມທັງສາມາດແບ່ງປັນໜ້າຈໍບົດລາຍງານໃຫ້ກັບບຸກຄົນອື່ນທີ່ຕ້ອງການນຳສະເໜີງານໄດ້.

ເມື່ອ Skype ປັບປຸງເຄື່ອງມືໃຫ້ຮອງຮັບກັບຜູ້ໃຊ້ງານໄດ້ງ່າຍແບບນີ້ ກໍຕ້ອງຕິດຕາມກັນຕໍ່ໄປວ່າ Skype ຈະໄດ້ຮັບຄວາມນິຍົມອີກຄັ້ງ ຫຼື ບໍ່?.

ໂດຍ: ສົມລົດ, ທີ່ມາ: sanook.com/hitech/1498517