ດ່ວນ! ກົມອະນາໄມ ແລະ ສົ່ງເສີມສຸຂະພາບແຈ້ງໃຫ້ຢຸດຕິການນໍາໃຊ້ ຕູ້ພົ່ນຢາຂ້າເຊື້ອ

137

ອີງຕາມໜັງສືແຈ້ງການ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ເລກທີ 130/ກອສ ລົງວັນທີ 6 ເມສາ 2020 ເຖີງ ຫົວຫນ້າພະແນກສາທາລະນະສຸກ ນະຄອນຫຼວງ, ແຂວງ ແລະ ໂຮງຫມໍສູນກາງ ຂ້ອມຂ້າງກະຊວງສາທາລະນະສຸກ. ກ່ຽກັບເລື່ອງ ໃຫ້ຢຸດຕິການນໍາໃຊ້ ຕູ້ພົ່ນຢາຂ້າເຊື້ອ ອີງຕາມ ການຕົກລົງເຫັນດີໃນກອງປະຊຸມ ECC ໃນວັນທີ 5 ເມສາ 2020 ໂດຍເປັນປະທານຂອງທ່ານລັດຖະມົນຕີ ກະຊວງສາທາລະນະສຸກ;  ອີງຕາມ ການຕົກລົງເຫັນດີເປັນເອກະພາບຂອງຄະນະກົມອະນາໄມ ແລະ ສົ່ງເສີມສຸຂະພາບ.

ດັ່ງນັ້ນ, ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ຂໍແຈ້ງມາຍັງທ່ານຊາບວ່າ ໃຫ້ຢຸດຕິການນໍາໃຊ້ ຕູ້ພົ່ນຢາຂ້າເຊື້ອ ທີ່ໄດ້ນໍາ ໃຊ້ນ້ໍາຢາຂ້າເຊື້ອ ດ້ວຍຄຼໍດີ່ນ ( Chorine ) ທີ່ໄດ້ມີການເປີດນໍາໃຊ້ຢູ່ແຕ່ລະໂຮງຫມໍ ຂໍໃຫ້ຢຸດຕິ ເນື້ອງຈາກວ່າການສຶກສາ ຄົ້ນຄ້ວາ ທີ່ໄດ້ເຮັດມາກ່ອນແລ້ວ ໃນປະເທດຈີນ ແມ່ນບໍ່ໄດ້ຮັບຜົນ ແລະ ຍັງມີຜົນກະທົບ ຕໍ່ສຸຂະພາບ ແລະ ຮ່າງກາຍ ຂອງຜູ້ຊົມໃຊ້.

ພາບປະກອບ

ພາບຈາກ: ຈາກຄຳຄົມສອນໃຈ