ຄາດວ່າຈະມີ 2 ບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວປີນີ້

241

ປີ 2019 ຜ່ານມາ ຕະຫຼາດຫຼັກຊັບລາວໄດ້ຕ້ອນຮັບບໍລິສັດ ວຽງຈັນເຊັນເຕີລາວ ມະຫາຊົນ ແລະ ບໍລິສັດ ລາວອາຊຽນ ເຊົ່າສິນເຊື່ອ ມະຫາຊົນ ທີ່ໄດ້ຈົດທະບຽນ ແລະ ເປີດການຊື້ – ຂາຍຫຸ້ນຢ່າງເປັນທາງການ ເຮັດໃຫ້ຕົວເລກບໍລິສັດຈົດທະບຽນໃນ ຕລຊລ ເພີ່ມຂຶ້ນຈາກ 9 ເປັນ 11 ບໍລິສັດ. ສໍາລັບປີ 2020 ຄາດວ່າຈະມີອີກ 2 ບໍລິສັດ ຄື: ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ແລະ ບໍລິສັດ ເອເນໂກ້ ໄດນາມິກ ມະຫາຊົນ ທີ່ໄດ້ກະກຽມ ຄວາມພ້ອມເປັນທີ່ຮຽບຮ້ອຍ.

ທ່ານ ອ໊ອດ ພົນຊຽງດີ ຜູ້ອໍານວຍການໃຫຍ່ຕະຫຼາດຫຼັກຊັບລາວ ( ຕລຊລ ) ໃຫ້ສໍາພາດວ່າ: ອີງຕາມແຜນຍຸດທະສາດການພັດທະນາຕະຫຼາດທຶນແຕ່ປີ 2016 – 2025 ເຊິ່ງປະກອບມີ 12 ແຜນງານ ແລະ 38 ໂຄງການ. ໃນນັ້ນ, ມີ 10 ແຜນງານໃນ 23 ໂຄງການທີ່ ຕລຊລ ຕ້ອງຜັນຂະຫຍາຍອອກເປັນແຜນທຸລະກິດປະຈໍາແຕ່ລະ ປີ ເຊິ່ງໃນ 3 ປີຜ່ານມາ ຕລຊລ ສາມາດບັນລຸແຜນງານດັ່ງກ່າວໄດ້ ດັ່ງນີ້: ໃນປີ 2019 ຕລຊລ ໄດ້ຮັບເອົາ 2 ບໍລິສັດເຂົ້າຈົດທະບຽນຄື: ບໍລິສັດ ວຽງຈັນເຊັນເຕີລາວ ມະຫາຊົນ ແລະ ບໍລິສັດ ລາວອາຊຽນເຊົ່າສິນເຊື່ອ ມະຫາຊົນ ທຽບໃສ່ແຜນທຸລະກິດ 2019 ສາມາດບັນລຸໄດ້ 66% ເຊິ່ງສອງບໍລິສັດດັ່ງກ່າວສາມາດລະດົມທຶນໄດ້ 216 ກວ່າຕື້ກີບ. ມາຮອດປັດຈຸບັນ ຕລຊລ ມີບໍລິສັດເຂົ້າຈົດທະບຽນແລ້ວ 11 ບໍລິສັດ.

ນອກນັ້ນ, ຕລຊລ ໄດ້ຮັບເອົາພັນທະບັດລັດຖະບານປະເພດດຸນດ່ຽງງົບປະມານເຂົ້າຈົດທະບຽນ ຈໍານວນ 2 ຄັ້ງ ມີມູນຄ່າທັງໝົດ 777 ກວ່າຕື້ກີບ ເຮັດໃຫ້ຜູ້ລົງທຶນໃນພັນທະບັດລັດຖະບານມີເວທີໃນການແລກປ່ຽນ   ຊື້ – ຂາຍປ່ຽນມື ລວມທັງໄດ້ເພີ່ມຈໍານວນຊົ່ວໂມງການເປີດຕະຫຼາດຊື້ – ຂາຍຫຸ້ນຈາກ 3 ຊົ່ວໂມງ ມາເປັນ 6 ຊົ່ວໂມງເຄິ່ງ ໂດຍເລີ່ມເປີດການຊື້ – ຂາຍຈາກ 8:30 – 11:30 ໂມງ ເປັນ 8:30 – 15:00 ໂມງ ໂດຍບໍ່ມີໄລຍະຢຸດພັກການຊື້ – ຂາຍ ແນໃສ່ເພື່ອຂະຫຍາຍເວລາໃຫ້ນັກລົງທຶນທີ່ຢູ່ໃນຂົງເຂດເວລາທີ່ແຕກຕ່າງກັນສາມາດຊື້ – ຂາຍໄດ້ສະດວກຂຶ້ນ, ສ່ວນແຜນງານອື່ນໆກໍເຫັນວ່າມີ ຄວາມຄືບໜ້າເປັນຢ່າງດີ.

