ແພດ 24 ຄົນ ເສຍຊິວິດຈາກໂຄວິດ-19 ໃນປະເທດອິນໂດເນເຊຍ

333

ການແຜ່ລະບາດເຊື້ອພະຍາດໂຄໂຣນາສາຍພັນໃໝ່ ໃນອິນໂດນເນເຊຍ ເຮັດໃຫ້ມີຜູ້ເສຍຊີວິດ ຫຼາຍກວ່າ 200 ຄົນ ໃນນັ້ນມີບຸກຄະລາກອນແພດ ຢ່າງໜ້ອຍ 24 ຄົນ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຈາກາຕ້າ ປະເທດອິນໂດເນເຊຍ ເມື່ອວັນອັງຄານ ທີ 7 ເມສາ ວ່າ ສະມາຄົມການແພດຂອງອິນໂດເນເຊຍໄດ້ລາຍງານວ່າ ສະຖິຕິຜູ້ເສຍຊີວິດຈາກພະຍາດໂຄວິດ-19 ໃນປະເທດ ມີຢ່າງໜ້ອຍ 209 ຄົນ ໃນຈຳນວນນີ້ມີບຸກຄະລາກອນແພດ 24 ຄົນ ເພິ່ມຂື້ນ 2 ເທົ່າ ຈາກສະຖິຕິຂອງອາທິດ ຜ່ານມາ.

ຖະແຫຼງການດັ່ງກ່າວໃຫ້ຮູ້ວ່າ ຈຳນວນບຸກຄະລາກອນແພດທີ່ເສຍຊີວິດ ຊີ້ໃຫ້ເຫັນເຖິງວິກິດການຂາດແຄນອຸປະກອນການແພດ ສຳລັບເຈົ້າໜ້າທີ່ສາທາລະນະສຸກ ໂດຍສະເພາະເຄື່ອງນຸ່ງປ້ອງກັນທາງການແພດ. ຂະນະດຽວກັນ, ສະພາບການຍັງສະແດງເຖິງຄວາມສ່ຽງສູງຂອງການຕິດເຊື້ອໃນບັນດາບຸກຄະລາກອນແພດ ທີ່ສາມາດເກີດຂຶ້ນໄດ້ທຸກເວລາ.

ນອກຈາກນີ້, ອັດຕາການເສຍຊີວິດໃນກຸ່ມຜູ້ຕິດເຊື້ອ ທີ່ໄດ້ຮັບການຢືນຢັນແລ້ວຂອງອິນໂດເນເຊຍ ຍັງຖືວ່າຢູ່ໃນລະດັບສູງ ແລະ ມີຢ່າງນ້ອຍ 10 ແຂວງໃນອິນໂດເນເຊຍ ລວມທັງໝູ່ເກາະໂມລຸກກະ ແລະ ແຂວງປະປົວ ເຊິ່ງບໍ່ມີທັງໂຮງໝໍ ແລະ ບຸກຄະລາກອນແພດພຽງພໍທີ່ຈະຮອງຮັບຜູ້ປ່ວຍຈາກໂຄວິດ-19.

ຢ່າງໃດກໍ່ຕາມ, ມີລາຍງານວ່າ ປະທານາທິບໍດີໂຈໂຄ ວິໂດໂດ ກ່າວລະຫວ່າງກອງປະຊຸມຄະນະລັດຖະມົນຕີ ເມື່ອວັນຈັນ ຜ່ານມາ ວ່າ ລັດຖະບານໄດ້ແຈກຈ່າຍຊຸດປ້ອງກັນສ່ວນບຸກຄົນ (PPE: Personal protective equipment) ໃຫ້ແກ່ບຸກຄະລາກອນແພດໃນທົ່ວປະເທດແລ້ວ ແຕ່ເຂັ້ມງວດໃຫ້ລັດຖະບານທ້ອງຖິ່ນ ກວດກາວ່າ ອຸປະກອນທັງໝົດໄດ້ມີການແຈກຈ່າຍໃຫ້ເຈົ້າໜ້າທີ່ສາທາລະນະສຸກຢ່າງທົ່ວເຖິງ.