ສູນກາງຊາວໜຸ່ມສືບຕໍ່ມອບເຄື່ອງມືການແພດໃຫ້ 3 ໂຮງໝໍ ມູນຄ່າ 42 ລ້ານກວ່າກີບ

252

ເພື່ອເປັນການປະກອບສ່ວນຊ່ວຍເຫລືອໃນການຕ້ານພະຍາດໂຄວິດ-19 ໃຫ້ແກ່ໂຮງໝໍກໍຄືນັກຮົບຊຸດຂາວທີ່ປະຕິບັດໜ້າທີ່ໃນປັດຈຸບັນນີ້, ພ້ອມທັງເປັນການຂ່ຳນັບຮັບຕ້ອນວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ (ຄຊປປລ) ຄົບຮອບ 65 ປີ ແລະ ເປັນການເພີ່ມທະວີຄວາມສາມັກຄີ,​ ສຶກສາອົບຮົມ,​ ປູກຈິດສຳນຶກໃຫ້ແກ່ຊາວໜຸ່ມ-ເຍົາວະຊົນໄດ້ຮັບຮູ້,​ ເຂົ້າໃຈຕໍ່ແນວທາງນະໂນບາຍຂອງພັກ-​ລັດຖະບານ,​ ການມີສະຕິຊາດ,​ ມີສະຕິຕໍ່ກົດໝາຍ,​ ມີສະຕິຕໍ່ການຈັດຕັ້ງ,​ ມີຄວາມຮັບຜິດຊອບສູງ ແລະມີສະຕິຕໍ່ສັງຄົມ , ​ກຳແໜ້ນ ແລະເປັນແບບຢ່າງຈັດຕັ້ງປະຕິບັດຕາມຄຳສັ່ງເລກທີ 06/ນຍ ແລະ ເພື່ອເປັນການສະເຫລີມສະຫລອງວັນສ້າງຕັ້ງກະຊວງປ້ອງກັນຄວາມສະຫງົບ ຄົບຮອບ 59 ປີ.

ໃນຕອນບ່າຍຂອງວັນທີ 6 ເມສາ 2020 ການນຳສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ນຳໂດຍ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ      ພ້ອມດ້ວຍຄະນະສະເພາະກິດ ສຊປລ ໄດ້ເອົາໃຈໃສ່ຢ່າງຈິງຈັງໃນການປະຕິຕາມຄຳສັ່ງສະບັບເລກທີ 06/ນຍ ແລະ ປະກອບສ່ວນມອບເຄື່ອງຊ່ວຍເຫລືອໃຫ້ແກ່ໂຮງໝໍກໍຄືນັກຮົບຊຸດຂາວທີ່ປະຕິບັດໜ້າທີ່ໃນປັດຈຸບັນນີ້,​ ເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບມີຜ້າປິດປາກ, ນໍ້າຢາລ້າງມື, ນໍ້າຢາຂ້າເຊື້ອ, ເຄື່ອງສີດຢາຂ້າເຊື້ອ,​ ເຄື່ອງຈຳນວນດັ່ງກ່າວໄດ້ມອບໃຫ້ແກ່ໂຮງໝໍ 103, ໂຮງໝໍມິດຕະພາບ,​  ໂຮງໝໍປິ່ນປົວ ແລະ ຟື້ນຟູຜູ້ຕິດຢາເສບຕິດ ( ສົມສະຫງ່າ )​ ລວມມູນຄ່າທັງໝົດ 42.350.000 ກີບ.​

ພ້ອມດຽວກັນນັ້ນ, ໃນວັນທີ​ 7​ ເມສາ​ 2020​ ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ທ່ານ​ ອາລຸນໄຊ​ ສູນນະລາດ ກຳມະການສຳຮອງສູນກາງພັກ, ເລຂາຄະນະພັກ, ເລຂາຄະນະບໍລິຫານງານສູນກາງ​ຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະສະເພາະກິດເພື່ອປ້ອງກັນ,ຄວບຄຸ້ມ​ ແລະ​ ແກ້ໄຂພະຍາດໂຄວິດ-19​ ຂອງສູນກາງ​ຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຮັບເງິນຈຳນວນ 20.000.000 ກີບ​  ຈາກສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ​ ເພື່ອຈະນຳເອົາໄປຊື້ອຸປະກອນການແພດ. ເຊິ່ງຕາງໜ້າກ່າວມອບໂດຍ ທ່ານ​ ປອ​ ຄຳແສນ ສີສະວົງ ປະທານນັກທຸລະກິດໜຸ່ມແຫ່ງຊາດລາວ ແລະ​ ເປັນກຽດຮັບເງິນຈຳນວນດັ່ງກ່າວຂອງທ່ານ ອາລຸນໄຊ ສູນນະລາດ.​