ວິທີເຮັດກ້ວຍເຊື່ອມແດງ

153

ຫຼາຍຄົນອາດຈະຮູ້ຈັກກ້ວຍເຊື່ອມແດງ ເພາະເປັນລາຍການເຂົ້າໜົມທີ່ຫາກິນງ່າຍ ແລະ ວິທີເຮັດກໍບໍ່ຍາກ ເຮົາມາເບິ່ງສ່ວນປະສົມ ແລະ ວິທີເຮັດນໍາກັນເລີຍ.

ສ່ວນປະສົມ: ກ້ວຍນ້ຳດິບ 1 ຫວີ, ນ້ຳຕານຊາຍແດງ 1/2 ຖ້ວຍນ້ອຍ, ນ້ຳຕານປິບ 1 ຖ້ວຍນ້ອຍ, ນ້ຳສະອາດ 1 – 1/2 ລິດ, ນ້ຳໝາກນາວ 1 ບ່ວງກາເຟ, ກະທິ 1 ຖ້ວຍນ້ອຍ, ເກືອ 1 ບ່ວງກາເຟ,  ແປ້ງເຂົ້າຈ້າວ 1 ບ່ວງແກງ.

ວິທີເຮັດ:

1 ປອກເປືອກກ້ວຍແລ້ວຫັ່ນເປັນສອງສ່ວນລົງໄປຕົ້ມໃນນ້ຳຮ້ອນກັບໃບເຕີຍ ຕົ້ມປະໄວ້ປະມານ 15 ນາທີ.

2 ຫຼັງຈາກຕົ້ມແລ້ວ 15 ນາທີ ໃສ່ນ້ຳຕານຊາຍແດງ ແລະ ນ້ຳຕານປິບລົງໄປ ໃຊ້ໄຟແຮງໆຖ້າມັນຟົດໃຫ້ຕັກຟອດອອກແລ້ວປັບໄຟລະດັບປານກາງອ່ອນໆ ຄ້າງໄວ້ປະມານ 2 ຊົ່ວໂມງ.


3 ເມື່ອກ້ວຍເລີ່ມປ່ຽນສີໃຫ້ໃສ່ນ້ຳໝາກນາວລົງໄປ.

4 ໃຫ້ປັບໄຟອ່ອນໆເຊື່ອມຕໍ່ຈົນກ້ວຍເປັນສີແດງຈຶ່ງປົງໝໍ້ລົງປະໄວ້.

5 ຕົ້ມກະທິໃສ່ເກືອ, ແປ້ງເຂົ້າຈ້າວລົງໄປ ຄົນໃຫ້ກະທິພໍດີຂຸ້ນແລ້ວນຳໄປລາດກ້ວຍທີ່ເຊື່ອມປະໄວ້.

ຮຽບຮຽງໂດຍ: ແກ້ວ, ຂໍ້ມູນຈາກ: Wong nai