ສໍາລັບແຜນປີ 2020 ກໍສືບເນື່ອງຈາກປີຜ່ານມາ ໂດຍສະເພາະແມ່ນຈໍານວນບໍລິສັດທີ່ຈະເຂົ້າຈົດທະບຽນໃນ ຕລຊລ ເຊິ່ງກໍເຫັນວ່າມີ 2 ບໍລິສັດເປົ້າໝາຍທີ່ພວກເຮົາວາງແຜນກັນໄວ້ ໄດ້ແກ່: ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ເຊິ່ງເປັນຜູ້ໃຫ້ບໍລິການດ້ານໂທລະຄົມ ທີ່ຍັງຢູ່ໃນຂັ້ນຕອນການໂອນກໍາມະສິດຈາກບໍລິສັດບີລາຍ ເນື່ອງຈາກ ລາວໂທລະຄົມ ໄດ້ຊື້ກິດຈະການຂອງ ບີລາຍ ໃນປີຜ່ານມາ ແລ້ວປ່ຽນມາເປັນທີພລັສ ລວມທັງຄິດໄລ່ເລື່ອງກໍາໄລສະສົມຂອງຜູ້ຖືຫຸ້ນລະຫວ່າງ ລາວໂທລະຄົມ ກັບ ບີລາຍ ນຳອີກ.

ສ່ວນບໍລິສັດ ເອເນໂກ້ ໄດນາມິກ ມະຫາຊົນ ເປັນຜູ້ນໍາເຂົ້າ ແລະ ຈັດຈໍາໜ່າຍນໍ້າມັນເຊື້ອໄຟ ກໍເຫັນວ່າທາງບໍລິສັດຂອງເພິ່ນກໍໄດ້ໂຄສະນາເບື້ອງຕົ້ນແລ້ວ ແລະ ກໍຍັງຢູ່ໃນຂັ້ນຕອນລໍຖ້າການກໍານົດລາຄາຫຸ້ນ ໄອພີໂອ ທີ່ຈະອອກຈໍາໜ່າຍ, ສ່ວນມື້ຈົດທະບຽນ ແລະ ເປີດການ   ຊື້ – ຂາຍ ຍັງບໍ່ທັນໄດ້ຕົກລົງກັນເທື່ອ.

ທ່ານ ອ໊ອດ ພົນຊຽງດີ ຍັງກ່າວຕື່ມວ່າ: ອີງຕາມຈິດໃຈຂອງ ຕລຊລ ແມ່ນຢາກກໍານົດໃສ່ວັນສະຫຼອງຄົບຮອບ 10 ປີ ( 10/10/2010 – 10/10/2020 ) ເນື່ອງຈາກຢາກໃຫ້ມີເຫດການໃຫຍ່ໃນວັນດັ່ງກ່າວ ເຊິ່ງພວກເຮົາຍັງເຫຼືອເວລາ 5 – 6 ເດືອນເທົ່ານັ້ນໃນການກະກຽມ ແລະ ໃນສ່ວນຂອງຕະຫຼາດຫຼັກຊັບພວກເຮົາບໍ່ໄດ້ກັງວົນໃນເລື່ອງຜູ້ຈອງຫຸ້ນໄອພີໂອ, ແຕ່ພວກເຮົາເປັນຫ່ວງໃນສ່ວນຂອງຫຸ້ນເມື່ອເປີດການຊື້ – ຂາຍແລ້ວ ສັງຄົມກໍຄືມວນຊົນຈະມີຄວາມນິຍົມ ຫຼື ບໍ? ເນື່ອງຈາກສັງເກດເຫັນຫຼາຍບໍລິສັດຜ່ານມາຂ້ອນຂ້າງວ່າລາຄາດິ່ງລົງດ້ວຍເຫດຜົນຕ່າງໆ, ຈາກການຖອດຖອນບົດຮຽນໄລຍະຜ່ານມາຕອນນີ້ເຮົາເນັ້ນໃສ່ປະລິມານ ແລະ ຄຸນນະພາບໄປຄວບຄູ່ກັນ.

ຂ່າວ-ພາບ: ສົມສະຫວິນ