ທະນາຄານໂລກ ປະເມີນເສດຖະກິດລາວຈະຂະຫຍາຍຕົວປະມານ 3,6% ໃນປີນີ້

190

ທະນາຄານໂລກ ປະເມີນເສດຖະກິດອາຊີຕາເວັນອອກ ແລະ ປາຊີຟິກ ຫຼື EAP ໃນປີ 2020 ຈະຖົດຖອຍມາຢູ່ໃນລະດັບ 2,1% ໃນກໍລະນີຖານ ( ບໍ່ຮ້າຍແຮງ ) ແລະ ຕິດລົບ 0,5% ໃນກໍລະນີວິກິດໂຄວິດ – 19 ເຮັ່ງຮ້າຍ, ທຽບໃສ່ຕົວເລກປະເມີນໃນປີ 2019 ເຊິ່ງຄາດຄະເນການຂະຫຍາຍຕົວຢູ່ທີ່ 5,8%.

ການລະບາດຂອງໂຄວິດ – 19 ຈະດຶງການຂະຫຍາຍຕົວຂອງເສດຖະກິດ ສປປ ລາວ ໃນປີ 2020 ມາຢູ່ທີ່ລະດັບ 3,6% ໃນກໍລະນີບໍ່ເຮັ່ງຮ້າຍ ແລະ ອາດຂະຫຍາຍຕົວພຽງ 2,2% ໃນກໍລະນີເຮັ່ງຮ້າຍ, ແຕ່ກໍເຊື່ອວ່າໃນປີ 2021 ການຂະຫຍາຍຕົວຈະດີຂຶ້ນມາຢູ່ໃນລະດັບ 5,8%.

ທະນາຄານໂລກ ຍັງປະເມີນວ່າຂະແໜງບໍລິການຂອງ ສປປ ລາວ ຈະໄດ້ຮັບຜົນກະທົບໜັກ ໂດຍຈະຂະຫຍາຍຕົວໄດ້ພຽງ 2,9% ຈາກລະດັບ 6,7% ໃນປີ 2019, ແຕ່ພາກກະສິກໍາຈະຂະຫຍາຍຕົວດີຂຶ້ນ ຈາກປີຜ່ານມາຢູ່ໃນລະດັບ 2,9%.

ບົດລາຍງານເສດຖະກິດຂອງທະນາຄານໂລກ ສໍາລັບພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ສະບັບເດືອນເມສາ  2020 ພາຍໃຕ້ຫົວຂໍ້ ‘’ ພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ໃນໄລຍະການລະບາດຂອງພະຍາດໂຄວິດ – 19 ‘’ ມີຄໍາເຫັນວ່າ: ບັນດາປະເທດຕ່າງໆຕ້ອງດໍາເນີນການຢ່າງທັນທີທັນໃດ  ເຊິ່ງລວມທັງການລົງທຶນສຸກເສີນຮີບດ່ວນເພື່ອສ້າງຄວາມສາມາດດ້ານການປິ່ນປົວ ແລະ ສ້າງມາດຕະການດ້ານນະໂຍບາຍການເງິນແບບມີເປົ້າໝາຍສະເພາະ ເພື່ອຫຼຸດຜ່ອນບາງຜົນກະທົບສະເພາະໜ້າ.

ທ່າມກາງສະພາບແວດລ້ອມທີ່ມີການປ່ຽນແປງຢ່າງໄວວາ ການຄາດຄະເນການຂະຫຍາຍຕົວທາງເສດຖະກິດໃຫ້ແມ່ນຢໍາຖືເປັນເລື່ອງຍາກ. ສະນັ້ນ, ບົດລາຍງານສະບັບນີ້ຈຶ່ງສະເໜີທັງກໍລະນີຖານ ແລະ ກໍລະນີຮ້າຍແຮງຂອງຜົນການຄາດຄະເນ ໂດຍຄາດຄະເນວ່າການຂະຫຍາຍຕົວທາງເສດຖະກິດໃນພາກພື້ນ EAP ທີ່ກໍາລັງພັດທະນາ. ສໍາລັບປີ 2020 ຄາດວ່າຈະຫຼຸດລົງມາຢູ່ໃນລະດັບ 2,1% ໃນກໍລະນີຖານ ແລະ ຕິດລົບ 0,5% ໃນກໍລະນີເຮັ່ງຮ້າຍ ເຊິ່ງຫຼຸດຈາກການຄາດຄະເນໄວ້ເມື່ອປີ 2019 ທີ່ລະດັບ 5,8%.

