ຊົມເຊີຍ! ບໍລິສັດຊັນເປເປີ້ ມອບເຄື່ອງໃຫ້ແຂວງສະຫວັນນະເຂດມູນຄ່າຫຼາຍກວ່າ 123 ພັນໂດລາ

113

ບໍລິສັດຊັນເປເປີ້ໂຮນດິ້ງລາວຈຳກັດ ປະກອບສ່ວນເຄື່ອງໃຊ້ຈຳເປັນເຂົ້າໃນວຽກງານປ້ອງກັນພະຍາດ ໂຄວິດ-19 ໃຫ້ແຂວງສະຫວັນນະເຂດ ລວມມູູນຄ່າທັງໝົດຈຳນວນ 123.000 ໂດລາສະຫະລັດ ກັບ 536.000 ກີບ.

ພິທີມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 3 ເມສາ 2020 ທີ່ບໍລິສັດດັ່ຊັນເປເປີ້ໂຮນດິ້ງລາວຈຳກັດ ຕາງໜ້າແຂວງໃຫ້ກຽດຮັບໂດຍທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ ແລະມອບໂດຍທ່ານຜູ້ອຳນວຍການບໍລິສັດຊັນເປເປີ້ໂຮນດິ້ງລາວຈຳກັດ.

ສຳລັບເຄື່ອງທີ່ນຳມອບຄັ້ງ ປະກອບມີ: ນ້ຳຢາຂ້າເຊື້ອຈຳນວນ 2 ໂຕນ, ມູນຄ່າ 3.000 ໂດລາ (ມອບໃຫ້ເມືອງເຊໂປນ 100 ກິໂລ ແລະ ເມືອງພີນ 100 ກິໂລ), ເຄື່ອງສີດນ້ຳຢາ 8 ອັນ, ມູນຄ່າ 536.000 ກີບ (ມອບໃຫ້ເມືອງພີນ 1 ອັນ ແລະ ເມືອງເຊໂປນ 1 ອັນ), ເຄື່ອງສີດນ້ຳຢາອັດຕະໂນມັດ ເມື່ອລົດເຂົ້າ-ອອກ ຊຶ່ງສາມາດດຳເນີນງານສີດນ້ຳຢາຂ້າເຊື້ອແບບອັດຕະໂນມັດ ໂດຍບໍລິສັດ ໄດ້ຕິດຕັ້ງໃຫ້ແຂວງຢູ່ 2 ຈຸດຄື: ດ່ານສາກົນຂົວມິດຕະພາບ 2 ແລະດ່ານແດນສະຫວັນ ມູນຄ່າ 20.000 ໂດລາ ຈາກນີ້ ບໍລິສັດຍັງໄດ້ມອບຜ້າອັດປາກໃຫ້ແຂວງອີກຈຳນວນ 2 ແສນແຜ່ນ, ໃນມູນຄ່າ 100.000 ໂດລາ ເຊິ່ງກຳລັງຂົນສົ່ງມາຈາກປະເທດຈີນ.

ທີ່ມາ: ສະຫວັນພັດທະນາຂ່າວ