ກັບໂຟມໃສ່ອາຫານອາດສົ່ງຜົນຮ້າຍຕໍ່ສຸຂະພາບໄດ້

105

ຫຼາຍຄົນກໍອາດຈະເຄີຍກິນອາຫານແບບໃສ່ກັບໂຟມແມ່ນບໍ່ ເພາະສະດວກສະບາຍ, ວ່ອງໄວ, ກິນຢູ່ສະຖານທີ່ໃດກໍໄດ້, ປະຢັດເວລາ ແລະ ທີ່ສຳຄັນແມ່ນກິນແລ້ວບໍ່ໄດ້ລ້າງອີກ ເຊິ່ງຮູ້ ຫຼື ບໍ່ຄວາມສະດວກສະບາຍມັນໄດ້ແຝງໄປດ້ວຍໄພຮ້າຍທີ່ອາດເປັນຜົນກະທົບຕໍ່ສຸຂະພາບໄດ້.

ແພດຜູ້ຊ່ຽວຊານດ້ານບັນຈຸພັນຂອງບໍລິສັດບັນຈຸພັນເພື່ອສິ່ງແວດລ້ອມ ໄດ້ໃຫ້ຄວາມຮູ້ວ່າ:  ກັບໂຟມທີ່ໃຊ້ຕາມທ້ອງຕະຫຼາດທົ່ວໄປມັກຈະເປັນສີດຳໆເປັນຈຸດໆ ຍ້ອນສິ່ງເສດເຫຼືອຈາກຂະບວນການກັ່ນນ້ຳມັນປິໂຕລ້ຽມເພື່ອປະກອບກັບສານສະໄຕຣີນ ( Styrene ) ໂດຍມີໂຄງສ້າງໂມເລກຸນຄ້າຍຮໍໂມນເອັສໂຕຣເຈນ ( Estrogen ) ໃນເພດຍິງ.

ເຊິ່ງອາຫານຕາມສັ່ງທີ່ບັນຈຸກັບໂຟມຈຶ່ງເປັນແຫຼ່ງສະສົມສານສະໄຕຣີນ ທີ່ເປັນສານໂດຍອອກລິດເຮັດໃຫ້ສະໝອງມຶນງົງ, ສະໝອງເສື່ອມງ່າຍ, ຫງຸດຫງິດງ່າຍ, ມີຜົນເຮັດໃຫ້ປະຈຳເດືອນມາບໍ່ປົກກະຕິ ແລະ ເປັນສານກໍ່ມະເຮັງອີກ 3 ຊະນິດ; ສ່ວນຜູ້ຊາຍແມ່ນຈະມີໂອກາດສ່ຽງເປັນພະຍາດມະເຮັງຕ່ອມລູກໝາກ, ຂະນະທີ່ແມ່ຍິງມີໂອກາດເປັນມະເຮັງເຕົ້ານົມ ແລະ ທັງສອງເພດບໍ່ວ່າຍິງ ຫຼື ຊາຍກໍລ້ວນແລ້ວແຕ່ມີໂອກາດສູງຕໍ່ການເປັນມະເຮັງຕັບ ເຖິງວ່າຈະບໍ່ໄດ້ດື່ມນ້ຳເມົາເປັນປະຈຳກໍຕາມ.

ສຳລັບສານສະໄຕຣີນ ຖືວ່າເປັນສານອັນຕະລາຍທີ່ປະເທດສະຫະລັດອາເມຣິກາ ຫາກໍໄດ້ປະກາດຂຶ້ນບັນຊີວ່າເປັນສານກໍ່ມະເຮັງ ແລະ ຖ້າແມ່ຍິງຖືພາກິນອາຫານບັນຈຸກັບໂຟມ ລູກທີ່ເກີດມາກໍຈະມີໂອກາດສະໝອງເສື່ອມ ຫຼື ອະໄວຍະວະບາງສ່ວນພິການ, ສ່ວນຄົນທົ່ວໄປຖ້າກິນອາຫານໃສ່ກັບໂຟມທຸກມື້ ຫຼື ມື້ລະກັບຕິດຕໍ່ກັນເປັນເວລາ 10 ປີ ກໍຈະມີໂອກາດສ່ຽງເປັນມະເຮັງສູງກວ່າຄົນປົກກະຕິເຖິງ 6 ເທົ່າ.

ໂດຍຜູ້ບໍລິໂພກສາມາດທີ່ຈະມີໂອກາດໄດ້ຮັບສານສະໄຕຣີນ ໃນກັບໂຟມໄດ້ງ່າຍເຖິງ 4 ປັດໄຈຫຼັກ ຄື:

1 ອຸນຫະພູມທີ່ຮ້ອນຂຶ້ນ ຫຼື ເຢັນລົງ ແມ່ນເຮັດໃຫ້ສະໄຕຣີນ ຊຶມເຂົ້າສູ່ອາຫານໄດ້ສູງສຸດ.

2 ຖ້າປຸງແຕ່ງອາຫານໂດຍມີນ້ຳມັນ, ນ້ຳສົ້ມສາຍຊູ, ແອລກໍຮໍ ຢູ່ໃນສ່ວນປະກອບມັນຈະສາມາດດູດເອົາສານສະ ໄຕຣີນ ຈາກກັບໂຟມໄດ້ຫຼາຍກວ່າປົກ ກະຕິ.

3 ຖ້າຊື້ອາຫານໃສ່ກັບແລ້ວປະໄວ້ດົນໆ ໂດຍບໍ່ທັນກິນອາຫານຈະດູດສານສະໄຕຣີນເຂົ້າໄປນຳ.

4 ຖ້ານຳອາຫານທີ່ບັນຈຸໂຟມເຂົ້າເຕົາອົບໄມໂຄເວບ ສານສະໄຕຣີນ ຈະໄຫຼອອກມາໃນປະລິມານຫຼາຍເຊັ່ນກັນ.

ຮຽບຮຽງໂດຍ: ແກ້ວ; ຂໍ້ມູນຈາກ: Mthai