6 ເມສາມາເພີ່ມອີກ1 ລາວມີ 12 ກໍລະນີຕິດເຊື້ອໂຄວິດແລ້ວ

178

ວັນທີ 6 ເມສາ 2020 ມີລາຍງານພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1 ຄົນ ເປັນນັກສຶກສາເພດຍິງທີ່ເດີນທາງມາຈາກປະເທດອັງກິດ ເຊິ່ງໄດ້ປະຕິບັດການຈຳກັດບໍລິເວນຕົນເອງ14ວັນຢ່າງເຂັ້ມງວດ ແລະ ເລີ່ມມີອາການໃນມື້ທີ13 ເຮັດໃຫ້ຍອດຜູ້ຕິດເຊື້ອສະສົມເພີ່ມເປັນ12 ຄົນ.
ສິ່ງທີ່ໜ້າສັງເກດຜູ້ຕິດຄົນທີ12 ແມ່ນຢູ່ໃນຖ້ຽວບິນດຽວກັນກັບຜູ້ຕິດເຊື້ອຄົນທີ 11 ທີ່ເດີນທາງຈາກສະໜາມບິນສຸວັນນະພູມປະເທດໄທ ສູ່ສະໜາມບິນສາກົນວັດໄຕ ໃນວັນທີ 23 ມີນາ 2020. ຄະນະສະເພາະກິດ ຈິ່ງຮຽກຮ້ອງໃຫ້ຜູ້ທີ່ໄດ້ເດີນທາງໃນຖ່້ຽວບິນດັ່ງກ່າວຮີບຮ້ອນມາກວດ ຫຼືແຈ້ງມາຍັງເຈົ້າໜ້າທີ່ດ່ວນ.


ໃນວັນທີ 6 ເມສາ 2020 ທີ່ກະຊວງສາທາລະນະສຸກ ຈັດພິທີຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໂດຍທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມຄະນະ ໂດຍມີສື່ມວນຊົນຈາກຫຼາຍພາກສ່ວນເຂົາຮ່ວມ.

ທ່ານ ຮສ.ດຣ ພູທອນ ເມືອງປາກ ໃຫ້ຮູ້ວ່າ: ໃນວັນທີ 5 ເມສາ 2020 ມີການເກັບຕົວຢ່າງກໍລະນີສົງໄສ ເພື່ອກວດຫາເຊື້ອທັງໝົດ 17 ຄົນ, ໃນນັ້ນ ນະຄອນຫຼວງ 12ຄົນ, ຕ່າງແຂວງ 5 ຄົນ ເຊິ່ງກວດພົບເຊື້ອ 1ຄົນ ເພດຍິງ ອາຍຸ 20 ປີ ອາໄສຢູ່ບ້ານນາໄຊ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ເຮັດໃຫ້ຍອດລວມທັງໝົດມີຜູ້ຕິດເຊື້ອໂຄວິດ-19 ໃນລາວທັງໝົດ 12 ຄົນ. ສ່ວນຍອດລວມການເກັບຕົວຢ່າງເພື່ອກວດຫາເຊື້ອ ມາຮອດປັດຈຸບັນມີທັງ 621 ຄົນ. ນອກຈາກນີ້ ຍັງຕ້ອງຕິຕາມຫາຜູ້ໃກ້ຊິດກັບຜູ້ຕິດເຊື້ອທັງໝົດອີກ 71 ຄົນ.

ຂະນະທີ່ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກ່າວວ່າ: ຜູ້ຕິດເຊື້ອຄົນທີ12 ແມ່ນເດີນທາງດ້ວຍຖ້ຽວບິນດຽວກັນກັບຜູ້ຕິດເຊື້ອຄົນທີ 11 ຖ້ຽວບິນ TG 574 ໃນວັນທີ23 ມີນາ 2020 ຈາກສະໜາມບິນສຸວັນນະພູມປະເທດໄທ ມາສູ່ສະໜາມບິນວັດໄຕ ສປປລາວ. ດັ່ງນັ້ນ ຈິ່ງຮຽກຮ້ອງໃຫ້ບັນດາທ່ານທີ່ໄດ້ເດີນທາງດ້ວຍຖ້ຽວບິນດັ່ງກ່າວ ໃຫ້ຮີບຮ້ອນເຂົ້າມາກວດ ແລະ ແຈ້ງຕໍ່ເຈົ້າໜ້າທີ່ພວກເຮົາຕິດຕາມກວດກາ.

ປະຫວັດການເດີນທາງ:
– ວັນທີ 22/3/2020 ເດີນທາງຈາກປະເທດອັງກິດ
– ວັນທີ 23/3/2020 ເດີນທາງຮອດສະໜາມບິນວັດໄຕໂດຍຜ່ານ ສະໜາມບິນສຸວັນນະພູມ ດ້ວຍຖ້ຽວບິນ TG 574
– ວັນທີ 24/3/2020 ເລີ່ມຈໍາກັດບໍລິເວນຕົນເອງຢູ່ເຮືອນສວນຂອງຜູ້ກ່ຽວ
– ວັນທີ 5/4/2020 ເປັນມື້ທີ 13 ຜູ້ກ່ຽວເລີ່ມມີອາການເຈັບຄໍ, ເຈັບຫົວ, ຫາຍໃຈຍາກ ຈຶ່ງໄດ້ມາກວດຢູ່ໂຮງໝໍມິດຕະພາບ ແລະ ໄດ້ເກັບຕົວຢ່າງມາກວດ ແລະ ພົບວ່າຕິດເຊື້ອໂຄວິດ-19. ປະຈຸບັນແມ່ນນອນປິ່ນປົວຢູ່ຫ້ອງແຍກປ່ຽວ ໂຮງໝໍມິດຕະພາບ.