ອຸຕຸເຕືອນ ເຝົ້າລະວັງຈະເກີດພາຍຸລະດູຮ້ອນແຕ່ນີ້ຮອດວັນທີ 9

142

ອຸຕຸເຕືອນໄລຍະ 6 ຫາ 9 ເມສານີ້ ອາກາດຈະຮ້ອນຫາຮ້ອນເອົ້າ ຊຶ່ງຈະເຮັດໃຫ້ເກີດມີພາຍຸລະດູຮ້ອນ ໃນລັກສະນະຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງ ຢູ່ຕາມບາງທ້ອງຖິ່ນໃນແຕ່ລະພາກ ໃນໄລຍະທ້າຍຕອນບ່າຍ ຫາ ກາງຄືນຝາກທຸກຄົນຈົ່ງມີສະຕິ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກບົດລາຍງານສະພາບອາກາດ ເລກທີ 0415/ກອຕທ, ນະຄອນຫຼວງວຽງຈັນ, ວັນທີ 6 ເມສາ 2020 ຄາດຄະເນສະພາບອາກາດ ໃນໄລຍະວັນທີ 6 ຫາ 12 ເມສາ 2020 ດັ່ງນີ້:

ໃນໄລຍະວັນທີ 6 ຫາ 9 ເມສານີ້ ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນຍັງຈະປົກຄຸມຢູ່ພາກເໜືອດ້ານຕາເວັນຕົກ, ສ່ວນແຂວງພາກເໜືອດ້ານຕາເວັນອອກ ລົງຫາພາກກາງ ແລະ ພາກໃຕ້ຂອງປະເທດລາວ ຄວາມກົດດັນອາກາດສູງຂອງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມດ້ວຍກຳລັງອ່ອນ, ພ້ອມດຽວກັນກະແສລົມຕາເວັນອອກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່ ຊຶ່ງຈະເຮັດໃຫ້ອາກາດຮ້ອນຫາຮ້ອນເອົ້າ ແລະ ຈະມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນກາງເວັນພ້ອມຈະມີຟ້າເຫຼືອມໃນລະດັບຄ່ອຍຫາປານກາງ, ຟ້າຜ່າ ແລະ ໝາກເຫັບຕົກ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກ ລົງຫາພາກກາງ ແລະ ພາກໃຕ້.

ຈາກນັ້ນວັນທີ 10 ຫາ 12 ເມສາ 2020 ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນເອົ້າຈະມີກຳລັງປານກາງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ຊຶ່ງຈະເຮັດໃຫ້ອາກາດຮ້ອນຫາຮ້ອນເອົ້າພ້ອມມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ຍັງຈະມີຝົນຕົກຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ມີຄຳເຕືອນໃນໄລຍະວັນທີ 6 ຫາ 9 ເມສາ 2020 ວ່າ: ອາກາດຍັງຈະຮ້ອນຫາຮ້ອນເອົ້າຢູ່ຕື່ມອີກ ຊຶ່ງຈະເຮັດໃຫ້ເກີດມີພາຍຸລະດູຮ້ອນ ໃນລັກສະນະຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງ ຢູ່ຕາມບາງທ້ອງຖິ່ນໃນແຕ່ລະພາກ ໃນໄລຍະທ້າຍຕອນບ່າຍ ຫາ ກາງຄືນ ຊຶ່ງຈະເຮັດໃຫ້ມີຕົ້ນໄມ້ໃຫຍ່ ແລະ ເສົາໄຟຟ້າ ຫັກລົ້ມ, ເຮືອນ ຕຶກອາຄານ ເປ່ເພ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການປົກຄອງທຸກພາກສ່ວນຄວນມີສະຕິ ລະມັດລະວັງ ຕໍ່ສະພາບອາກາດຮ້າຍແຮງດັ່ງກ່າວທີ່ອາດຈະເກີດຂຶ້ນໄດ້ໃນໄລຍະຕົ້ນ ຫາ ກາງອາທິດ.