ໄພແລ້ງແກ່ຍາວ ກະທົບການຜະລິດພືດຜັກຊາວສວນເມືອງຫາດຊາຍຟອງ

114

ຊາວສວນຫຼາຍພື້ນທີ່ບໍ່ສາມາດຜະລິດພືດລະດູແລ້ງໄດ້ຢ່າງເຕັມເມັດເຕັມໜ່ວຍ ເນື່ອງຈາກໄພແລ້ງແກ່ຍາວ ໂດຍສະເພາະຜົນຜະລິດຂອງຊາວສວນບ້ານຫາດກັນຊາ ຫຼຸດລົງ 20% ທຽບໃສ່ປີຜ່ານມາ.

ທ່ານ ໄພ ສົມຈິດ ຊາວສວນຢູ່ບ້ານຫາດກັນຊາ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ( ນວ ) ໃຫ້ສຳພາດວ່າ: ລະດູແລ້ງປີນີ້ການສະໜອງພືດຜັກຂອງຊາວສວນບ້ານຫາດກັນຊາ ອາດບໍ່ສາມາດຕອບສະໜອງໄດ້ຄວາມຕ້ອງການຂອງຕະຫຼາດໃນເຂດຕົວເມືອງນະຄອນຫຼວງວຽງຈັນ ເນື່ອງຈາກວ່າໄລຍະນີ້ການຜະລິດຂອງປະຊາຊົນພົບຄວາມຫຍຸ້ງຍາກ ໂດຍສະເພາະແມ່ນນໍ້າທີ່ຈະນຳໃຊ້ເຂົ້າໃນການຜະລິດ, ສະພາບນໍ້າໃນນໍ້າຂອງ ແລະ ນໍ້າບາດານຕ່າງໆບົກແຫ້ງກວ່າປົກກະຕິ ເຮັດໃຫ້ການຜະລິດຫຼຸດລົງ ປະມານ 30% – 40% ຂອງການຜະລິດໃນລະດູຝົນ ແລະ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາແມ່ນຫຼຸດລົງ 20%.

ການຜະລິດພືດຜັກໃນໄລຍະນີ້ພົບຄວາມຫຍຸ້ງຍາກຫຼາຍ ແລະ ບໍ່ສາມາດເພີ່ມຜົນຜະລິດ ເພື່ອສະໜອງແກ່ຕະຫຼາດໄດ້ຢ່າງພຽງພໍ ເພາະຊາວສວນພວກເຮົາບໍ່ກ້າສ່ຽງເພີ່ມກຳລັງຜະລິດ ເພາະນໍ້າມີໜ້ອຍ ແລະ ອາດເຮັດໃຫ້ຜົນຜະລິດເສຍຫາຍ ອັນເນື່ອງມາຈາກຂາດນໍ້າ.

ທ່ານຍັງໃຫ້ຮູ້ອີກວ່າ: ດ້ວຍສະພາບຄວາມແຫ້ງແລ້ງໃນປັດຈຸບັນ ຄາດວ່າການສະໜອງຜັກເຂົ້າຕະຫຼາດໃນໄລຍະປີໃໝ່ລາວ ຫຼື ຫຼັງປີໃໝ່ຈະບໍ່ພຽງພໍກັບຄວາມຕ້ອງການ, ຫາກຝົນບໍ່ຕົກ ແລະ ລະດັບນໍ້າຂອງຍັງມີສະພາບແບບນີ້.


ນອກນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ລັດຖະບານ ກໍຄືອຳນາດການປົກຄອງທ້ອງຖິ່ນມີນະໂຍບາຍທີ່ເໝາະສົມ ເພື່ອສ້າງລະບົບນໍ້າທີ່ຮັບປະກັນແກ່ການຜະລິດຕະຫຼອດປີ ລວມເຖິງມີນະໂຍບາຍໃຫ້ຊາວສວນສາມາດກູ້ເງິນຈາກທະນາຄານດອກເບ້ຍຕໍ່າ ເພື່ອສາມາດເພີ່ມຜົນຜະລິດ ເພື່ອສາມາດສະໜອງພືດຜັກໃຫ້ແກ່ຊາວນະຄອນຫຼວງຢ່າງພຽງພໍໃນອະນາຄົດ.

ສຳລັບການສະໜອງພືດຜັກເຂົ້າຕະຫຼາດປັດຈຸບັນແມ່ນແມ່ຄ້າ ຈະມາຊື້ຢູ່ສວນເປັນປົກກະຕິໃນແຕ່ລະມື້ ແລະ ຊື້ຕາມຈຳນວນທີ່ຕ້ອງການ ຫຼື ສັ່ງຈອງໄວ້ ໂດຍລາຄາປົກກະຕິ ເຊັ່ນ: ໝາກເຫຼ່ນ ລາຄາ 10 ພັນກີບຕໍ່ໝື່ນ, ຜັກກາດ 30 ພັນກີບຕໍ່ໝື່ນ, ໝາກບວບ 40 ພັນກີບຕໍ່ໝື່ນ, ຫອມລາບ 25 ພັນກີບຕໍ່ໝື່ນ, ຫອມປ້ອມ 40 ພັນກີບຕໍ່ໝື່ນ ແລະ ຜັກຊະນິດອື່ນໆໃນລາຄາປົກກະຕິ.

ຂ່າວ: ກາວຊົ່ງ; ຮູບ: ສຸກສະຫວັນ