ສ່ວນເສດຖະກິດຂອງປະເທດຈີນ ສໍາລັບປີ 2020 ຈະຫຼຸດລົງເປັນ 2,3% ໃນກໍລະນີຖານ ແລະ 0,1% ໃນກໍລະນີເຮັ່ງຮ້າຍ ເຊິ່ງຫຼຸດລົງຈາກ 6,1% ຕາມຕົວເລກຄາດຄະເນໃນປີ 2019.

ການກະທົບຈາກພະຍາດໂຄວິດ – 19 ຍັງຈະສົ່ງຜົນຮຸນແຮງຕໍ່ຄວາມທຸກຍາກ ເຊິ່ງບົດລາຍງານດັ່ງກ່າວ ປະເມີນໃຫ້ຮູ້ວ່າ: ພາຍໃຕ້ສົມມຸດຖານການຂະຫຍາຍຕົວທາງເສດຖະກິດໃນກໍລະນີຖານ, ປະຊາກອນໃນພາກພື້ນເກືອບ 24 ລ້ານຄົນ ຈະບໍ່ສາມາດຫຼຸດພົ້ນຈາກຄວາມທຸກຍາກໄດ້ໃນປີ 2020, ຖ້າທຽບໃສ່ກໍລະນີທີ່ບໍ່ເກີດການແຜ່ລະບາດໃນວົງກວ້າງຂອງພະຍາດດັ່ງກ່າວ ( ໂດຍນໍາໃຊ້ເສັ້ນຄວາມທຸກຍາກ 5,50 ໂດລາຕໍ່ມື້ ).

ຖ້າສະພາບເສດຖະກິດຫາກເສື່ອມໂຊມລົງໄປກວ່ານີ້ແມ່ນຈະຕົກໃນກໍລະນີເຮັ່ງຮ້າຍ ຄື: ຕົວເລກຄົນທຸກຍາກຄາດວ່າຈະເພີ່ມຂຶ້ນປະມານ 11 ລ້ານຄົນ,  ກ່ອນການຄາດຄະເນໃນຄັ້ງນີ້ປະເມີນກັນວ່າໃນທົ່ວພາກພື້ນ 35 ລ້ານຄົນ ຈະສາມາດຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ໃນປີ 2020 ເຊິ່ງລວມທັງ 25 ລ້ານຄົນ ໂດຍສະເພາະແຕ່ໃນປະເທດຈີນ ພຽງປະເທດດຽວ.

ທ່ານ ອາດິເທຍ ມັດໂຕ ຫົວໜ້ານັກເສດຖະເສດປະຈໍາພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກຂອງທະນາຄານໂລກ ໄດ້ກ່າວວ່າ: “ ນອກຈາກການເອົາຈິງເອົາຈັງໃນສ່ວນມາດຕະການພາຍໃນແລ້ວ ການຮັດແໜ້ນການຮ່ວມມືສາກົນຖືເປັນວັກຊີນທີ່ມີປະສິດທິຜົນຫຼາຍສຸດຕໍ່ໄພຂົ່ມຂູ່ຈາກເຊື້ອຈຸລະໂລກສາຍພັນໃໝ່ດັ່ງກ່າວນີ້, ປະເທດຕ່າງໆໃນພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ແລະ ພາກພື້ນອື່ນໆໃນໂລກ ຕ້ອງຮ່ວມແຮງຮ່ວມໃຈພ້ອມກັນຕໍ່ສູ້ກັບພະຍາດດັ່ງກ່າວ, ສືບຕໍ່ເປີດກວ້າງທາງການຄ້າ ແລະ ປະສານນະໂຍບາຍເສດຖະກິດມະຫາພາກ ”.

