ອິນເດຍຄວບຄຸມການສົ່ງອອກເຄື່ອງມືທາງການແພດ

132

ອິນເດຍໃຊ້ມາດຕະການຄວບຄຸມການສົ່ງອອກຊຸດກວດວິໄຈພະຍາດເກືອບທັງໝົດ,ຂະນະທີ່ຈໍານວນຜູ້ຕິດເຊື້ອໂຄວິດ-19ສະສົມໃນປະເທດເພີ່ມຂຶ້ນຢ່າງຕໍ່ເນື່ອງເມື່ອຕົ້ນອາທິດນີ້ເຖິງວ່າຈະມີການປິດປະເທດເປັນເວລາ3ອາທິດເພື່ອຄວບຄຸມການລະບາດຂອງພະຍາດ.

ທາງການອິນເດຍປະກາດຄວບຄຸມການສົ່ງອອກຊຸດກວດວິໄຈພະຍາດດັ່ງກ່າວເມື່ອທ້າຍອາທິດທີ່ຜ່ານມາຫຼັງຈາກໄດ້ສັ່ງຫ້າມການສົ່ງອອກຢາປິ່ນປົວພະຍາດບາງລາຍການເຊັ່ນເຄື່ອງຊ່ວຍຫາຍໃຈ,ໜ້າກາກອະນາໄມ ແລະ ອຸປະກອນປົກປ້ອງຮ່າງກາຍຈາກພະຍາດທີ່ທັງຄົນເຈັບ ແລະ ບຸກຄະລາກອນທາງການແພດຈໍາເປັນຕ້ອງໃຊ້.

ຄໍາສັ່ງຫ້າມສົ່ງອອກອຸປະກອນດັ່ງກ່າວເກີດຂຶ້ນເຖິງວ່າທ່ານ ໂດນັນ ທຣໍາ ປະທານາທິບໍດີອາເມຣິກາໄດ້ປະສານມາຍັງທ່ານ ນະເຣນທຣາ ໂມດີ ນາຍົກລັດຖະມົນຕີຂອງອິນເດຍໃຫ້ຍ່ອມຈໍາໜ່າຍຢາປິ່ນປົວມາລາເຣຍ ແລະ ໄຮດຣອກຊີຄລໍໂຣຄວິນເຊິ່ງກໍາລັງມີການທົດລອງວ່າມີຄວາມເປັນໄປໄດ້ໃນການປິ່ນປົວຄົນເຈັບຈາກໂຄວິດ-19.

ຂະນະທີ່ອິນເດຍອາດຈະມີການຂະຫຍາຍຕົວມາດຕະການປິດເມືອງເພື່ອຄວບຄຸມພະຍາດຫາກປະຊາຊົນບໍ່ປະຕິບັດຕາມກົດລະບຽບຢ່າງເຂັ້ມງວດ ແລະ ຈໍານວນຜູ້ເສຍຊີວິດຍັງເພີ່ມຂຶ້ນ.ທາງການອາດຈະບໍໍ່ມີທາງເລືອກອື່ນນອກຈາກຂະຫຍາຍມາດຕະການປິດເມືອງອອກໄປ.