ບົດລາຍງານດັ່ງກ່າວຍັງຮຽກຮ້ອງໃຫ້ຮັດແໜ້ນການຮ່ວມມືສາກົນ ແລະ ສ້າງການຮ່ວມມືລົງທຶນລະຫວ່າງລັດ ແລະ ເອກະຊົນແບບຂ້າມແດນໃນຮູບແບບໃໝ່ ເພື່ອເພີ່ມທະວີການຜະລິດ ແລະ ການສະໜອງວັດຖຸອຸປະກອນ ແລະ ບໍລິການທາງດ້ານການແພດໃນໄລຍະທີ່ມີພະຍາດລະບາດວົງກວ້າງຄືເຊັ່ນນີ້ ແລະ ເພື່ອຮັບປະກັນສະຖຽນລະພາບທາງດ້ານການເງິນພາຍຫຼັງທີ່ການລະບາດສະຫງົບລົງ.

ສໍາຄັນທີ່ສຸດຄວນຮັກສານະໂຍບາຍການຄ້າແບບເປີດກວ້າງ ເພື່ອໃຫ້ວັດຖຸອຸປະກອນທາງການແພດ ແລະ ດ້ານອື່ນໆຍັງສາມາດສະໜອງໃຫ້ທຸກໆປະເທດໄດ້ ກໍຄືການອໍານວຍຄວາມສະດວກໃຫ້ການຟື້ນຟູທາງດ້ານເສດຖະກິດຂອງພາກພື້ນເປັນໄປຢ່າງວ່ອງໄວ.

ອີກຄໍາແນະນໍາທາງດ້ານນະໂຍບາຍ ແມ່ນຕ້ອງອໍານວຍ ຄວາມສະດວກໃຫ້ຄົວເຮືອນເຂົ້າເຖິງສິນເຊື່ອຊ່ວຍການຊົມໃຊ້ຄົວເຮືອນ ແລະ ຊ່ວຍບັນດາທຸລະກິດໃຫ້ຢູ່ລອດທ່າມກາງການກະທົບສະເພາະໜ້າ. ເຖິງຢ່າງໃດກໍຕາມ, ອີງໃສ່ຄວາມເປັນໄປໄດ້ຂອງວິກິດທີ່ອາດຈະແກ່ຍາວ ບົດລາຍງານດັ່ງກ່າວໄດ້ເນັ້ນໜັກຄວາມຈໍາເປັນໃນການເສີມມາດຕະການເຫຼົ່ານີ້ດ້ວຍການຄຸ້ມຄອງດ້ານລະບຽບການ ຫຼື ດ້ານຄວາມໝັ້ນຄົງ ເວົ້າສະເພາະຫຼາຍປະເທດໃນ EAP ແບກຫາບພາລະໜີ້ສິນຂອງພາກທຸລະກິດ ແລະ ໜີ້ສິນຄົວເຮືອນສູງຢູ່ແລ້ວ. ສໍາລັບປະເທດທີ່ທຸກກວ່ານັ້ນການປົດໜີ້ສິນຖືເປັນສິ່ງຈໍາເປັນ ເພື່ອໃຫ້ສາມາດສຸມຊັບພະຍາກອນອັນສໍາຄັນທີ່ສຸດເຂົ້າໃສ່ການຄຸ້ມຄອງຜົນກະທົບທາງດ້ານເສດຖະກິດ ແລະສາທາລະນະສຸກທີ່ເກີດຈາກພະຍາດລະບາດວົງກວ້າງນີ້.